ສະມາຊິກພັກ ພະນັກງານ ສູນການສຶກສານອກໂຮງຮຮຽນພາກໃຕ້ຮັບຟັງປະຖະກະຖາ

ສະມາຊິກພັກ ພະນັກງານ ສູນການສຶກສານອກໂຮງຮຮຽນພາກໃຕ້ຮັບຟັງປະຖະກະຖາ

DSCF7865DSCF7856DSCF7870

ສະມາຊິກພັກ ພະນັກງານ ສູນການສຶກສານອກໂຮງຮຮຽນພາກໃຕ້ຮັບຟັງປະຖະກະຖາ

ເນື່ອງໃນໂອກາດວັນສໍາຄັນທາງປະຫວັດສາດ 22 ມີນາ 2019 ເຊິ່ງແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 64 ປີ. ເພື່ອຕ້ອນຮັບ ແລະ ລະນຶກເຖີງວັນສໍາຄັນດັ່ງກ່າວ, ສະມາຊິກພັກພະນັກງານພາຍໃນສູນການສຶກສານອກໂຮງຮຽນພາກໃຕ້ໄດ້ພ້ອມກັນສ້າງຂະບວນການຢ່າງຟົດຟື້ນພາຍໃຕ້ການນໍາພາ, ຊີ້ນໍາຂອງຄະນະພັກຄະນະອໍານວຍການສູນການສຶກສານອກໂຮງຮຽນພາກໃຕ້, ໃນນັ້ນຂະບວນການທາງດ້ານການເມືອງກໍແມ່ນໄດ້ນໍາພາເຕົ້າໂຮມຮັບຟັງປະຖະກະຖາເອກະສານວັນຄຽດແຄ້ນຄົບຮອບ 73 ປີ, ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 64 ປີ.  ຕໍ່ເນື້ອໃນທທັງສອງເອກະສານເຮັດໃຫ້ສະມາຊິກພັກພະນັກງານໄດ້ມີຈິດສໍານຶກເຖິງຄຸນຄວາມດີ, ຄວາມພິລະອາດຫານຊານໄຊ, ສະຫຼາດສ່ອງໄສຂອງພັກ ແລະ ຈົດຈໍາບຸນຄຸນຂອງພັກຢ່າງບໍ່ມີວັນລືມ ແລະ ພ້ອມທີ່ຈະເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວເຂົ້າໃນໜ້າທີ່ວຽກງານໃກ້ມີຜົນສໍາເລັດ