ຂ່າວເດັ່ນ
ຂະບວນການຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ
ຂຽນໂດຍ Super User
ລາຍລະອຽດ:
ໝວດ: ຂ່າວເດັ່ນ
| ເຜີຍແຜ່ເມື່ອ 27 ພະຈິກ 2017
| ກົດເບິ່ງ: 3532
ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ; ແລະ ຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີແລະ ເພື່ອຕ້ອນຮັບຊົມເຊີຍກອງ ປະຊຸມ ຜູ້ບໍລິຫານການສຶກສາທີ່ຈະມາເຖິງນີ້.
ທັງນີ້ກໍເພື່ອອອກແຮງແຂ່ງຂັນ-ສ້າງຜົນງານ ພາຍໃຕ້ຂໍ້ແຂ່ງຂັນ 4ບຸກ ໃຫ້ປາກົດຜົນເປັນຈິງ.
ດັ່ງນັ້ນ ຄະນະໜ່ວຍຊາວໜຸ່ມຮາກຖານ ສວສ ຈຶ່ງໄດ້ຈັດຕັ້ງຂະບວນການອອກແຮງງານ ລວມຂຶ້ນ ໃນຕອນເຊົ້າວັນເສົາ ທີ 25 ພະຈິກ 2017 ເຊິ່ງມີຫົວໜ້າຈຸ, ຮອງຈຸ ແລະ ຊະມາຊິກຊາວໜຸ່ມທຸກສະຫາຍເຂົ້າຮ່ວມທັງໜົດ 24ຄົນ ໃນມື້ດັ່ງກ່າວໄດ້ທາສີກໍາແພງ ແລະ ຮານ ຕົ້ນໃຫຍ່, ທຸກຄົນໄດ້ມີຄວາມສາມັກຄີ ຊ່ວຍກັນຢ່າງຫ້າວຫັນ ເຮັດໃຫ້ວຽກທີ່ຖືກມອບໝາຍສໍາ ເລັດໄປດ້ວຍດີ.
ແສງດາວວີ