ກອງປະຊຸມຖອດຖອນບົດຮຽນ ສູນພາກໃຕ້ ແລະ 5 ແຂວງພາກໃຕ້
- Details
- Category: ຂ່າວສານ
- Published: Monday, 29 April 2019 07:56
- Written by Super User
- Hits: 516
ກອງປະຊຸມຖອດຖອນບົດຮຽນ ສູນພາກໃຕ້ ແລະ 5 ແຂວງພາກໃຕ້
ວັນທີ 24-25 ເມມສາ 2019 ສູນການສຶກສານອກໂຮງຮຽນພາກໃຕ້ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານການສຶກສານອກໂຮງຮຽນ 5 ແຂວງພາກໃຕ້ ໂດຍໃຫ້ກຽດເປັນປະທານໂດຍທ່ານ ປະລິນຍາເອກ ກ້າ ສະເຫຼີມສຸກ ຫົວໜ້າກົມການສຶກສານອກໂຮງຮຽນ, ມີທັງຜູ່ອໍານວຍການສູນພາກ ສາມສູນພາກ( ພາກເໜືອ, ພາກກາງ ແລະ ພາກໃຕ້) ແລະ ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຂະແໜງນອກໂຮງຮຽນ ແລະ ຜູ່ອໍານວຍການສູນການສຶກສານອກໂຮງຮຽນຂັ້ນແຂວງ 5 ແຂວງພາກໃຕ້ (ແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຂວງ ຈໍາປາສັກ) ແລະ ວິຊາການພາຍໃນສູນການສຶກສານອກໂຮງຮຽນພາກໃຕ້ເຂົ້າຮ່ວມທັງໝົດ 36 ຕົນ
ກອງປະຊຸມດັ່ງກ່າວແຕ່ລະສູນແມ່ນໄດ້ຜ່ານບົດສະຫຼຸບແຜນການຂອງຕົນໂດຍຫຍໍ້ ແລະ ປະກອບຄໍາຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເຮັດໃຫ້ກອງປະຊຸມມີບັນຍາກາດຟົດຟື້ນຍິ່ງຂື້ນ ແລະ ຜູ່ອໍານວຍການສູນພາກເໜືອ ແລະ ພາກກາງກໍໄດ້ໃຫ້ຄໍາຄິດຄໍາເຫັນ ແລະ ສົມທຽບໃຫ້ເຫັນການຈັດຕັ້ງປະຕິບັດຢູ່ສູນຂອງທ່ານ ເຮັດໃຫ້ຜູ່ແທນກອງປະຊຸມເຂົ້າໃຈແຈ້ງ ແລະ ມີບົດຮຽນໃນການປະຕິບັດໃນຕໍ່ໜ້າ. ກອງປະຊຸມໄດ້ຮ່ວມກັນອອກມະຕິເພື່ອແກ້ໄຂວຽກງານທີ່ຍັງຄົງຄ້າງ ແລະ ບໍ່ໄດ້ປະຕິບັດໃນໄລຍະຜ່ານມາໃຫ້ໄດ້ປະຕິບັດທັນເວລາ ແລະ ທົ່ວເຖິງ.
ໂດຍ: ໄກ່ວັນ ຍິ່ງຍົງ