Governing Board Meeting of the SEAMEO CED 2021

IMG 5090555

            ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄະນະຜູ້ບໍລິຫານງານສູນຊີແມວ ຊີອີດີ ຄັ້ງທີ 4 ເມື່ອບໍ່ດົນມານີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ​ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸຣິອຸດົງ ສູນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສິລິນທອນ ສັກລໍຄຳ ເຈົ້າໜ້າທີອາວຸໂສ, ຫົວໜ້າກົມພົວພັນຕ່າງປະເທດ ສສກ, ທ່ານ ປອ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງ ສສກ, ພ້ອມດ້ວຍບັນດາຜູ້ບໍລິຫານສູນຊີແມວ ຊີອີດີ ຈາກປະເທດສະມາຊິກຊີແມວ ປະກອບມີ ປະເທດບຣູໄນ ດາຣຸສະລຳ, ກຳປູເຈຍ, ມາເລເຊຍ, ມຽນມາ, ຟີລິບປິນ, ສິ່ງກະໂປ, ຣາຊະອານາຈັກໄທ ແລະ ສປປ ລາວ.
ໃນກອງປະຊຸມ ທ່ານ ຮສ.ປອ ນຽນ ສີວົງໄຊ ຜູ້ອຳນວຍການສູນຊີເມວ​ ໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດວຽກງານຂອງສູນຊີແມວ ຊີອີດີ ໃນໄລຍະເວລາໜຶ່ງປີຜ່ານມາ ພ້ອມທັງຊີ້ໃຫ້ເຫັນເຖິງວຽກງານອັນພົ້ນເດັ່ນຫຼາຍດ້ານທີ່ຍາດມາໄດ້ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ຈາກນັ້ນ,​ ທ່ານ ກິດສະໄຊ ສົມສະໝານ ຮອງຜູ້ອຳນວຍການກອງເລຂາຊີແມວ ປະຈຳບາງກອກ ໄດ້ກ່າວສະແດງຄວາມຊົມເຊີຍມາຍັງສູນທີ່ສາມາດຍາດມາໄດ້ຜົນສຳເລັດຫຼາຍອັນ ເປັນຕົ້ນແມ່ນ ໂຄງການໂຮງຮຽນຊາຍແດນ ( Border School Project: Building the Capacity of Science and Math Teachers of Lao Border Schools 2020) ທີ່ເນັ້ນໃນການສ້າງຄວາມອາດສາມາດທາງດ້ານວິທະຍາສາດ ແລະ ຄະນິດສາດໃຫ້ແກ່ຄູອາຈານ, ໂຄງການກ່ຽວກັບການນຳໃຊ້ອຸປະກອນອິເລັກໂຕຼນິກຂອງໄວໝຸ່ມໃນ ສປປ ລາວ (Digital Kids ASIA-Pacific in Lao PDR) ແລະ ອື່ນໆ.

             ຂະນະດຽວກັນ,​ ທ່ານ ປອ ສຸຣິອຸດົງ ສູນດາລາ ໄດ້ໃຫ້ກຽດກ່າວສະແດງຄວາມຊົມເຊີຍຕໍ່ສູນຊີແມວທີ່ສາມາດເປີດກອງປະຊຸມຄະນະຜູ້ບໍລິຫານວຽກງານ ສູນຊີແມວ ຊີອີດີ ຄັ້ງທີ 4 ນີ້ຂຶ້ນໄດ້ໃນໄລຍະເວລາທີ່ມີການແພ່ລະບາດຂອງໂຄວິດ-19 ແລະ ໄດ້ຊົມເຊີຍຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ເປັນຕົ້ນແມ່ນ ໂຄງການ Digital Kids ASIA-Pacific in Lao PDR ທີ່ທາງສູນຊີແມວ ຊີອີດີ ໄດ້ນຳສະເໜີຢູ່ກອງປະຊຸມຄະນະຜູ້ບໍລິຫານງານວຽກງານສຶກສາ-ກິລາທົ່ວປະເທດ, ພ້ອມທັງເຊີນຊວນຄະນະຜູ້ບໍລິຫານງານສູນຊີແມວເພີ່ມທະວີການຮ່ວມມື ແລະ ເສີ່ມສ້າງຄວາມເຂັ້ມແຂວງໃຫ້ແກ່ ສູນຊີແມວ ຊີອີດີ.
ການຈັດກອງປະຊຸມຄະນະຜູ້ບໍລິຫານງານ ສູນຊີແມວ ຊີອີດີ ຄັ້ງທີ 4 ນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັນດາກິດຈະກຳຂອງປະເທດສະມາຊິກຊີແມວ ໃນໜຶ່ງປີຜ່ານມາ 2020-2021; ສະຫຼຸບລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ແລະ ກິດຈະກຳຕ່າງໆຂອງສູນຊີແມວ ຊີອີດີ ໃນໄລຍະໜຶ່ງປີຜ່ານມາ 2020-2021; ຮັບຮອງແຜນການຈັດຕັ້ງປະຕິບັດ ປະຈຳ 1 ປີ (ສົກປີ 2021-2022), ແຜນການເຄືອນໄຫວປະຈຳ 3 ປີ (2021-2023) ແລະ ແຜນຍຸດທະສາດການຈັດຕັ້ງປະຕິບັດວຽກງານປະຈຳ 5 ປີ (2021-2025); ລາຍງານຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າວິທະຍາສາດ ແລະ ການຈັດການຝຶກອົບຮົມຂອງສູນ ຊີແມວ ຊີອີດີ; ລາຍງານເນື້ອໃນ ແລະ ແຜນການຈັດກອງປະຊຸມສຳມະນາວິຊາການສາກົນ ຄັ້ງທີ 4 ທີ່ຈະຈັດຂຶ້ນໃນປີຕໍ່ໄປ; ປຶກສາຫາລືບັນຫາອື່ນໆ ທີ່ກ່ຽວຂ້ອງກັບການພັດທະນາການສຶກສາຊຸມຊົນຕາມຂົງເຂດອາຊີຕາເວັນອອກສ່ຽງໃຕ້.
               ກອງປະຊຸມຕົກລົງເຫັນດີເປັນເອກະພາບກັນຮັບຮອງເອົາບັນດາຜົນງານການຈັດຕັ້ງປະຕິບັດວຽກງານຂອງບັນດາສູນຊີແມວ ໃນສົກປີ 2020-2021 ທີ່ທາງກອງເລຂາຊີແມວໄດ້ລາຍງານຕໍ່ກອງປະຊຸມ; ກອງປະຊຸມຕົກລົງເປັນເອກະພາບກັນຮອງຮອງເອົາແຜນການເຄືອນໄຫວວຽກງານຂອງສູນຊີແມວ ຊີອີດີ ປະຈຳ 1 ປີ (2021-2022), ປະຈຳ 3 ປີ (2022-2024) ແລະ ແຜນຍຸດທະສາດ ປະຈຳ 5 ປີ (2021-2025), ກອງປະຊຸມໄດ້ຮັບຟັງການລາຍງານຈາກສູນຊີແມວ ຊີອີດີ, ປຶກສາຫາລືກັນ ແລະ ເຫັນດີ ຮັບຮອງເອົາການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ, ຊຶ່ງສ່ວນໃຫຍ່ເປັນໂຄງການທີ່ສືບຕໍ່ຈາກປີກ່ອນເນື່ອງຈາກສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງລວມທັງໝົດມີ 6 ໂຄງການ ເຊັ່ນ: ໂຄງການໂຮງຮຽນຊາຍແດນ (Border Schools Project), ໂຄງການ ການນຳໃຊ້ອຸປະກອນອິເລັກໂຕຼນິກຂອງໄວໝຸ່ມໃນ ສປປ ລາວ (Digital Kids ASIA-Pacific in Lao PDR), ໂຄງການຄົ້ວຄວ້າກ່ຽວກັບການປະເມີນປະສິດທິພາບຂອງການສຶກສາ ແລະ ຜົນກະທົບຂອງລະເບີດຍັງບໍ່ແຕກຕໍ່ການສຶກສາ (Effectiveness Assessment Survey of Mine Risk Education), ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນ ແລະ ຊຸມຊົນ (Strengthening Schools and Community Partnership in Asia), ໂຄງການຄົ້ນຄວ້າໂພສະນາການສຳລັບເດັກນ້ອຍພິເສດທີ່ເປັນ ດາວສິນໂດຍ ແລະ ADHD (Project on Nutrition for SpecialNeed Education Students), ບົດຄົ້ນຄວ້າທີ່ຖຶກຕີພິມຫົວຂໍ້ ໂຄວິດ-19 ໃນ ສປປ ລາວ: ຜົນກະທົບ ແລະ ການຕອບໂຕ້ຂອງຂະແໜງການສຶກສາ ລາວ (publications of the article on “Covid-19 in Laos: Impacts and Responses of Lao Education Sector”), ກອງປະຊຸມໄດ້ຮັບຟັງການລາຍງານແຜນການຈັດກອງປະຊຸມສຳມະນາສາກົນຄັ້ງທີ 4 ຮ່ວມກັບອົງການ DVV, ຊື່ງເປັນກອງປະຊຸມສຳມະນາສາກົນທີ່ແຍກອອກຈາກກອງປະຊຸມຄະນະຜູ້ບໍລິຫານ ສູນຊີແມວ ຊີອີດີ ນີ້ ແລະ ມີແຜນຈະຈັດຂຶ້ນໃນຕົ້ນປີ 2022 ທີ່ເມືອງນາກາຍ ແຂວງຄຳມວນ, ສຳລັບຂອບເຂດກອງປະຊຸມສຳມະນາດັ່ງກ່າວແມ່ນເນັ້ນໃສ່ການສຶກສາໃນເຂດຫ່າງໄກສອກຫຼີກ, ຜົນກະທົບຂອງການແພ່ລະບາດຂອງໂຄວິດ-19, ສຸຂະອະນາໄມໃນໂຮງຮຽນ, ການສຶກສານອກໂຮງຮຽນ, ການຮຽນຮູ້ຕະຫຼອດຊີວິດ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນການພັດທະນາຄຸນນະພາບຂອງການສຶກສາ ແລະ ບັນຫາອື່ນໆ. ຄະນະຜູ້ບໍລິຫານງານສູນຊີແມວ ຊີອີດີ ໄດ້ຮັບຮອງໃຫ້ສູນຊີແມວ ຊີອີດີ ຈັດກອງປະຊຸມສຳມະນາສາກົນ ຄັ້ງທີ 4 ແລະ ຫວັງເປັນຢ່າງຍິງວ່າຈະໄດ້ເຂົ້າຮ່ວມກອງປະຊຸມສຳມະນາສາກົນດັ່ງກ່າວໃນປີໜ້າ.​ ນອກນັ້ນ,​ ກອງປະຊຸມເຫັນດີ ແລະ ຮັບຮອງເອົາແຜນເບື້ອງຕົ້ນໃນການຈັດ ກອງປະຊຸມຄະນະຜູ້ບໍລິຫານງານຂອງສູນຊີແມວ ຊີອີດີ ຄັ້ງທີ 5 ໃນລະຫວ່າງວັນທີ 26-27 ກັນຍາ 2022 ທີ່ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມສຳມະນາສາກົນຄັ້ງທີ 4 ໃນວັນທີ 28-30 ກັນຍາ 2022.