ແຂວງສາລະວັນບັນລຸແຜນພັດທະນາການສຶກສາ 5 ປີ ຄັ້ງທີ 8, 2016-2020
- Details
- Category: ຂ່າວສານ
- Published: Friday, 10 May 2019 07:06
- Written by kaivanh
- Hits: 695
ແຂວວງສາລະວັນບັນລຸແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ 8, 2016-2020 ໃນການບໍາລຸງຍົກລະດັບມັດທະຍົມຕົ້ນປະຊາຊົນ
ສາລະວັນແມ່ນໜຶ່ງແຂວງໃນ 4 ແຂວງພາກໃຕ້ ແລະ ເປັນແຂວງທໍາອິດທີ່ສາມາດບັນລຸແຜນຍຸດທະສາດການສຶກສາ 5 ປີ ຄັ້ງທີ 8, 2016-2020 ໃນການບໍາລຸງຍົກລະດັບມັດທະຍົມຕົ້ນຫ້ແກ່ປະຊາຊົນບັນດາເຜົ່າ
ຕາມການລາຍງານຂອງທ່ານ ສຸນີ ນາມມະບົວສີ ຮອງຫົວໜ້າພະແນກສຶກສາ ແລະ ກິລາ ແຂວງສາລະວັນໃຫ້ຮູ້ວ່າ: ແຂວງສາລະວັນມີ 8 ເມືອງ 579 ບ້ານ 81.268 ຄອບຄົວມີປະຊາກອນ 413.389 ຄົນ ຂະບວນການຈັດຕັ້ງການຮຽນການສອນໄດ້ດໍາເນີນມາຢ່າງຕໍ່ເນື່ອງພາຍໃຕ້ຄວາມຮັບຜິດຊອບຂອງຄະນະພັກອໍານາດການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທັງພາກລັດ ແລະ ເອກກະຊົນທຸກພາກສ່ວນ. ຜ່ານການຕິດຕາມປະເມີນຜົນຕົວຈິງປະຊາຊົນກຸ່ມເປົ້າໝາຍໃນເກນອາຍຸ 15-35 ປີສາມາດຈົບຫຼັກສູດມັດທະຍົມຕົ້ນບໍາລຸງທີ່ກະຊວງສຶກສາທິການ ແລະ ກິລາສ້າງຂື້ນ ແລະ ທຸກເມືອງໄດ້ປະກາດຈົບມັດທະຍົມຕົ້ນບໍາລຸງໂດຍພື້ນຖານ
- ປີ 2015 ປະກາດເມືອງນະຄອນເພັງ, ເມືອງຄົງເຊໂດນ ແລະ ເມືອງວາປີ
- ປີ 2016 ປະກາດເມືອງ ສາລະວັນ ແລະ ເມືອງ ເລົ່າງາມ
- ປີ 2018 ປະກາດເມືອງ ຕຸ້ມລານ, ເມືອງ ສະໝ້ວຍ ແລະ ເມືອງ ຕາໂອ້ຍ
ປະຈຸບັນປະຊາກອນໃນເກນອາຍຸ 15-35 ປີ ຮຽນຈົບມັດທະຍົມຕອນຕົ້ນທັງໝົດ 13.614 ຄົນ, ຍິງ 6.098 ຄົນ.ມາຮອດວັນທີ 26 ເມສາ 2019ຈິ່ງໄດ້ຈັດພິທີໃຫຍ່ອາລັງການປະກາດແຂວງສາລະວັນເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 430/ສສກ, ລົງວັນທີ 05 ກຸມພາ 2019 ຢ່າງເປັນທາງການພາຍໃຕ້ການເຂົ້າຮ່ວມເປັນທາງການຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຢ່່າງສົມກຽດ