ຂ່າວເດັ່ນ
ຂ່າວກອງປະຊຸມພັດທະນາ ແລະ ປັບປຸງເວັບໄຊ ຂອງ ສ.ວ.ສ
ຂຽນໂດຍ Super Userກອງປະຊຸມພັດທະນາ ແລະ ປັບປຸງເວັບເພື່ອການສຶກສາ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເຊິ່ງຈັດຂຶ້ນໃນວັນທີ 18-20 ຕຸລາ 2016 ທີ່ຫ້ອງປະຕິບັດການຄອມພິວເຕີຂອງສູນເຕັກໂນໂລຊີການສຶກສາ
ໂດຍການເປັນປະທານ ຂອງທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ ມີຮອງຜູ້ອຳນວຍການ ສ.ວ.ສ, ຮອງຜູ້ອຳນວນການສູນ ແລະ ວິຊາການແຕ່ລະສູນ ແຕ່ລະພະແນກ ແຕ່ລະຂະແໜງພາຍໃນ ສ.ວ.ສ ເຂົ້າຮ່ວມ 17 ທ່ານ.
ເນື້ອໃນກອງປະຊຸມໃນຄັ້ງນີ້ ແມ່ນໄດ້ນຳສະເໜີຂໍ້ກຳນົດຂອງກະຊວງໃນການສ້າງເວັບໄຊ, ນຳສະເໜີເວັບໄຊຮູບແບບທີ່ໄດ້ປັບປຸງໃໝ່ ພ້ອມທັງປະກອບຄຳຄິດເຫັນ ແລະ ແນະນຳການເກັບຮັກສາຄວາມປອດໄພຂອງເອກະສານກ່ອນລົງເວັບໄຊ Wicrosoft Word, Wicrosoft excel, Wicrosoft Powerpoint, PDF ການຫຍໍ້ຂະໜາດເອກະສານ ແລະ ວິດີໂອຕ່າງໆໃຫ້ມີຂະໜາດນ້ອຍໂດຍຜ່ານໂປຣແກຣມ ແລະ ອອນລາຍກ່ອນລົງເວັບໄຊ Wicrosoft Word, PDF, MP4
ເນື່ອງໃນໂອກາດນີ້ທ່ານຜູ້ອຳນວຍການ ຍັງໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມຄວນເອົາໃຈໃສ່ວ່າ: ຄວນເພີ່ມຂ່າວເດັ່ນລົງໃນເວັບໄຊ ແລະ ຕ້ອງຢູ່ໜ້າຫຼັກ, ຄວນເພີ່ມພາສາອັງກິດເປັນການດີ, ທາງດ້ານຮູບແບບ ຕ້ອງໜ້າສົນໃຈທັນສະໄໝ ເຂົ້າໄດ້ໄວ ດາວໂລດໄວ ສຶກສາເບິ່ງເວັບໄຊ ຂອງເພື່ອນບ້ານ ຫຼື ເວັບໄຊຂອງຕ່າງປະເທດ ລວມໄປເຖິງການປະສານງານ ຕ້ອງໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຕິດຕາມການເຄື່ອນໄຫວຂອງວຽກງານຕ່າງໆ ທີ່ຈະເອົາມາລົງໃນເວັບໄຊ ເພື່ອຈະໄດ້ອັບເດດຂໍ້ມູນໃຫ້ຖືກຕ້ອງເໝາະສົມ ແລະ ທັນເຫດການຕາມສະພາບຄວາມເປັນຈິງ ໃນຕອນທ້າຍທ່ານ ຍັງໄດ້ຊົມເຊີຍໃນຮູບໂສມໃໝ່ຂອງເວັບທີ່ມີການປັບປຸງໃໝ່ ແລະ ຈົງສືບຕໍ່ໃຫ້ມີການພັດທະນາຂຶ້ນເລື່ອຍໆ.
ກອງປະຊຸມໄດ້ມີການປຶກສາຫາລືກັນ ມີຄວາມຄິດເຫັນທີ່ເປັນປະໂຫຍດໃນການພັດນາ ແລະ ປັບປຸງ ມີການທົດລອງເຮັດຕົວຢ່າງໃນການຫຍໍ້ເອກະສານ ແລະ ວິດີໂອໃຫ້ມີຂະໜາດຕາມມາດຕະຖານທີ່ຈະລົງເວັບໄຊ ຕາມໂປຣແກຣມທີ່ໄດ້ນຳສະເໜີມາ ການທົດລອງເຮັດຕົວຢ່າງໄດ້ປະສົບຜົນສຳເລັດ ແລະ ເປັນໄປດ້ວຍດີ ກອງປະຊຸມດໍາເນີນເປັນເວລາ 3ວັນ ແລະ ປິດລົງຢ່າງຈົບງາມ.
ສ.ຄຸນປະເສີດ