ກອງປະຊຸມຖອດຖອນບົດຮຽນພາກຮຽນທີ 1
- Details
- Category: ຂ່າວສານ
- Published: Monday, 29 April 2019 05:24
- Written by Super User
- Hits: 345
ກອງປະຊຸມຖອດຖອນບົດຮຽນພາກຮຽນທີ 1 ຂອງສູນການສຶກສານອກໂຮງຮຽນພາກໃຕ້
ວັນທີ 29 ມີນາ 2019 ທີ່ຜ່ານມາສູນການສຶກສານອກໂຮງຮຽນພາກໃຕ້ໄດ້ຈັດກອງປະຊຸມຖອດຖອນບົດຮຽນພາກຮຽນທີ 1 ສົກປີ 2018-2019 ເຊິ່່ງໃຫ້ກຽດເປັນປະທານໂດຍທ່ານ ບຸນທະວີ ສົມບູນຂັນ ຜູ່ອໍານວຍການສູນພ້ອມຄະນະ, ໃນນັ້ນມີ ຫົວໜ້າໜ່ວຍງານ, ຮອງໜ່ວຍງານພ້ອມທັງພະນັກງານວິຊາການທັງສີ່ໜ່ວຍງານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປປະຊຸມດັ່ງກ່າວແຕ່ລະໜ່ວຍງານກໍໄດ້ຜ່ານບົດສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018-2019 ພ້ອມທັງປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ແຜນການດັ່ງກ່າວ ເຮັດໃຫ້ກອງປະຊຸມໄ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າແຕ່ລະວຽກງານຢ່າງມີຫຼັກການ ແລະ ມີຄວາມເປັນເອກະພາບກັນ. ກອງປະຊຸມໄດ້ມີມະຕິຕົກລົງໃຫ້ແຕ່ລະໜ່ວຍງານເລັ່ງປະຕິບັດແຜນການຂອງຕົນໃຫ້ສໍາເລັດ 100 %ຕາມແຜນການທີ່ວາງໄວ້
ໂດຍ: ໄກ່ວັນ ຍິ່ງຍົງ