ນໍາພານັກຮຽນຕັດຫຍິບທັດສະນະສຶກສາ
- Details
- Category: ວິຊາຊີບ
- Published: Tuesday, 20 August 2019 08:10
- Written by Super User
- Hits: 2435
ນໍາພານັກຮຽນຕັດຫຍິບ ຊຸດທີ 82 ທັດສະນະສຶກສາແລກປ່ຽນບົດຮຽນ
ໃນຕອນເຊົ້າຂອງວັນທີ 14 ສິງຫາ 2019 ທີມງານຄູອາຈານຕັດຫຍິບສູນການສຶກສານອກໂຮງຮຽນພາກໃຕ້ໄດ້ນໍາພານັກຮຽນຕັດຫຍິບຊຸດທີ 82 ທັດສະນນະສຶກສາແລກປ່ຽນບົດຮຽນນໍານັກຮຽນທີ່ຮຽນຈົບຈາກສູນການສຶກສານອກໂຮງຮຽນພາກໃຕ້ໄປແລ້ວ ແລະ ໄດ້ນໍາໄປປະຕິບັດຕົວຈິງຢູ່ເຮືອນຂອງຕົນ ແລະ ມີລາຍຮັບເສີມເຂົ້າຄອບຄົວ
ການທັດສະນະສຶກສາໃນຄັ້ງນີ້ປະກອບມີ ໜ່ວຍງານສົ່ງເສີມວິຊາຊີບ, ຄູອາຈານຕັດຫຍິບ ແລະ ນັກຮຽນຕັດຫຍິບ, ທຶນສະໜັບສະໜູນໃນຄັ້ງນີ້ແມ່ນເປັນທືນຂອງນັກຮຽນເປັນອອກທັງໝົດສ່ວນທາງສູນແມ່ນໃຫ້ຄວາມສະດວກທາງດ້ານພາຫະນະ. ການທັດສະນະສຶກສາຄັ້ງນີ້ແມ່ນເພື່ອເປັນແນວທາງ ແລະ ເປັນຂໍຄິດທີ່ດີໃຫ້ແກ່ຜູ້ທີ່ກໍາລັງຈະຈົບໄປເພື່ອໄປປະກອບອາຊີບ. ໃນເບື້ອງຕົ້ນທາງເຈົ້າຂອງເຮືອນ (ນັກຮຽນທີ່ຈົບໄປແລ້ວ) ໄດ້ເລົ່າຄືນແຮງຈູງໃຈທີ່ເຮັດໃຫ້ຢາກຮຽນຕັດຫຍິບ ແລະ ເລົ່າປະສົມການຫຼັງຈາກທີ່ຮຽນຈົບມາແລ້ວ, ການໂຄສະນາ, ການຊອກຫາລູກຄ້າ ແລະ ການບໍລິການລູກຄ້າເຊິ່ງໃນປະຈຸບັນແມ່ນສາມາດສ້າງລາຍຮັບເຂົ້າຄອບຄົວຈາກການບໍລິການຕັດຫຍິບໄດ້ດີສົມຄວນ. ນອກຈາກນັ້ນທາງນັກຮຽນກໍໄດ້ສອບຖາມບັນຫາຕ່າງໆທີ່ຍັງຄ້າງຄາໃຈ ແລະ ສາມາດໄຂຂໍ້ຂ້ອງໃຈໄດ້ເປັນຢ່າງດີ. ພາຍຫຼັງທີ່ສໍາເລັດວຽກງານທາງດ້ານວິຊາການແລ້ວທາງທີມງານກໍໄດ້ນໍາພານັກຮຽນທ່ອງທ່ຽວແຫຼ່ງທ່ອງທ່ຽວນໍ້າຕົກຕາດກອຍເພື່ອສ້າງຄວາມສໍາພັນ ແລະ ໃກ້ຊິດສະໜິດສະໝຸມກັບນັກຮຽນທີ່ກຽມຈະຈົບໃນຕົ້ນເດືອນກັນຍາ 2019 ນີ້.
ໂດຍ: ໄກ່ວັນ ຍິ່ງຍົງ