ຂ່າວເດັ່ນ
ກອງປະຊຸມລົງຕິດຕາມ ກວດກາ ຊຸກຍູ້ການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງແຕ່ລະຮາກຖານ ອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2017
ຂຽນໂດຍ Super Userກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍທີ 27 ກໍລະກົດ 2017 ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ບົວຄຳ ດາວສະຫວັນ ປະທານສະຫະພັນແມ່ນຍິງ ກະຊວງສຶກສາທິການ ແລະ ກິລາ ມີຄະນະສະຫະພັນແມ່ນຍິງຮາກຖານ ສ.ວ.ສ, ຫົວໜ້າຈຸ ແລະ ສະມາຊິກເຂົ້າຮ່ວມນຳ.
ໃນກອງປະຊຸມ ປະທານສະຫະພັນແມ່ຍິງຮາກຖານ ສ.ວ.ສ ໄດ້ກ່າວ ຕ້ອນຮັບຄະນະທີ່ລົງຕິດຕາມ, ກວດກາຊຸກຍູ້ການເຄື່ອນໄຫວວຽກຂອງສະຫະພັນມ່ຍິງ ສ.ວ.ສ ຈາກນັ້ນສະຫາຍປະທານສະ ຫະພັນແມ່ຍິງຮາກຖານ ສ.ວ.ສ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານເຄື່ອນໄຫວວຽກປະຈຳປີ 2016 ແລະ ແຜນການປະຈຳປີ 2017 ຕໍ່ທີ່ກອງປະຊຸມແລ້ວປະກອບຄຳຄິດ-ຄຳເຫັນໃສ່ບົດສະຫຼຸບ ແລະ ແຜນການ ຢ່າງສ້າງສັນ ແລະ ກົງໄປກົງມາ ທັງນີ້ກໍ່ເພື່ອເຮັດໃຫ້ບົດສະຫຼຸບ ແລະ ແຜນການນັ້ນມີເນື້ອໃນຄົບຖ້ວນສົມບູນ.
ໃນຕອນທ້າຍ ທ່ານປະທານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ມີຄຳເຫັນຕໍ່ທີ່ກອງປະຊຸມວ່າ: “ຊົມເຊີຍຜົນງານການປະຕິບັດໜ້າທີ່ວຽກງານຂອງສະຫະພັນແມ່ຍິງຮາກຖານ ສ.ວ. ສ ແລະ ຮຽກຮ້ອງມາຍັງສະມາຊິກເອື້ອຍນ້ອງແມ່ຍິງ ເຮົາໃຫ້ຫ້າວຫັ້ນ ກ້າເວົ້າ ກ້າວ່າ ກ້າສະແດງອອກ ສິ່ງສຳຄັນຢາກໃຫ້ເອົາໃຈໃສ່ຕື່ມກ່ຽວກັບການສຶກສາອົມຮົມແນວຄິດການເມືອງຕື່ມອີກ” ກອງປະຊຸມດໍາເນີນໄປໄດ້ເຄິ່່ງມື້ ແລະ ປິດລົງຢ່າງຈົບງາມ.
ແສງດາວວີ
ແສງດາວວີ