• 1

    ສະບາຍດີ

  • 2

  • 3

  • 4

  • 5

  • 6

  • 7

  • 8

ສາມັກຄີ ມີວິໄນ ທັນສະໄໝ ໄດ້ມາດຕະຖານ

     ເພື່ອເຮັດໃຫ້ການນໍາໃຊ້ພາສາລາວ ສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາຂອງພວກເຮົາ ໃຫ້ມີຄວາມເປັນເອກະພາບກັນ

ຈຶງໄດ້ຈັດກອງປະຊຸມການເຜີຍແຜ່ກ່ຽວກັບການນໍາໃຊ້ພາສາລາວ ໃນປຶ້ມແບບຮຽນ ແລະ ການສ້າງເອກະສານທາງການຂຶ້ນໃນ ວັນທີ 27 ກໍ ລະກົດ 2017 ທີ່ຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ປ.ອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະ ຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີບັນດາຄະສູນ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພະນັກງານວິຊາການທຸກທ່ານພາຍໃນ ສ.ວ.ສ ເຂົ້າຮ່ວມທັງໝົດ 80 ກວ່າທ່ານ ທີ່ຫ້ອງປະຊຸມໃຫຍ່ ສ.ວ.ສ.
     ຈຸດປະສົງຫຼັກຂອງກອງປະຊຸມແມ່ນມີສອງຈຸດຫຼັກຄື:

     1. ເພື່ອເຜີຍແຜ່ກ່ຽວກັບການນຳໃຊພາສາລາວໃນປຶ້ມແບບຮຽນ,

     2. ການສ້າງເອກະສານນິຕິກໍາ ແລະ ເອກະສານບໍລິຫານຕ່າງໆ  ພ້ອມທັງເຝິກປະຕິດບັດທົດລອງໃນການສ້າງເອກະສານນິຕິກຳຕ່າງໆ, ກອງປະຊຸມດໍາເນີນໄປ 1ວັນເຕັມ ແລະ  ໄດ້ປິດລົງຢ່າງຈົບງາມ.

 

ຄຸນປະເສີດ