ສ້າງແຮງບັນດານໃຈໄວໜຸ່ມຍຸກໃໝ່ ສູ່ເສັ້ນທາງອາຊີບໃໝ່ ດ້ວຍການເລືອກອາຊີບທີໝັ້ນຄົງກັບອາຊີວະສຶກສາ

 

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ວິທະຍາໄລເຕັກນິກປາກປ່າສັກ ໄດ້ຫັນປ່ຽນຮູບແບບການແນະແນວແບບເກົ່າ ໃຫ້ກາຍເປັນ "ຫ້ອງທົດລອງອາຊີບ" ທີ່ໝັ້ນຄົງໃຫ້ ນັກຮຽນຊັ້ນ ມ.4 ແລະ ມ.7 ໄດ້ລົງມືຝຶກທັກສະຕົວຈິງ ເພື່ອກຽມໄປຝຶກງານ-ເຮັດວຽກ ທີ່ຖືກຕ້ອງ ແນໃສ່ສ້າງໃຫ້ເຂົາເຈົ້າມີອາຊີບວຽກເຮັດງານທຳທີ່ໝັ້ນຄົງ ໃນອະນາຄົດ.
ແຜນການລົງກິດຈະກຳຢູ່ໂຮງຮຽນດັ່ງກ່າວ ເພື່ອເຜີຍແຜ່ຫຼັກສູດການຮຽນວິຊາຊີບແບບປະສົມປະສານ ທີ່ທັນສະໄໝ ຊ່ວຍນັກຮຽນຕັດສິນໃຈ ເລືອກອາຊີບທີໝັ້ນຄົງກັບອາຊີວະສຶກສາ ຈັດຂຶ້ນ ໃນວັນທີ 8 ພຶດສະພາ 2026 ທີ່ໂຮງຮຽນ ມສ ວຽງຈັນ ໂດຍມີ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນວຽງຈັນ.
ການຈັດກິດຈະກຳໃນຄັ້ງນີ້ ກໍເພື່ອປ່ຽນທັດສະນະຄະຕິຂອງໄວໜຸ່ມຕໍ່ກັບການຮຽນວິຊາຊີບໂດຍການສົ່ງເສີມໃຫ້ນັກຮຽນມັດທະຍົມເຮັດກິດຈະກຳໂຕຈິງ ສາມາດຮັບຂໍ້ມູນຈາກສະຖານອາຊີວະສຶກສາ, ສົນທະນາແລກປ່ຽນກັບຕົວແທນຈາກ ຄູສອນ, ນັກສຶກສາ, ອະດີດນັກສຶກສາວິຊາຊີບ ແລະ ຜູ້ປະກອບການ ແລະ ເຊື່ອມຕໍ່ເຂົາເຈົ້າຫາແຄມເປນສື່ອອນລາຍເພື່ອຮັບຮູ້ຂ່າວສານຈາກກົມ ແລະ ສະຖານອາຊີວະສຶກສາ. ພ້ອມກັນນັ້ນ, ຍັງເປັນໂອກາດໃຫ້ອາຈານຈາກສະຖານອາຊີວະສຶກສາໄດ້ທົດລອງເຮັດກິດຈະກຳໃນຮູບແບບໃໝ່ຮ່ວມກັນກັບທາງໂຄງການເພື່ອເພີ່ມການມີສ່ວນຮ່ວມ ແລະ ຄວາມສົນໃຈຂອງນັກຮຽນ, ຄູມັດທະຍົມ ແລະ ຜູ້ປົກຄອງ.
ກິດຈະກຳດັ່ງກ່າວ ເຮັດໃຫ້ກຮຽນໄດ້ມີສ່ວນຮ່ວມ ແລະ ຮຽນຮູ້ຜ່ານການລົງມືປະຕິບັດແທນການບັນຍາຍ, ສ້າງການເຊື່ອມໂຍງໃຫ້ເຫັນຊັດເຈນລະຫວ່າງ ທັກສະ, ການຈ້າງງານ, ລາຍໄດ້ ແລະ ຄວາມກ້າວໜ້າ ພ້ອມທັງມີການສົນທະນາເລື່ອງບົດບາດຍິງ-ຊາຍ ຢ່າງກົງໄປກົງມາ ແລະ ໃຫ້ກຽດເຊິ່ງກັນແລະກັນ, ສ້າງຄວາມໂດດເດັ່ນໃຫ້ກັບນັກຮຽນຕົວແບບ ແລະ ຜູ້ປະກອບການໃນທ້ອງຖິ່ນ ແລະ ນຳໃຊ້ເຄື່ອງມືທີ່ເຂົ້າໃຈງ່າຍ ເພື່ອຕິດຕາມການປ່ຽນແປງທັດສະນະຄະຕິ.
ໃນກິດຈະກຳ ໄດ້ໃຊ້ເວລາປະມານ 3 ຊົ່ວໂມງ ໂດຍເລີ່ມດ້ວຍການນຳສະເໜີແນວຄິດຫຼັກສັ້ນໆເປັນກຸ່ມໃຫຍ່. ຫຼັງຈາກນັ້ນ, ຈະເປັນການໝູນວຽນໄປຕາມຈຸດຕ່າງໆ ເຊິ່ງນັກຮຽນ ສາມາດເຂົ້າຊົມ ໂຕະໃຫ້ຂໍ້ມູນ (Information Booths), ໂຕະເຮັດກິດຈະກຳ (Interactive Booths), ແລະ ຈຸດວາງສະແດງສື່ (Multimedia Showcase) ຕາມຄວາມສົນໃຈຂອງຕົນເອງ. ໃນງານຈະມີການກວດສອບທັດສະນະຄະຕິ (Perception Check) ຢູ່ທັງທາງເຂົ້າ ແລະ ທາງອອກ ເພື່ອເກັບກຳຂໍ້ມູນຄວາມສົນໃຈ ແລະ ຄວາມໝັ້ນໃຈຂອງນັກຮຽນທີ່ມີຕໍ່ການຮຽນວິຊາຊີບ.
ພາບ-ຂ່າວໂດຍ ສົງການ ພັນແພງດີ
697822129_122130219333228259_8169845081083334005_n.jpg695929349_122130219237228259_8179921721162010165_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.