ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ໃນວັນທີ 2 ຕຸລາ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ

 

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ໃນວັນທີ 2 ຕຸລາ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ສສກ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສະຖາບັນ, ສູນ, ວິທະຍາໄລ ຕະຫຼອດຮອດພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 312/ນຍ, ລົງວັນທີ 18 ກັນຍາ 2026 ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ ເປັນຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ.

ຈາກນັ້ນ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຕໍາແໜ່ງບໍລິຫານຂັ້ນກົມ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 7497/ສສກ, ລົງວັນທີ 30 ກັນຍາ 2026 ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕົກລົງ ແຕ່ງຕັ້ງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ເປັນ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການ ສສກ (ຜູ້ໃໝ່) ກໍໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ການປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ໃນຄັ້ງນີ້ ເປັນການປັບປຸງກົນໄກການຈັດຕັ້ງໃຫ້ສົມບູນແບບ ແລະ ທັງສະແດງເຖິງຄວາມເຊື່ອໝັ້ນຂອງຄະນະປະຈຳພັກກະຊວງ, ຄະນະນຳ ຕໍ່ຄວາມຮູ້, ຄວາມສາມາດ, ຄຸນສົມບັດປະຕິວັດ ແລະ ຜົນງານຕົວຈິງຂອງຜູ້ທີ່ໄດ້ຮັບການແຕ່ງຕັ້ງ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຫ້ອງການກະຊວງ ຕ້ອງເປັນ "ເສນາທິການຂັ້ນສູງ" ເພື່ອຍົກລະດັບວຽກງານໃຫ້ໄດ້ມາດຕະຖານ, ສ້າງຫ້ອງການກະຊວງໃຫ້ເປັນ "ເສນາທິການຂັ້ນສູງ" ປະຕິບັດໄດ້ 3 ພາລະບົດບາດຢ່າງເຂັ້ມງວດ ແກ້ໄຂວຽກງານໃຫ້ຄະນະນຳຢ່າງມີປະສິດທິພາບ, ເຄື່ອນໄຫວປະສານງານ ແລະ ຕິດຕາມວຽກຢ່າງຄ່ອງແຄ້ວ, ທັນການ, ກຽມຂໍ້ມູນໃຫ້ຊັດເຈນ, ຖືກຕ້ອງ ແລະ ວ່ອງໄວ ເພື່ອຕອບສະໜອງໄດ້ທັນເວລາ; ປັບປຸງແບບວິທີເຮັດວຽກ ແລະ ສ້າງລະບຽບວິໄນ ຂະຫຍາຍຄວາມຮັບຜິດຊອບ, ເຮັດແທ້ທຳຈິງ, ຍົກລະດັບກົນໄກການເຮັດວຽກໃຫ້ມີຄວາມເຂັ້ມງວດ, ເປັນລະບົບ ແລະ ຍັບເຂົ້າໃກ້ກັບມາດຕະຖານສາກົນ ເພື່ອສ້າງຄວາມເຊື່ອໝັ້ນ; ທົບທວນໂຄງຮ່າງການຈັດຕັ້ງ ແລະ ກຽມການປ່ຽນແປງຄັ້ງໃຫຍ່ ໂດຍໃຫ້ກວດກາ ແລະ ປັບປຸງພາລະບົດບາດຂອງ 8 ພະແນກ ພາຍໃນຫ້ອງການກະຊວງ ໂດຍເນັ້ນໃສ່ "ຄຸນນະພາບ" ໃນການຄຸ້ມຄອງ ແລະ ປະສານງານໃຫ້ກົມກຽວກັນ, ທຸກພາກສ່ວນຕ້ອງຮ່ວມມືກັນ ເພື່ອຮັບປະກັນໃ831402582_2158348605064117_5337376236522426506_n.jpg825351147_1455463946646971_8953465353867726920_n.jpgຫ້ວຽກງານການສຶກສາ, ກິລາ ແລະ ວິທະຍາສາດ ໄດ້ຮັບຜົນດີຢ່າງແທ້ຈິງ

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ