ຝຶກອົບຮົມວິຊາຊີບໃຫ້ປະຊາຊົນບ້ານສາມສ້າງ

DSCF7610DSCF7620DSCF7635

ວັນທີ 21 - 25 ມັງກອນ 2019 ສູນການສຶກສາານອກໂຮງຮຽນພາກໃຕ້ໄດ້້ຈັດຝຶກອົບຮົມວິຊາຊີບໃຫ້ແກ່ປະຊາຊົນບ້ານສາມສ້າງ ບ້ານຫ້ວຍກອງ ເມືອງ ປາກຊ່ອງ ແຂວງຈໍາປາາສັກ ຝຶກໃນຫົວຂໍ້ ການຍລ້ຽງສັດປີກ ແລະ ການລ້ຽງໝູ, ມີຜູ່່ເຂົ້າຮ່ວມທັງໝົດ 80 ຄົນ, ຍິງ 43 ຄົນ

ກອງປະຊຸທດັ່່ງກ່າວແມ່ນຈັດຂື້ນພາຍໃຕ້ທຶນຂອງສູນການສຶກສານອກໂຮງຮຽນພາກໃຕ້ ແລະ ພາຍໃຕ້ການຮ່ວມມືກັບຫ້ອງການສຶກສາເືອງປາກຊ່ອງ ແລະ ບ້ານຫ້ວຍກອງໃນການເກັບກໍາຂໍ້ມູນຄວາມຕ້ອງການຢາກຝຶກອົບຮົມຈິ່ງໄດ້ຈັດການຝຶກອົບຮົມນີ້ຂື້ນ. ເຊີ່ງໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ພູຄໍາ ແກ້ວມຸງຄຸນ ຮອງຜູ່ອໍານວຍການສູນ, ນອກຈາາກນີ້ຍັງມີຫົວໜ້າໜ່ວຍງານນອກໂຮງຮຽນເມືອງ, ຫົວໜ້າໜ່ວຍງານວິຊາຊີບສູນ, ນາຍບ້ານໆຫ້ວຍກອງ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ການຝຶກອົບຮົມແມ່ນໄດ້ແບ່ງອອກເປັນສອງຫ້ອງຕາມຫົວຂໍ້ເຊີ່ງໄດ້ຝຶກທັງພາກປປະຕິບັດ ແລະ ພາກທິດສະດີຄຽງຄູ່ກັນໄປເພື່ອເຮັດໃຫ້ຜູ່ເຂົ້້າຮ່ວມຝຶກອົບຮົມມີຄວວາມຮູ້ ແລະ ຄວາມສາມາດໃນການປະຕິບັດ ແລະ ແກ້ໄຂບັນຫາທີ່ເກີດຂື້ນກັບສັດລ້ຽງໃນໄລຍະຜ່ານມາ

ພາບ ແລະ ຂ່າວໂດຍ: ໄກ່ວັນ ຍິ່ງຍົງ