ສສກ-ລັດຖະບານອົດສະຕຣາລີ ສ້າງເຄື່ອງມືປະເມີນການຄຸ້ມຄອງ ວຽກງານຄວາມສະເໝີພາບຍິງ-ຊາຍ
ໃນລະຫວ່າງວັນທີ 10-14 ສິງຫາ 2026 ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມສ້າງເຄື່ອງມືປະເມີນການຄຸ້ມຄອງ ວຽກງານຄວາມສະເໝີພາບຍິງ-ຊາຍ (Gender Equitable Management Tool) ຄັ້ງທີ 2 ໂດຍການເປັນປະທານຂອງ ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ເຂົ້າຮ່ວມຢ່າງພ້ອມພຽງຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ ແລະ ວິຊາການ ຈາກຫ້ອງການກະຊວງ ສສກ ແລະ ກົມຈັດຕັ້ງ; ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການ ຈາກພະແນກສຶກສາທິການ ແລະ ກິລາ ແຂວງ (ຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ຊຽງຂວາງ, ຫົວພັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ເຊກອງ); ວິຊາການຈາກຫ້ອງການສຶກສາທິການ ແລະ ກິລາ ເມືອງຫຼວງນໍ້າທາ ແລະ ເມືອງສິງ; ພ້ອມດ້ວຍ ຫົວໜ້າພະແນກ, ຫົວໜ້າພາກວິຊາ, ຄູ-ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ປາກເຊ) ແລະ ທີມງານຈາກແຜນງານບີຄວາ.
ໂອກາດນີ້, ທ່ານ ພິມມະສອນ ສີສະອາດ ໄດ້ມີຄຳເຫັນເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ມີຄວາມສໍາຄັນຢ່າງຍິ່ງ ໃນການຍົກລະດັບການເຊື່ອມສານວຽກງານຄວາມສະເໝີພາບຍິງ-ຊາຍ ເຂົ້າໃນການຄຸ້ມຄອງ ແລະ ການປະຕິບັດວຽກງານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ເປັນລະບົບ, ມີປະສິດທິພາບ ແລະ ສາມາດວັດແທກໄດ້ຢ່າງເປັນຮູບປະທໍາ. ຄວາມສະເໝີພາບຍິງ-ຊາຍ ບໍ່ແມ່ນພຽງແຕ່ເປັນນະໂຍບາຍເທົ່ານັ້ນ, ແຕ່ຈໍາເປັນຕ້ອງຖືກນໍາໄປປະຕິບັດໃນທຸກຂັ້ນຕອນຂອງການວາງແຜນ, ການບໍລິຫານ, ການຈັດສັນຊັບພະຍາກອນ, ການຕິດຕາມ ແລະ ການປະເມີນຜົນ. ດັ່ງນັ້ນ, ການມີເຄື່ອງມືປະເມີນທີ່ມີມາດຕະຖານ ແລະ ສອດຄ່ອງກັບບໍລິບົດຂອງ ສປປ ລາວ ຈະເປັນກົນໄກສໍາຄັນ ທີ່ຊ່ວຍໃຫ້ຂະແໜງການສາມາດປະເມີນຈຸດແຂງ, ຈຸດອ່ອນ ແລະ ກຳນົດແນວທາງການປັບປຸງໄດ້ຢ່າງຊັດເຈນ ພ້ອມທັງນໍາໄປໃຊ້ໄດ້ຢ່າງມີຜົນສັກສິດ.
ຕະຫຼອດໄລຍະການດໍາເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບການສ້າງຄວາມເຂັ້ມແຂງ ກ່ຽວກັບການເຊື່ອມສານຄວາມສະເໝີພາບຍິງ-ຊາຍ ເຂົ້າໃນການບໍລິຫານຄຸ້ມຄອງ ແລະ ການປະຕິບັດວຽກງານຕົວຈິງ. ພ້ອມດຽວກັນນັ້ນ, ກໍໄດ້ຮ່ວມກັນທົບທວນຮ່າງຕົວຊີ້ບອກ ໂດຍປຽບທຽບກັບບັນດາເອກະສານນະໂຍບາຍ, ນິຕິກໍາ ແລະ ກົດໝາຍທີ່ກ່ຽວຂ້ອງຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ລວມທັງນິຕິກຳຂອງ ສປປ ລາວ ເພື່ອຮັບປະກັນໃຫ້ຕົວຊີ້ບອກມີຄວາມສອດຄ່ອງ ແລະ ຄົບຖ້ວນ. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບວິທີການ ແລະ ຂັ້ນຕອນໃນການຈັດຕັ້ງປະຕິບັດເຄື່ອງມືດັ່ງກ່າວ ເພື່ອໃຫ້ສາມາດນໍາໄປໝູນໃຊ້ໃນສະພາບຕົວຈິງໄດ້ຢ່າງມີປະສິດທິ
ຜົນ.



