9 ໜ່ວຍພັກ ຮັບໃບຢັ້ງຢືນເປັນໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ
- Details
- Category: ຂ່າວສານ
- Published: Monday, 01 July 2019 01:57
- Written by Super User
- Hits: 447
9 ໜ່ວຍພັກ ຮັບໃບຢັ້ງຢືນເປັນໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ
ເມື່ອວັນທີ 31/5/2019 ຜ່ານມາ, ຮາກຖານພັກພະແນກສຶກສາທິການແລະກິລາແຂວງຈຳປາສັກ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ 9ໜ່ວຍພັກທີ່ຂຶ້ນກັບ ໃນນັ້ນມີໜ່ວຍພັກສູນກາສຶກສານອກໂຮງຮຽນພາກໃຕ້,ໂດຍການເປັນປະທານຂອງທ່ານ ນິພອນ ວຽງປະເສີດ ຄະນະປະຈຳພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງ.ມີສະຫາຍ ນາງແສງສູວັນ ຊຸຍພະສິດ ກຳມະການພັກແຂວງ ເລຂາພັກຮາກຖານ-ຫົວໜ້າພະແນກສຶກສາທິການແລະກິລາແຂວງ,ຄະນະກຳມະການກວດກາ-ປະເມີນຜົນຂັ້ນແຂວງ,ພ້ອມດ້ວຍຄະນະໜ່ວຍພັກ,ສາມາຊີກພັກທັງ 10ໜ່ວຍທີ່ຂຶ້ນກັບເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ,ອີງຕາມຄຳສັ່ງກົມການເມືອງສູນກາງພັກສະບັບເລກທີ 01/ກມສພ,ວ່າດ້ວຍການເພີ້ມທະວີການກໍ່ສ້າງໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນແລະອີງຕາມການເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງຂອງການຈັດຕັ້ງຮາກຖານພັກ,ໜ່ວຍພັກ ໂດຍຜ່ານການເຫັນດີຂອງຄະນະປະຈຳພັກແຂວງ,ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວວຽກງານຂອງແຕ່ລະໜ່ວຍທີ່ມີຄວາມຫ້າວຫັນ ຕັ້ງໜ້າປະຕິບັດໜ້າທີ່ຕາມການມອບໝາຍໃຫ້.
ໂອກາດດັ່ງກ່າວ ສະຫາຍ ນິພອນ ວຽງປະເສີດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ທັງ 9ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນ ຊຶ່ງມັນສະແດງອອກໃຫ້ເຫັນເຖິງຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງແຕ່ລະໜ່ວຍ,ສາມາຊິກ ມີຄວາມບຸກບືນຫ້າວຫັນພັດທະນາວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ,ພ້ອມກັນນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ແຕ່ລະໜ່ວຍພັກຮັກສາມູນເຊື້ອແລະສືບຕໍ່ປະຕິບັດນຳພາ-ຊີ້ນຳ ໜ້າທີ່ວຽກງານທີ່ມອບໝາຍໃຫ້ດີຂຶ້ນ.
( ໂດຍ: ລູກຂອງພັກ )