ກອງປະຊຸມຝຶກອົບຮົມການຂຽນບົດປະເມີນຕົນເອງ

ກອງປະຊຸມຝຶກອົບຮົມການຂຽນບົດປະເມີນຕົນເອງ

DSCF7834

DSCF7846DSCF7845

ໂດຍປະຕິບັດຕາມໜັງສືແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 818/ຫກ, ລົງວັນທີ 27 ກຸມພາ 2019 ເລື່ອງການຝຶກອົບຮົມການຂຽນບົດປະເມີນຕົນເອງໃຫ້ການສຶກສານອກໂຮງຮຽນທີ່ສູນການສຶກສານອກໂຮງຮຽນພາກໃຕ້

ວັນທີ 19-21 ມີນາ 2019 ສູນປະກັນຄຸນນະພາບການສຶກສາໄດ້ຈັດກອງປະຊຸມຝຶກອົບຮົມການຂຽນບົດປະເມີນຕົນເອງໃຫ້ແກ່ສູນການສຶກສານອກໂຮງຮຽນພາກໃຕ້ ແລະ ສູນການສຶກສານອກໂຮງຮຽນຂັ້ນແຂວງ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື)ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 25 ຄົນ, ຍິງ 11 ຄົນ. ໂດຍໃຫ້ກຽດເປັນປະທານກອງປປະຊຸມຂອງທ່ານ ນາງພູເຂົາຄໍາ ສຸວັນ ຮອງຜູ້ອໍານວຍການສູນປະກັນຄຸນນະພາບການສຶກສາ.  ເນື້ອໃນທີ່ນໍາເຂົ້າຝຶກມີ 7 ມາດຖານ 28 ຕົວຊີ້ວັດເປັນຫຼັກ, ໃນນັ້ນກໍໄດ້ມີການຈັດກຸ່ມຄົ້ນຄວ້າປະຕິບັດຕົວຈິງ ແລະ ຂຽນບົດລາຍງານການປະເມີນຕົນເອງ, ຖາມ-ຕອບ ແລະ ຜ່ານບົດຄົ້ນຄວ້າດັ່ງກ່າວ