ຂ່າວເດັ່ນ
ເຝິກອົບຮົມຄູສອນພາສາຝຣັ່ງ ພາສາ 2 (LV2) ການນຳໃຊ້ປື້ມແບບຮຽນ ແລະ ຄູ່ມືຄູຂັ້ນ ມ.7 Formation des enseignants de la LV2: Utilisation du manuel L L3 Vientiane
ຂຽນໂດຍ Super Userສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມມັດທະຍົມສຶກສາຫ້ອງການສົ່ງເສີມພາ ສາຝຣັ່ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມຈັດຕັ້ງເຝິກອົບຮົມຄູສອນພາສາຝຣັ່ງ ພາສາທີ 2 (LV2)
ກ່ຽວກັບການນຳໃຊ້ປື້ມແບບຮຽນ ແລະ ຄູ່ມືຄູຂັ້ນ ມ.7 ສະບັບປັບປຸງໃໝ່, ເຊິ່ງໄດ້ຈັດຂຶ້ນໃນວັນທີ 8-19 ສິງຫາ 2016 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.
ໂດຍການເປັນປະທານຂອງ ທ່ານ ປອ. ສີສຸກ ວົງວິຈິດ ຫົວໜ້າກົມມັດທະຍົມສຶກສາກະ ຊວງສຶກສາທິການ ແລະ ກິລາ, ທ່ານ ທອງແກ້ວ ອາສາ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທ່ານ ເຊໂຣມ ກາຣູໂຊ (Jérôme CARUJO), ຜູ້ຮັບຜິດຊອບການຮ່ວມມືດ້ານພາສາຝຣັ່ງຈາກສະຖານທູດຝຣັ່ງ. ມີບັນດາກົມມັດທະຍົມກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ ແລະ ສຳມະນາກອນທີ່ມາຈາກຕ່າງແຂວງທົ່ວປະເທດ 30 ກວ່າທ່ານເຂົ້າຮ່ວມ.
ການເຝິກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນສອງໄລຍະຄື: ໄລຍະທີ 1 ເລີ່ມແຕ່ວັນທີ 8-12 ສິງຫາ 2016 ເຝິກສໍາມະນາກອນທີ່ມາຈາກພາກໄຕ້ລວມ 8ແຂວງ ມີ (ແຂວງບໍລິແຂວງຄຳໄຊ,ຄຳມວນ,ແຂວງ ສະຫັວນນະເຂດ, ແຂວງສາລະວັນ, ແຂວງຈຳປາສັກ, ແຂວງເຊກອງ, ແຂວງອັດຕະປື ແລະ ນະຄອນຫຼວງວຽງຈັນ) 30 ທ່ານ. ໄລຍະທີ 2 ເລີ່ມວັນທີ 15-19 ສິງຫາ 2016 ເຝິກສໍາມະນາກ່ອນທີ່ມາຈາກພາກເໜືອນ ແລະ ພາກກາງ ລວມມີ 10 ແຂວງ (ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຄໍາມ່ວນໄຊ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງຫຼວງນໍ້າທາ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງໄຊສົມບູນ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ) 30 ທ່ານ.
ການເຝິກອົບຮົມຄັ້ງນີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກອົງການ Centre Rêgional Franco phone d’Asie-Pacifique/ Organisation Iternetionale de la Francophonie (CREFAP/OIF) ຈຸດປະສົງ ເພື່ອພັດທະນາຄູສອນພາສາຝຣັ່ງໃຫ້ມີຄຸນນະພາບ, ມີທັກສະໃນການສອນໃຫ້ເຂົ້າໃຈເນື້ອໃນ ຫຼື ໂຄງສ້າງຂອງປື້ມ ໂດຍສະເພາະສາມາດເຮັດກິດຈະກຳໃນປື້ມແບບຮຽນໄດ້ດີ, ສາມາດກຳຈຸດປະສົງ ແລະ ຂັ້ນຕອນໃນການປະຕິບັດກິດຈະກຳ ພ້ອມທັງສ້າງໂອກາດໃຫ້ຄູໄດ້ແລກປ່ຽນຄວາມຄິດເຫັນຕໍ່ກິດຈະ ກຳໃນປື້ມແບບຮຽນ ອາດມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກທີ່ນັກຮຽນ ຫຼື ຄູ ອາດພົບພໍ້ໃນເວລາຮຽນ ຫຼື ເວລາສິດສອນ,ເພື່ອຊອກຫາວິທີແກ້ໄຂບັນຫານັ້ນໆໃຫ້ຄູມີຄວາມສາມາດນຳເອົາໄປສອນໃຫ້ມີປະສິດທິຜົນສູງ.
ສ. ຄຸນປະເສີດ