ຂ່າວເດັ່ນ
ກອງປະຊຸມເຝິກອົບຮົມການນຳໃຊ້ຄອມພິວເຕີຂັ້ນພື້ນຖານ
ຂຽນໂດຍ Super User
ລາຍລະອຽດ:
ໝວດ: ຂ່າວເດັ່ນ
| ເຜີຍແຜ່ເມື່ອ 31 ມັງກອນ 2018
| ກົດເບິ່ງ: 3920
ຂະແໜງ ICT ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສ.ວ.ສ) ໄດ້ຈັດກອງປະຊຸມເຝິກອົບຮົມການນຳໄຊ້ຄອມພິວເຕີ (Computer) ຂັ້ນພື້ນຖານໃຫ້ແກ່ຄູຊັ້ນປະຖົມພາຍໃນເມືອງສີສັດຕະນາກ ນະຄອນຫຼວງຂຶ້ນໃນວັນທີ 27 ມັງກອນ - 3 ກຸມພາ 2018 ທີ່ຫ້ອງປະຊຸມໃຫຍ່ (ສ.ວ.ສ)
ໂດຍມີຄູເຝິກ 4 ທ່ານ ຍິງ 1 ແລະ ສຳມະນາກອນເຂົ້າຮ່ວມຈຳນວນ 27 ທ່ານຍິງ 18. ເພື່ອໃຫ້ກອງປະຊຸມດັ່ງກ່າວມີຄວາມໝາຍ ແລະ ຄວາມສຳຄັນຍິ່ງຂຶ້ນຈິ່ງໃຫ້ການເປັນປະທານໂດຍທ່ານ ອ.ຈ ສຸກສະຫວັນ ພອນເທວາ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປັນຜູ້ກ່າວເປີດພິທີຢ່າງເປັນທາງການໃນຄັ້ງນີ້. ຈາກນັ້ນຄູເຝິກ ແລະ ຄູສຳມະນາກອນໄດ້ລົງພາກປະຕິບັດຕົວຈິງຂຶ້ນທີ່ຫ້ອງຄອມພິວເຕີ (Computer) ຂອງສູນເຕັກໂນໂລຊີການສຶກສາ (ສ.ວ.ສ) ຢ່າງເປັນຂະບວນຝົດຟື້ນ.