ສສກ ຮ່ວມກັບ ທະນາຄານໂລກ ຕີລາຄາສູງຕໍ່ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຮ່ວມມື ພ້ອມຫາລືສືບຕໍ່ຂະຫຍາຍການປະຕິຮູບການສຶກສາ ໃນ ສປປ ລາວ

 

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທະນາຄານໂລກ ປຶກສາຫາລື ແລະ ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ເພື່ອເຮັດໃຫ້ແຜນວຽກງານການຮ່ວມມື ເດີນແມ່ນແລ່ນສະດວກ ແລະ ໄດ້ຮັບໝາກຜົນຢ່າງສູງສຸດ.
ເມື່ອວັນທີ 12 ພຶດສະພາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢຽມຂ່ຳນັບຂອງທ່ານ ຄຣິດຕຽນ ເອໂດ (Mr. Cristian Aedo) ຫົວໜ້າຝ່າຍການສຶກສາ ຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ ຈາກທະນາຄານໂລກ, ໂດຍມີຫົວໜ້າຫ້ອງການ, ຫົວໜ້າກົມ, ພ້ອມດ້ວຍຄະນະຈາກທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທັງສອງຝ່າຍໄດ້ຮ່ວມກັນຕີລາຄາຜົນສຳເລັດຂອງໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ ຫຼື GPEIII: LEAP, ເຊິ່ງມີມູນຄ່າການຊ່ວຍເຫຼືອລວມກວ່າ 46,9 ລ້ານໂດລາສະຫະລັດ, ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ລວມມີການປັບປຸງພື້ນຖານໂຄງລ່າງດ້ວຍການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນໄດ້ເຖິງ 172 ແຫ່ງ ໃນ 10 ແຂວງເປົ້າໝາຍ, ການຍົກລະດັບທັກສະການສອນໃຫ້ແກ່ຄູຝຶກ ແລະ ຄູສອນຊັ້ນປະຖົມ-ອະນຸບານ ໃນຫຼາຍຮ້ອຍໂຮງຮຽນ, ລວມທັງການສົ່ງເສີມອາຫານທ່ຽງໃນໂຮງຮຽນເພື່ອສ້າງຄວາມພ້ອມດ້ານໂພຊະນາການໃຫ້ແກ່ນັກຮຽນ. ນອກຈາກນັ້ນ, ຍັງໄດ້ມີການລາຍງານຄວາມຄືບໜ້າຂອງໂຄງການໃໝ່ “Improving Frontline Workers Performance in Education and Health”, ໂຄງການນີ້ມີຈຸດປະສົງຫຼັກເພື່ອຍົກສູງຂີດຄວາມສາມາດຂອງພະນັກງານໃນຂັ້ນພື້ນຖານ, ໂດຍສະເພາະແມ່ນການສ້າງທັກສະໃຫ້ຄູສອນຊັ້ນປະຖົມໃນ 40 ເມືອງເປົ້າໝາຍ ແລະ ການຈັດສັນພະນັກງານໃຫ້ສົມຄູ່ກັບຄວາມຕ້ອງການຕົວຈິງໃນເຂດຫ່າງໄກສອກຫຼີກ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍເມກ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຈາກທະນາຄານໂລກ ເຊິ່ງເປັນປັດໄຈສຳຄັນໃນການຊຸກຍູ້ການປະຕິຮູບການສຶກສາຢູ່ ສປປ ລາວ ໃຫ້ມີຄຸນນະພາບດີຂຶ້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂສິ່ງທ້າທາຍໃນດ້ານການປະສານງານ ແລະ ການບໍລິຫານງົບປະມານ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການບັນລຸຕາມຄາດໝາຍທີ່ວາງໄວ້.
ໂອກາດດຽວກັນນີ້, ທ່ານ ຄຣິດຕຽນ ເອໂດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງລັດຖະບານລາວ ແລະ ຢືນຢັນວ່າທະນາຄານໂລກພ້ອມທີ່ຈະເປັນຄູ່ຮ່ວມມືທາງດ້ານວິຊາການ ແລະ ງົບປະມານ ເພື່ອຮ່ວມກັນສ້າງພື້ນຖານການສຶກສາທີ່ເຂັ້ມແຂງໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນລາວໃນອະນາຄົດ. ການພົບປະໃນຄັ້ງນີ້ ຖືເປັນຂີດໝາຍສຳຄັນໃນການຮັດແໜ້ນຄວາມຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ເພື່ອມຸ່ງໄປສູ່ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ແກ້ໄຂບັນຫາການຮຽນຮູ້ຂອງນັກຮຽນໃຫ້ມີຜົນສຳເລັດໃນລະດັບສູງຂຶ້ນ.
ໃນໂອກາດນີ້, ຝ່າຍກະຊວງ ສສກ ຍັງໄດ້ສະເໜີໃຫ້ທະນາຄານໂລກ ພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນໃນແຜນງານບຸລິມະສິດໃໝ່ ເປັນຕົ້ນແມ່ນການປັບປຸງລະບົບການສຶກສາສາຍສາມັນສຶກສາ ຈາກ (5+4+3) ມາເປັນ (6+3+3); ການປັບປຸງຫຼັກສູດຊັ້ນປະຖົມສຶກສາໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບສະພາບການໃໝ່; ການສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນໃນ 40 ເມືອງສາມສ້າງ ເພື່ອຍົກສູງຄຸນນະພາບການຮຽນ-ການສອນ; ການສະໜອງອຸປະກອນໄອທີ (IT) ແລະ ເຄື່ອງມືຮັບໃຊ້ທີ່ຈຳເປັນໃຫ້ແກ່ຂັ້ນທ້ອງຖິ່ນ ເພື່ອຫັນເປັນທັນສະໄໝໃນການບໍລິຫານການສຶກສາ.
ພາບ-ຂ່າວ: ບົວລະພາ
696737562_122130120321228259_762262528044915493_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.