ໜ່ວຍຊາວໜຸ່ມ ສນຕສໍາເລັດກອງປະຊຸມໃຫຍ່ຄັ້ງທີ IV
- Details
- Category: ຂ່າວສານ
- Published: Tuesday, 09 July 2019 03:35
- Written by Super User
- Hits: 448
ໜ່ວຍຊາວໜຸ່ມ ສນຕສໍາເລັດກອງປະຊຸມໃຫຍ່ຄັ້ງທີ IV
ວັນທີ 29 ພຶດສະພາ 2019 ໜ່ວຍຊາວໜຸ່ມສູນການສຶກສານອກໂຮງຮຽນພາກໃຕ້ ໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IV ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍຄໍາເຜີຍ ສີສະໝຸດ ຮອງເລຂາໜ່ວຍພັກ ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນແຕ່ງ ສີສັກ ຮອງເລຂາຄະນະບໍລິຫານງານຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ມີຄະນະຊາວໜຸ່ມອ້ອມຂ້າງ ແລະ ຕ່າງໜ້າອົງການຈັດຕັ້ງມະຫາຊົນພາຍໃນສູນ ພ້ອມດ້ວຍສະມາຊິກທັງໝົດເຂົ້າຮ່ວມ
ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວໃນໄລຍະ 3 ປີຜ່ານມາ ແລະ ຜ່ານທິດທາງແຜນການ 5 ປີຕໍ່ໜ້າ, ຈາກນັ້ນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເຊີ່ງມີຜູ້ລົງສະໝັກເລືອກຕັ້ງມີ 5 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 3 ສະຫາຍ, ຜົນຂອງການເລືອກຕັ້ງແມ່ນໄດ້: 1. ສະຫາຍ ໄກ່ວັນ ຍິ່ງຍົງ ເປັນເລຂາຄະນະບໍລິຫານງານໜ່ວຍຊາວໜຸ່ມ, 2. ສະຫາຍ ນາງ ແກ້ວພູທອນ ໄຊຍະສິດ ເປັນຮອງເລຂາໜ່ວຍ ແລະ 3. ສະຫາຍ ພູທອນ ທອງສະໝອນ ເປັນຄະນະ ທັງເປັນປະທານກວດກາໜ່ວຍ.