• 1

    ສະບາຍດີ

  • 2

  • 3

  • 4

  • 5

  • 6

  • 7

  • 8

ສາມັກຄີ ມີວິໄນ ທັນສະໄໝ ໄດ້ມາດຕະຖານ

       ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານການວິໄຈ ໃນຫົວຂໍ້ “ສຶກສາສະພາບ ແລະ ບັນຫາໃນການຈັດການຮຽນ-ການສອນພາສາອັງກິດໃນຊັ້ນປະຖົມສຶກສາປີທີ 3-5”

ຈັດຂຶ້ນໃນວັນທີ 28 ພະຈິກ 2017 ເວລາ 13:30’-16:20’ ທີ່ຫ້ອງປະຊຸມໃຫຍ່ (ສ.ວ.ສ) ໃຫ້ກຽດເປັນປະທານໂດຍ ທ່ານ ປ.ອ ອ່ອນແກ້ວ ນວນນະວົງ (ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ), ມີຜູ້ເຂົ້າຮ່ວມ 37 ທ່ານ ຍິງ 13. ເພື່ອໃຫ້ກອງປະຊຸມມີຄວາມໝາຍ ແລະ ຄວາມສຳຄັນຍິ່ງຂຶ້ນ ທ່ານ ປ.ອ ອ່ອນແກ້ວ ນວນນະວົງໄດ້ກ່າວເປີດພິທີຢ່າງເປັນທາງການຂຶ້ນໃນເວລາ 14:00’ ແລະ ໄດ້ນຳສະເໜີບົດລາຍງານການວິໄຈ ສະພາບ ແລະ ບັນຫາການດຳເນີນຮຽນ-ການສອນພາສາອັງກິດໃນຊັ້ນປະຖົມສຶກສາປີທີ 3-5” ໂດຍທ່ານ ກາດຳ (ຮອງຜູ້ອໍານວຍການສູນວິໄຈ) ຈາກນັ້ນກໍ່ມີການປະກອບຄໍາຄິດຄໍາເຫັນຕ່າງໆໃສ່ບົດລາຍງານຢ່າງສ້າງສັນ ແລະ ເປັນເອກະພາບກັນເພື່ອຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ກອງປະຊຸມໄດ້ປິດລົງຢ່າງເປັນທາງການ.