ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ ເພື່ອຍົກລະດັບຄຸນນະພາບການສອນ

 

ໃນວັນທີ 4 ສິງຫາ 2026 ທີ່ໂຮງແຮມ ຮໍລິເດອິນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ (Kate Goodfroot), ເລຂານຸການໂທ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈຮ່ວມກັນ, ກຳນົດເງື່ອນໄຂ ແລະ ບົດບາດຄວາມຮັບຜິດ ຊອບຂອງແຕ່ລະພາກສ່ວນ, ພ້ອມທັງວາງແຜນເຊື່ອມໂຍງເຄື່ອງມືນີ້ເຂົ້າໃນລະບົບທີ່ມີຢູ່ແລ້ວ ເຊັ່ນ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ການປະເມີນຜົນງານ ແລະ ຄຸນນະພາບການສອນ, ລະບົບປະກັນຄຸນນະພາບມາດຕະຖານຄຸນນະພາບພື້ນຖານ (FQS). ໂດຍການລິເລີ່ມນີ້ ຖືເປັນບາດກ້າວສຳຄັນໃນການພັດທະນາລະບົບການສຶກສາຂັ້ນພື້ນຖານ, ຮັບປະກັນໃຫ້ການພັດທະນາທັກສະຂອງຄູດຳເນີນໄປຢ່າງຖືກເປົ້າໝາຍ, ເຊື່ອມໂຍງກັບການສອນຕົວຈິງ ແລະ ສົ່ງເສີມການຮຽນຮູ້ຂອງເດັກນ້ອຍໃນ ສປປ ລາວ ຢ່າງຍືນຍົງ. ເຊິ່ງເຄື່ອງມືປະເມີນຕົນເອງສຳລັບຄູ ແມ່ນໄດ້ຖືກເລີ່ມພັດທະນາຂຶ້ນຕັ້ງແຕ່ປີ 2023 ໂດຍເຊື່ອມໂຍງກັບມາດຕະຖານການສອນຊັ້ນປະຖົມສຶກສາ. ຫຼັງຈາກການທົດລອງນຳໃຊ້ໄລຍະທຳອິດໃນ 3 ເມືອງເປົ້າໝາຍ ກໍໄດ້ມີການປັບປຸງ ແລະ ຂະຫຍາຍການທົດລອງໃນສົກຮຽນ 2025–2026 ຮ່ວມກັບຜູ້ເຮັດວຽກສຶກສານິເທດພາຍໃນ 1,124 ໂຮງຮຽນ. ທັງນີ້ ເພື່ອເກັບກຳຄຳຊີ້ແນະ ແລະ ປະສົບການຕົວຈິງມາປັບປຸງເຄື່ອງມືໃຫ້ມີຄວາມສອດຄ່ອງ, ປະຕິບັດໄດ້ຈິງ ແລະ ພ້ອມທີ່ຈະນຳໃຊ້ຢ່າງກວ້າງຂວາງໃນທົ່ວປະເທດ.

763098260_1539854477132627_736434826526027740_n.jpg

ໃນງານດັ່ງກ່າວ, ທ່ານ ປອ ລຳພູນ ຫຼວງໄຊ ໄດ້ມີຄຳເຫັນວ່າ: ເຄື່ອງມືປະເມີນຕົນເອງສຳລັບຄູ ແມ່ນບາດກ້າວສຳຄັນໃນການສະໜັບສະໜູນຄູ ໃຫ້ສະທ້ອນຄືນການປະຕິບັດງານ ເພື່ອເສີມສ້າງທັກສະ ແລະ ຕອບສະໜອງຄວາມຕ້ອງການຂອງນັກຮຽນ. ການສອນທີ່ດີຂຶ້ນຈະນຳໄປສູ່ການມີສ່ວນຮ່ວມ ແລະ ຜົນການຮຽນຮູ້ທີ່ດີຂອງນັກຮຽນ. ຂໍສະແດງຄວາມຂອບ ໃຈຢ່າງຍິ່ງມາຍັງ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ທີ່ໄດ້ໃຫ້ການສະໜັບສະໜູນດ້ານວິຊາການ ແລະ ງົບປະມານຢ່າງຕໍ່ເນື່ອງ.

ໂອກາດດຽວກັນ, ທ່ານ ນາງ ເຄດ ກູດຟຣູດ ໄດ້ກ່າວຕື່ມວ່າ: ການສະໜັບສະໜູນຄູ ແມ່ນວິທີທີ່ມີຄວາມສຳຄັນທີ່ສຸດໃນການສົ່ງເສີມການສຶກສາ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງຄູໃຫ້ມີຄວາມໝັ້ນໃຈ ແລະ ມີຄວາມສາມາດ. ນີ້ບໍ່ພຽງແຕ່ເປັນການລົງທຶນໃນໂຮງຮຽນເທົ່ານັ້ນ, ແຕ່ຍັງເປັນການລົງທຶນໃສ່ການສ້າງທັກສະ ແລະ ອະນາຄົດຂອງ ສປປ ລາວ.

ສຳລັບເຄື່ອງມືປະເມີນຕົນເອງຂອງຄູຊັ້ນປະຖົມສຶກສາ ຈະຊ່ວຍໃຫ້ຄູສາມາດສະທ້ອນຄືນການປະຕິບັດໜ້າທີ່ຂອງຕົນ, ໂດຍກຳນົດຄວາມຕ້ອງການການ ຮຽນຮູ້ເພີ່ມເຕີມທາງດ້ານວິຊາຊີບ ແລະ ປັບປຸງການຮຽນ-ການສອນໃນຫ້ອງຮຽນໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ.

ພາບ-ຂ່າວໂດຍ: ການຈະນາ

763722756_1356546962733261_7267489320206606239_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ມີຈຸດປະສົງຂໍລົງປະກາດເຊີນຜູ້ ສົນໃຈ ເພື່ອດໍາເນີນການສົມທຽບລາຄາການຈັດພິມປຶ້ມຈໍານວນ 1 ລາຍການ ສະໜອງ ໃຫ້ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ. ພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA).  ໃນວັນທີ 6 ສິງຫາ -9 ກັນຍາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່::
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ