ຂ່າວເດັ່ນ
ພິທີສະເຫຼີມສະຫຼອງວັນຄົບຮອບ 31 ປີ ແລະ ຍ້ອງຍໍຜົນງານ 30 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (1986-2016)
ຂຽນໂດຍ Super Userສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສ.ວ.ສ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄົບຮອບ 31 ປີ ແລະ ຍ້ອງຍໍຜົນງານ 30 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍ
ຕົວຂອງສະຖາບັນຂຶ້ນໃນຕອນເຊົ້າຂອງວັນທີ 20 ກຸມພາ 2017 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນ ດັ່ງກ່າວ. ໃຫ້ກຽດເຂົ້າຮ່ວມໃນພິທີມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສາດສະດາຈານ ປະລິນຍາເອກ ບໍ່ແສງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນອະດີດຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ສະຖາບັນ, ວິທະຍາໄລ, ໂຮງຮຽນ, ລັດວິສາຫະກິດໂຮງພິມສຶກສາ, ບໍລິສັດຜະລິດອຸປະກອນການສຶກສາ, ອະດີດ ຜູ້ອຳນວຍການ, ຮອງຜູ້ອຳນວຍການ ສ.ວ.ສ, ແຂກພາຍໃນ ແລະ ຕ່າງປະເທດ, ເພື່ອນຮ່ວມງານ, ຄະນະອຳນວຍການ ສ.ວ.ສ, ພະນັກງານບຳນານ ຕະຫຼອດຮອດພະນັກງານທົ່ວ ສ.ວ.ສ ທັງຜູ້ປະຈຳການ ແລະ ຜູ້ທີ່ກຳລັງສຶກສາຢູ່ຕ່າງປະເທດໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ປະລິນຍາເອກ ອ່ອນແກ້ວ ນວນນະວົງ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ຂຶ້ນກ່າວຄຳເຫັນ ແລະ ສະຫຼຸບຜົນງານທີ່ພົ້ນເດັ່ນຂອງສະຖາບັນນັບແຕ່ມື້ສ້າງຕັ້ງໃນປີ 1986 ເຖິງ 2016 (ມີບົດສະຫຼຸບຜົນງານຕ່າງຫາກ).
ໃນພິທີໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກົມກອງລວມໝູ່ຂອງສະຖາບັນ 1 ໜ່ວຍ, ມອບຫຼຽນໄຊແຮງງານຊັ້ນ II ໃຫ້ບຸກຄົນຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນການກໍ່ຕັ້ງ, ສ້າງສາພັດທະນາສະຖາບັນກໍຄືໃນຂະບວນການພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນໂດຍສະເພາະສຳລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາຕະຫຼອດໄລຍະ 30 ປີ ຈຳນວນ 32 ທ່ານ, ມອບຫຼຽນໄຊແຮງງານຊັ້ນ III ໃຫ້ 23 ທ່ານ, ຫຼຽນກາແຮງງານ ໃຫ້ 19 ທ່ານ, ໃບຍ້ອງຍໍລັດຖະບານ ໃຫ້ 15 ທ່ານ, ໃບຍ້ອງລັດຖະບານ ໃຫ້ 74 ທ່ານ. ນອກຈາກນີ້ຍັງມີພະນັກງານ ແລະ ຜູ້ຮ່ວມງານທີ່ບໍ່ປະຈຳຂອງສະຖາບັນທີ່ປະກອບສ່ວນໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສ.ວ.ສ ໃນການຄົ້ນຄວ້າ, ພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ ຈໍານວນ 224 ທ່ານ ໄດ້ຮັບໃບຢັ້ງຢືນຜົນງານຈາກສະຖາບັນ.
ໃນຕອນທ້າຍຂອງພິທີ ທີ່ປະຊຸມໄດ້ຮັບຟັງການກ່າວຄຳປາໄສຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດງານສະເຫຼີມສະຫຼອງວັນຄົບຮອບ 31ປີ ແລະ ຍ້ອງຍໍຜົນງານ 30 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຄັ້ງນີ້ເຊິ່ງເປັນເຫດການສຳຄັນທາງປະຫວັດສາດອີກເຫດການໜຶ່ງຂອງຂະແໜງການສຶກສາ ແລະ ເປັນບັນຍາກາດທີ່ພົ້ນເດັ່ນຕໍ່ເນື່ອງຈາກຜົນສຳເລັດຂອງການປະຕິບັດແນວທາງນະໂຍບາຍການສຶກສາຂອງພັກ, ຍຸດທະສາດ ແລະ ແຜນພັດທະນາການສຶກສາຂອງລັດຖະບານຂອງພວກເຮົາໃນຕະຫຼອດໄລຍະສາມທົດສະວັດກວ່າຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຈົ່ງສືບຕໍ່ກ້າວຂຶ້ນດ້ວຍບາດກ້າວບຸກທະລຸທີ່ຕັ້ງໜ້າ, ໜັກແໜ້ນ ແລະ ເຂັ້ມແຂງ; ເພີ່ມຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ບົດບາດຂອງສະຖາບັນໃຫ້ນັບມື້ນັບສູງຂຶ້ນ, ປະກອບສ່ວນເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ ກໍຄືກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາຫຼັກສູດ, ສື່ການຮຽນ-ການສອນ, ປະເມີນຜົນສຳເລັດດ້ານການສຶກສາສຳລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ປະກອບສ່ວນເຂົ້າໃນການພັດທະນາຄຸນນະພາບການສຶກສາຂອງຊາດໃຫ້ປະສົບຜົນສຳເລັດຕາມຈຸດໝາຍທີ່ວາງໄວ້ (ມີບົດປາໄສຕ່າງຫາກ).