Governing Board Meeting of the SEAMEO CED 2021
- Details
- Published: Tuesday, 23 November 2021 15:50
- Written by Super User
- Hits: 497
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄະນະຜູ້ບໍລິຫານງານສູນຊີແມວ ຊີອີດີ ຄັ້ງທີ 4 ເມື່ອບໍ່ດົນມານີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸຣິອຸດົງ ສູນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສິລິນທອນ ສັກລໍຄຳ ເຈົ້າໜ້າທີອາວຸໂສ, ຫົວໜ້າກົມພົວພັນຕ່າງປະເທດ ສສກ, ທ່ານ ປອ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງ ສສກ, ພ້ອມດ້ວຍບັນດາຜູ້ບໍລິຫານສູນຊີແມວ ຊີອີດີ ຈາກປະເທດສະມາຊິກຊີແມວ ປະກອບມີ ປະເທດບຣູໄນ ດາຣຸສະລຳ, ກຳປູເຈຍ, ມາເລເຊຍ, ມຽນມາ, ຟີລິບປິນ, ສິ່ງກະໂປ, ຣາຊະອານາຈັກໄທ ແລະ ສປປ ລາວ.
ໃນກອງປະຊຸມ ທ່ານ ຮສ.ປອ ນຽນ ສີວົງໄຊ ຜູ້ອຳນວຍການສູນຊີເມວ ໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດວຽກງານຂອງສູນຊີແມວ ຊີອີດີ ໃນໄລຍະເວລາໜຶ່ງປີຜ່ານມາ ພ້ອມທັງຊີ້ໃຫ້ເຫັນເຖິງວຽກງານອັນພົ້ນເດັ່ນຫຼາຍດ້ານທີ່ຍາດມາໄດ້ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ຈາກນັ້ນ, ທ່ານ ກິດສະໄຊ ສົມສະໝານ ຮອງຜູ້ອຳນວຍການກອງເລຂາຊີແມວ ປະຈຳບາງກອກ ໄດ້ກ່າວສະແດງຄວາມຊົມເຊີຍມາຍັງສູນທີ່ສາມາດຍາດມາໄດ້ຜົນສຳເລັດຫຼາຍອັນ ເປັນຕົ້ນແມ່ນ ໂຄງການໂຮງຮຽນຊາຍແດນ ( Border School Project: Building the Capacity of Science and Math Teachers of Lao Border Schools 2020) ທີ່ເນັ້ນໃນການສ້າງຄວາມອາດສາມາດທາງດ້ານວິທະຍາສາດ ແລະ ຄະນິດສາດໃຫ້ແກ່ຄູອາຈານ, ໂຄງການກ່ຽວກັບການນຳໃຊ້ອຸປະກອນອິເລັກໂຕຼນິກຂອງໄວໝຸ່ມໃນ ສປປ ລາວ (Digital Kids ASIA-Pacific in Lao PDR) ແລະ ອື່ນໆ.