ພິທີເປີດຊຸດອົບຮົມຕັດຫຍິບຊຸດທີ 82
- Details
- Category: ວິຊາຊີບ
- Published: Tuesday, 09 July 2019 05:02
- Written by Super User
- Hits: 400
ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2019ທີ່ສູນການສຶກສານອກໂຮງຮຽນພາກໃຕ້ໄດ້ມີພິທີເປີດຊຸດອົບຮົມຕັດຫຍິບ ຊຸດທີ 82 ໂດຍພາຍໃຕ້ການເປັນປະທານຂອງທ່ານ ພູຄໍາ ແກ້ວມຸງຄຸນ ຮອງຜູ້ອໍານວຍການສູນ, ຊີ້ນໍາວຽກງານວວິຊາຊີບ, ເຂົ້້າຮ່ວມໂດຍ ທ່ານ ໄກ່ວັນ ຍິ່ງຍົງ ຮັກສາການຫົວໜ້າໜ່ວຍງານສົ່ງເສີມວິຊາຊີບ, ຄູຕັດຫຍິບພ້ອມທັງນັກສໍາມະນາກອນ ຈໍານນວນ 29 ຄົນ
ໃນພິທີດັ່ງກ່າວຄູຝຶກກໍໄດ້ຜ່ານແຜນການຝຶກອົບຮົມໂດຍແຍກອອກເປັນສອງພາກສ່ວນຄື: ຂັ້ນພື້ນຖານ (ເທີມທີ 1) ແລະ ຕໍ່ເນື່ອງ (ເທີມທີ 2)ເຊິ່ງຈະໃຊ້ເວລາ 3 ເດືອນເທົ່າກັນ. ນັກສໍາມະນາກອນທີ່ເປັນນັກຮຽນສາມັນ 18 ຄົນ, ຊາວບ້ານ 5 ຄົນ ແລະ ພະນັກງານ 6 ຄົນ, ໃນນັ້ນໄດ້ມີການແຕ່ງຕັ້ງຄະນະຫໍພັກ ແລະ ຈຸ ເພື່ອສະດວກໃນການຄຸ້ມຄອງ, ທ້າຍສຸດປະທານກອງປະຊຸມກໍໄດ້ໃຫ້ທິດຊີ້ນໍາທັງຄູຝຶກ ແລະ ນັກສໍາມະນາກອນເພື່ອເຮັດໃຫ້ບັນລຸແຜນການທີ່ວາງໄວ້ພ້ອມທັງກ່າວເປີດຊຸດອົບຮົມຢ່າງເປັນທາງການ.