ຂ່າວເດັ່ນ
ຂ່າວ ASLO
ຂຽນໂດຍ Super Userຈັດກອງປະຊຸມວິຊາການກ່ຽວກັບການຮູ້ໜັງສືຂອງນັກຮຽນຊັ້ນປະຖົມຕອນຕົ້ນ: ການຮຽນ-ການສອນອ່ານ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມິຖຸນາທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.
ພາຍໃຕ້ການເປັນປະທານຂອງ ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ອ້ອມພອນ ຣິແກນ ເຈົ້າໜ້າທີອາວຸໂສດ້ານປະຕິບັດງານຈາກທະນາຄານໂລກ, ( Ms Omporn Renior, Senior Operations Officer ທະນາຄານໂລກ) ເປັນປະທານຮ່ວມ ໂດຍມີຜູ້ອຳນວຍການ ແລະ ຮອງອຳນວຍການ ສ.ວ.ສ, ຫົວໜ້າກົມອະນຸບານ ແລະ ປະຖົມສຶກສາ, ຄະນະອຳນວຍການສູນ ບັນດາພະແນກການທີ່ກ່ຽວຂ້ອງອ້ອມຂາງກະຊວງສຶກສາທິການ ແລະ ກິລາ, ນັກວິຊາການ ພ້ອມດ້ວຍຜູ້ຕ່າງໜ້າອົງການຊ່ວຍເຫຼືອທີ່ກ່ຽວຂ້ອງຫຼາຍທ່ານລວມທັງໜົດ 40 ກວ່າ ທ່ານເຂົ້າຮ່ວມ.
ໃນໂອກາດນີ້ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນກ່ຽວກັບຄວາມສຳຄັນ ແລະ ຄວາມເປັນມາຂອງການສອນອ່ານພ້ອມນັ້ນ ທ່ານ ຍັງເນັ້ນໜັກບາງບັນຫາຂອງນັກຮຽນຊັ້ນປະຖົມທີ່ຍັງບໍ່ສາມາດອ່ານໜັງສືໄດ້, ຈະປັບປຸງແນວໃດ ອ່ານແນວໃດຈຶ່ງຈະຖືກຫຼັກໄວຍາກອນ ແລະ ສ່ວນຫຼາຍແມ່ນເດັກນ້ອຍບໍ່ເຂົ້າໃຈ ຫຼື ຍັງບໍ່ສາມາດອ່ານໄດ້ໃນຂັ້ນປະຖົມ ຕ້ອງໄດ້ເອົາຈິງເອົາຈັງ ໃຫ້ມີການພັດທະນາຄູສອນໃຫ້ມີຄຸນນະພາບ, ມີທັກສະໃນການສອນເພື່ອພັດທະນາການອ່ານຂອງນັກຮຽນ ພ້ອມທັງກ່າວຕື່ມອີກວ່າ: ເຮົາຈະສ້າງຄູແນວໃດ ເພື່ອຈະໄປສອນອ່ານໃຫ້ນັກຮຽນໄດ້ມີຄຸນນະພາບເຮັດໃຫ້ການສຶກສາພາກບັງຄັບໄດ້ມີຜົນສຳເລັດ, ໃນຕອນທ້າຍທ່ານຍັງໄດ້ເນັ້ນໜັກກ່ຽວກັບ ການຮຽນ-ການສອນອ່ານ ໃຫ້ມີຄຸນນະພາບມາດຕະຖານ, ເຮັດແນວໃດປະເທດເຮົາຈະຫຼຸດພົ້ນຄວາມທຸກຍາກ, ທ່ານຍັງໄດ້ກ່າວຂອບໃຈ ແລະ ຊົມເຊີຍອົງການ, ພ້ອມທັງຊ່ຽວຊານ ພາກສ່ວນຕ່າງໆ ທີ່ໄດ້ມີສ່ວນຮ່ວມສະໜັບສະໜູນ ແລະ ຮຽກຮ້ອງໃຫ້ສືບຕໍ່ພັດທະນາເພື່ອບັນລຸແຜນ 8 ໃນ 5 ປີຂ້າງໜ້າຢ່າງຂຸ້ນຂ້ຽວ ຍົກສະມັດຖະພາບໃຫ້ເຫັນຢ່າງຈະແຈ້ງໃຫ້ທັນສະພາບໄປສູ່ຄວາມທັນສະໄໝ.
ໃນປະຈຸບັນສະພາບລວມກ່ຽວກັບປະສິດທິຜົນຂອງການສຶກສາ ໂດຍສະເພາະແມ່ນການອ່ານ ຄຸນນະພາບການຮຽນຮູ້ຂອງນັກຮຽນຍັງຕ່ຳ ນັກຮຽນທີ່ຈົບຊັ້ນປະຖົມສຶກສາຈຳນວນຫຼາຍຍັງບໍ່ສາມາດອ່ານ ແລະ ເຂົ້າໃຈປະໂຫຍກງ່າຍໆ, ໂອກາດທີ່ດີທີ່ຈະສອນໃຫ້ນັກຮຽນຮູ້ຈັກວິທີອ່ານແມ່ນຢູ່ປະຖົມຕອນຕົ້ນ ປ.1, 2 ແລະ ປ.3 ເພາະຈົບຊັ້ນປະຖົມໄປແລ້ວໃຫ້ນັກຮຽນຮູ້ຈັກອ່ານອອກສຽງຖືກ ແລະ ເຂົ້າໃຈຄວາມໝາຍ ເຮັດໃຫ້ນັກຮຽນມີພື້ນຖານທີ່ດີ. ສະນັ້ນເພື່ອຊອກຫາຂໍ້ມູນກ່ຽວກັບທັກສະຂັ້ນພື້ນຖານຂອງການອ່ານ ບໍ່ແມ່ນເນື້ອໃນແຕ່ເປັນສະມັດຖະພາບຂັ້ນພື້ນຖານຂອງນັກຮຽນໃນຊັ້ນປະຖົມສຶກສາຕອນຕົ້ນ ເພື່ອສຶກສາວິທີການຕ່າງໆທີ່ກ່ຽວຂ້ອງໃນການປະເມີນການອ່ານ ແລະ ຕິດຕາມກິດຈະກຳຕ່າງໆໃນຫ້ອງຮຽນ ແລະ ຊ່ວຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໃນການດຳເນີນການປະເມີນ ແລະ ຕີຄວາມໜາຍຂອງການວິໄຈ ເພື່ອນຳມາເປັນຂໍ້ມູນໃນການປັບປຸງຫຼັກສູດການຮຽນ-ການສອນອ່ານໃຫ້ມີຄຸນນະພາບສູງຂຶ້ນໄປເລື້ອຍໆ.
ໃນກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ສາມາດປະກອບຄຳຄິດເຫັນຢ່າງຖືກຈຸດເຮັດໃຫ້ກອງປະຊຸມໄດ້ມີການແກ້ໄຂໄດ້ຖືກຈຸດ ແລະ ວິເຄາະຢ່າງຖືກຕ້ອງເຊິ່ງໄດ້ບັດລຸຜົນສຳເລັດຢ່າງຈົບງາມ ກອງປະຊຸມໄດ້ດຳເນີນໄປເປັນເວລາ 3 ວັນ ຈຶ່ງໄດ້ອັດລົງ