ຂະບວນການກິລາຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກສູນ

ຂະບວນການກິລາຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກສູນ

DSCF8643DSCF8634

ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກສູນການສຶກສານອກໂຮງຮຽນພາກໃຕ້ທີ່ຈະມາເຖີງ ທາງຄະນະພັກ, ຄະນະອໍານວຍການສູນໄດ້ຈັດກິດຈະກໍາແຂ່ງຂັນກິລາເປຕັງຂື້ນທີ່ເດີ່ນເປຕັງສູນການສຶກສານອກໂຮງຮຽນພາກໃຕ້

ການແຂ່ງຂັນກິລາເປຕັ້ງຄັ້ງນີ້ເປັນຂະບວນການໜື່ງເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງໜ່ວຍພັກສູນ ແລະ ທັງຍັງເປັນການຮັດແໜ້ນຄວາມສາມັກຄີກັບກົມກອງກອງອື່ນໂດຍສະເພາະແມ່ນພະແນກສຶກສາທິການ ແລະ ກິລາແຂວງ ຈໍາປາສັກ, ຫ້ອງການສຶກສາທິການ ແລະ ກິລາເມືອງ 9 ເມືອງ ແລະ 1 ນະຄອນປາກເຊ ທີ່ໄດ້ມີໂອກາດເຂົ້າຮ່ວມໃນຂະບວນການດັ່ງກ່າວ, ຂະບວນການດັ່ງກ່າວເຮັດໃຫ້ພະນັກງານວິຊາການຂອງສູນໄດ້ມີຄວາມລື້ງເຄີຍ ແລະ ສະໜິດສະໜຸມກັບບັນດາແຂກທີ່ຖຶກເຊື້ອເຊີນ ເຊີ່ງມັນໄດ້ກາຍເປັນວັນສໍາຄັນອີກວັນໜຶ່ງທີ່ທາງສູນຄວນໄດ້ຈົດຈໍາເພາະເປັນຂະບວນການພົບປະກັນກັບຂະແໜງການສຶກສຶກທົ່ວແຂວງຈໍາປາສັກ.

ໂດຍ: ໄກ່ວັນ ຍິ່ງຍົງ