ສູນການສຶກສານອກໂຮງຮຽນພາກໃຕ້ໄດ້ພັດທະນາບຸກຄະລາກອນຫົວຂໍ້ການບໍລິຫານຈັດການອົງກອນດ້ານການພັດທະນາສີມືແຮງງານ

 

IMG 20181217 WA0014

IMG 20181221 WA0025

ສູນການສຶກສານອກໂຮງຮຽນພາກໃຕ້ໄດ້ພັດທະນາບຸກຄະລາກອນຫົວຂໍ້ການບໍລິຫານຈັດການອົງກອນດ້ານການພັດທະນາສີມືແຮງງານ

ສູນການສຶກສານອກໂຮງຮຽນພາກໃຕ້ໄດ້ພັດທະນາບຸກຄະລາກອນຫົວຂໍ້າການບໍລິຫານຈັດການອົງກອນດ້ານການພັດທະນາສີມືແຮງງານທີ່ແຂວງອຸບົນລາຊທານີ ລາຊນາຈັກໄທ, ດໍາເນີນການໂດຍສະຖາບັນພັດທະນາສີມືແຮງງານນາໆຊາດຮ່ວມກັບສະຖານບັນພັດທະນາສີມືແຮງງານ 7 ອຸບົນລາຊທານີ

ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມ ເນວາດ້າຄອນເວນຊັນໂຮເທວ ແຂວງ ອຸບົນລາຊທານີໃຊ້ເວລາ 5 ວັນ ເຊີ່ງເລີ່ມແຕ່ວັນທີ 17-21 ທັນວາ 2018, ມີນັກສໍາມະນາກອນເຂົ້່າຮ່ວມ 20 ທ່ານ ເຊີ່ງມາຈາກ 7 ພາກສ່ວນຄື: ສູນການສຶກສານອກໂຮງຮຽນພາກໃຕ້, ສູນພັດທະນາສີມືແຮງງານແຂວງຈໍາປາສັກ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຈໍາປາສັກ, ວິທະຍາໄລຄູປາກເຊ, ວິທະຍາໄລການເງິນພາກໃຕ້, ວິທະຍາໄລເຕັກນິກວິຊາຊີບແຂວງຈໍາປາສັກ ແລະ ມະຫາວິທະຍາໄລຈໍາປາສັກ. ໂດຍໃຫ້ກຽດເປັນປະທານໂດຍທ່ານ ຄໍາໃສ ໝື່ນຫຼວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຈໍາປາສັກ ຕ່າງໜ້າເຈົ້າແຂວງຈໍາປາສັກ ແລະ ທ່ານຫົວໜ້າແຮງງານແຂວງອຸບົນລາຊະທານີ, ຫົວໜ້າກົງສູນໃຫຍ່ໄທປະຈໍາລາວ ແລະ ລາວປະຈໍາໄທພ້ອມທັງເຈົ້າໜ້າທີ່ໆກ່ຽວຂ້ອງເຂົ້າຮ່ວມ.

ການຝຶກອົບບຮົມທາງວິທະຍາກອນຈາກລາຊນນາຈັກໄທໄດ້ນໍາສະເໜີພາກທິດສະດີໃຫ້ຂໍ້ຄິດ ແລະ ນໍາພາປະຕິບັດການບໍລິຫານຈັດການອົງກອນດ້ານການພັດທະນາສີມືແຮງງານພ້ອມນັ້ນຍັງໄດ້ນໍາພານັກສໍາມະນາກອນໄປທັດສະນະສຶກສາໄປເບິ່ງການບໍລິຫານ ແລະ ການຈັດການອົງກອນທັງພາກລັດ ແລະ ເອກະຊົນເຊີ່ງເຮັດໃຫ້ນັກສໍາມະນາກອນສາມາດຮູ້: ບົດບາດໜ້າທີ່ຂອງຜູ່ບບໍລິຫານ, ກົນລະຍຸດການບໍລິຫານ ແລະ ການວາາງແຜນກົນລະຍຸດໃນການບໍລິຫານຈັດການອົງກອນ, ການພັດທະນາວິທະຍາກອນຝຶກອົບຮົມແບບມືອາຊີບ, ການບໍລິຫານຊັບພະຍາກອນ, ການປະກັນຄຸນນະພາບ ແລະ ປະເມີນຜົນການຝຶກອົບຮົມ ແລະ ປະຍຸກໃຊ້ ICT ໃນການບໍລິຫານຈັດການອົງກອນ ເຊີ່ງເຮັດໃຫ້ຜູ່ເຂົ້າຮ່ວມມີຈິນຕະນາການໃຫ້ເຂົ້າກັບອົງກອນຂອງຕົນໄດ້ເປັນຢ່າງດີ.

ໂດຍ: ໄກ່ວັນ ຍິ່ງຍົງ