ສາລະວັນປະກາດຈົບມັດທະຍົມຕອນຕົ້ນບໍາລຸງ
- Details
- Category: ຂ່າວສານ
- Published: Monday, 29 April 2019 08:25
- Written by Super User
- Hits: 386
ສາລະວັນປະກາດຈົບມັດທະຍົມຕອນຕົ້ນບໍາລຸງ
ແຂວວງສສາລະວັນຈັດພິທີປະກາດແຂວງຈົບມັດທະຍົມຕອນຕົ້ນບໍາລົງຢ່າງສົມກຽດ
ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສະບັບເລກທີ 430/ສສກ, ລົງວັນທີ 5 ກຸມພາ 2019 ວ່າດ້ວຍປະກາດແຂວງສສາລະວັນເປັນແຂວງຈົບມັດທະຍົມຕອນຕົ້ນບບໍາລຸງ. ໃນວັນທີ 26 ເມສາ 2019 ຄະນະພັກອໍານາດການປົກຄອງແຂວງສາລະວັນໄດ້ຈັດພິທີປະກາດແຂວງສາລະວັນເປັນແຂວງສສາລະວັນເປັນແຂວງຈົບມັດທະຍົມຕອນຕົ້ນບບໍາລຸງຢ່າງເປັນທາງການ.ພາຍໃຕ້ການເັນນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີພະນັກງານການນໍາຂອງກະຊວງສຶກສາທິການ ແລະ ກິລາ, ພະນັກງານການນໍາຂັ້ນແຂວງອ້ອມຂ້າງກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ, ພະນັກງານການນໍາຂັ້ນເມືອງ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ນັກຮຽນຮູ້ປັນຍາຊົນບັນດາເຜົ່າເຂົ້າຮ່ວມ.