ພາລະບົດບາດຂອງສູນ
- Details
- Category: ພາລະບົດບາດ
- Published: Monday, 08 April 2019 07:06
- Written by Super User
- Hits: 359
ພາລະບົດບາດຂອງສູນ
ສູນການສຶກສານອກໂຮງຮຽນພາກໃຕ້ເປັນກົງຈັກບລິຫານວິຊາການໃນລະບົບກົງຈັກການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງມີບົດ ບາດເປັນເສນາທິການດ້ານວິຊາການໃຫ້ແກ່ກົມການສຶກສານອກໂຮງຮຽນກ່ຽວກັບການພັດທະນາຫຼັກສູດທ້ອງຖິ່ນ, ສື່ການຮຽນ-ການສອນຝຶກອົບຮົມບຸກ ຄະລາກອນ, ບໍາລຸງຍົກລະດັບການສຶກສາ, ຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ການຮຽນຮູ້ຕະຫຼອດຊີວິດໃນຂອບເຂດທີ່ຕົນຮັບຜິດຊອບ ໂດຍຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.
ການບໍລິການດ້ານວິຊາການກ່ຽວກັບການສຶກສານອກໂຮງຮຽນຕາມການແບ່ງຄວາມຮັບຜິດຊອບໃນການປະສານງານ, ສົ່ງເສີມ ແລະ ສົມທົບພົວພັນມີ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື
ພາລະກິດ
1. ສ້າງແຜນພັດທະນາສູນໄລຍະຍາວ, ແຜນປະຈໍາປີ ແລະ ແຜນງົບປະມານ
2. ສົ່ງເສີມ ແລະ ພັດທະນາຄວາມຮູ້ຄວາມສາມາດຂອງບຸກຄະລາກອນການສຶກສານອກໂຮງຮຽນທາງດ້ານວິຊາການ, ພາສາຕ່າງປະເທດ, ຄອມພິວເຕີ , ຂໍ້ມູນຂ່າວສານ ແລະ ອື່ນໆ.
3. ພັດທະນາ ແລະ ການນໍາໃຊ້ ໄອຊີທີ ເຂົ້າໃນການຄຸ້ມຄອງສູນ, ການສະໜອງ ແລະ ການແລກປ່ຽນຂໍ້ມູນຂ່າວສານການສຶກສານອກໂຮງຮຽນ ລະຫວ່າງສູນກັບບັນດາແຂວງ ແລະ ກະຊວງສຶກສາທິການ ແລະ ກິລາ
4. ຄົ້ນຄວ້າວິໄຈ ແລະ ພັດທະນາຫຼັກສູດທ້ອງຖິ່ນເພື່ອສະໜອງໃຫ້ແກ່ການຮຽນ-ການສອນໃນທ້ອງຖິ່ນ
5. ສົ່ງເສີມບົດບາດຍິງ-ຊາຍ ລວມທັງຄົນພິການໃຫ້ເຂົ້າເຖິງການສຶກສານອກໂຮງຮຽນ
6. ກວດກາ, ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດວຽກງານນອກໂຮງຮຽນໃນຂອບເຂດຄວາມຮັບຜິດຊອບຂອງຕົນ
7. ຈັດການຮຽນການສອນບໍາລຸງຍົກລະດັບການສຶກສາ ແລະ ຈັດຝຶກອົບຮົມວິຊາຊີບຂັ້ນພື້ນຖານທີ່ດ້ອຍໂອກາດ, ພາດໂອກາດ ແລະ ຜູ່ທີ່ສົນໃຈ
8. ປະສານພົວພັນກັບອົງການຈັດຕັ້ງລັດ, ເອກະຊົນ, ບຸກຄົນພາຍໃນ ແລະ ຕ່າງປະເທດເພື່ອຍາດແຍ່ງທຶນຮອນມາສະໜັບສະໜູນວຽກງານ.