ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍສະຫາພັນແມ່ຍິງສູນ
- Details
- Category: ຂ່າວສານ
- Published: Thursday, 11 July 2019 02:21
- Written by Super User
- Hits: 422
ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍສະຫາພັນແມ່ຍິງສູນ
ວັນທີ 9 ກໍລະກົດ 2019 ໜ່ວຍສະຫາພັນແມ່ຍິງສູນໄດ້ສາເລັດກອງປະຊຸມໃຫຍ່ຄັ້ງທີ IV ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ແກ້ວວິໄລ ພົມມະລິສັກ ຄະນະບໍລິຫານງານສະຫາພັນແມ່ຍິງແຂວງ, ປະທານສະຫາພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູຄໍາ ແກ້ວມຸງຄຸນ ເລຂາໜ່ວຍພັກ ຄະນະອໍານວຍການສູນ, ຕາງໜ້າອົງການຈັດຕັ້ງຊາວໜຸ່ມ ແລະ ສະຫາພັນກໍາມະບານສູນ, ມີປະທານ, ຄະນະສະຫາພັນແມ່ຍິງອ້ອມຂັ້ງພ້ອມທັງສະມາຊິກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.