ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່

 

ໃນຕອນບ່າຍວັນທີ 13 ສິງຫາ 2026, ສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ລະຫວ່າງ ທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ເກົ່າ) ແລະ ທ່ານ ປອ ຈັນທະວົງ ປັນຍາສິຣິ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກວາທິການ ແລະ ກິລາ, ພ້ອມທັງເປັນຜູ້ຊີ້ນໍາວຽກງານກິລາ-ກາຍຍະກຳພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະນຳກະຊວງ, ຕາງໜ້າກົມຈັດຕັ້ງ, ສະຫະພັນກິລາ, ຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ພະນັກງານ-ຄູອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ໄດ້ມີການຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຂອງນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ທ່ານ ປອ ຈັນທະວົງ ປັນຍາສິລິ ເປັນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ; ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ສະຖາບັນກິລາ-ກາຍຍະກຳ, ຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ປອ ຈັນທະວົງ ປັນຍາສີລິ ເປັນເລຂາຄະນະພັກຮາກຖານ, ສະຫາຍ ກິ່ງລັດຕະນະ ທອງສະໝຸດ ເປັນຮອງເລຂາ, ສະຫາຍ ປອ ສອນເພັດ ຈັນດານຸວົງ, ສະຫາຍ ວັນໄຊ ອຸດົມຜົນ ແລະ ສະຫາຍ ສົມອົງ ອິນທະວົງ ເປັນຄະນະ.

ທ່ານ ກິ່ງລັດຕະນະ ທອງສະໝຸດ ໄດ້ຜ່ານບົດສະຫຼຸບການນໍາຈັດຕັ້ງປະຕິບັດວຽກງານສະຖາບັນກິລາ-ກາຍຍະກຳ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມ ໃນປີ 2026-2027 ໂດຍໄດ້ສັງລວມຕີລາຄາຜົນງານໄລຍະຜ່ານມາ, ເຊິ່ງຕະຫຼອດໄລຍະຜ່ານມາ ສະຖາບັນກິລາ-ກາຍຍະກຳ ໄດ້ປະຕິບັດພາລະບົດບາດຢ່າງຫ້າວຫັນ ທັງດ້ານການບໍລິຫານ, ການຮຽນ-ການສອນ, ການສ້າງບຸກຄະລາກອນ ແລະ ການນຳໃຊ້ລະບົບອອນລາຍ ເຂົ້າໃນການສິດສອນ. ພ້ອມດຽວກັນ, ກໍໄດ້ກຳນົດທິດທາງແຜນວຽກຈຸດສຸມ ສົກປີ 2026-2027 ເພື່ອສືບຕໍ່ພັດທະນາຫຼັກສູດ, ປັບປຸງພື້ນຖານໂຄງລ່າງ ແລະ ຍົກລະດັບຄຸນນະພາບການສຶກສາ.

ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຊີ້ນຳວຽກງານຂອງສະສະຖາບັນກິລາ-ກາຍະກຳ ໂດຍໄດ້ເນັ້ນໜັກໃຫ້ສະຖາບັນກິລາ-ກາຍຍະກຳ ເອົາໃຈໃສ່ 5 ທິດທາງສຳຄັນ ຄື: ຄວາມຈຳເປັນໃນການປັບປຸງວຽກງານກິລາ ຍັງມີສິ່ງທ້າທາຍ ເຖິງວ່າກິລາຮຸ່ນເຍົາວະຊົນ (14-16 ປີ) ຈະເຮັດໄດ້ດີ, ແຕ່ຮຸ່ນອາຍຸ 19-23 ປີ ຍັງບໍ່ບັນລຸຕາມຄາດໝາຍ ແລະ ອັນດັບກິລາຂອງລາວໃນອາຊຽນຫຼຸດລົງ, ທິດທາງປັບປຸງ ຕ້ອງຮີບຮ້ອນປັບປຸງກົນໄກການບໍລິຫານ, ວິທີເຮັດວຽກໃຫ້ເປັນມືອາຊີບ, ບໍ່ຊ້ຳຊ້ອນ, ພ້ອມທັງກຳນົດ "ປະເພດກິລາ"; ທິດທາງ ແລະ ພາລະບົດບາດຂອງສະຖາບັນກິລາ-ກາຍຍະກຳ ເປັນເປັນສູນກາງຫຼັກ ໃນການສ້າງສະຖາບັນໃຫ້ເປັນໃຈກາງລວມສູນໃນການກໍ່ສ້າງ, ບຳລຸງ, ຄົ້ນຄວ້າ ວິທະຍາສາດການກິລາ ແລະ ພັດທະນານັກກິລາພອນສະຫວັນ, ເນັ້ນກິລາເປັນອາຊີບ ເອົາກິລາເປັນຫຼັກຄືກັບວິຊາສະເພາະ ໂດຍຮຽນຮູ້ຈາກຕ່າງປະເທດ, ເສີມຄວາມຮູ້ວິທະຍາສາດ ແລະ ພາສາຕ່າງປະເທດ, ມາດຕະຖານ ແລະ ການເຊື່ອມໂຍງ ເປັນສູນຝຶກອົບຮົມ ແລະ ເຂົ້າຄ້າຍນັກກິລາທີມຊາດທີ່ມີມາດຕະຖານ; ການນຳໃຊ້ນະວັດຕະກຳ ແລະ ວິທະຍາສາດການກິລາ ຕ້ອງມີການຫັນປ່ຽນວິທີຝຶກຊ້ອມ ຫຼຸດຜ່ອນການໃຊ້ແຕ່ກຳລັງກາຍ, ໂດຍນຳເອົາວິທະຍາສາດ, ເທັກໂນໂລຊີ, AI, ດິຈິຕອນ ແລະ ເທັກນິກສະເພາະຕົວເຂົ້າສະໜັບສະໜູນ, ສ້າງພື້ນຖານໂຄງລ່າງ ຄົ້ນຄວ້າສ້າງຫ້ອງສະໝຸດ, ຫ້ອງທົດລອງ ແລະ ສະໜາມຝຶກຊ້ອມໃນເນື້ອທີ່ຂອງສະຖາບັນ; ວຽກງານຍຸດທະສາດ ແລະ ແຜນການຈຸດສຸມທີ່ຄວນເອົາໃຈໃສ ໃນແຜນຍຸດທະສາດ ກໍໃຫ້ຮີບຮ້ອນສຸມໃສ່ເຮັດແຜນພັດທະນາສະຖາບັນໃຫ້ເກີດຂຶ້ນໃນປີນີ້, ຄົ້ນຄວ້າຍຸດທະສາດການກິລາ 2035 ແລະ ກຽມຄວາມພ້ອມເປັນເຈົ້າພາບ SEA Games 2031 ຕັ້ງແຕ່ດຽວນີ້ ແລະການຮ່ວມມືກໍໃຫ້ຂະຫຍາຍການຮ່ວມມືກັບ ຫວຽດນາມ, ຈີນ, ໄທ, ປະເທດໃນອາຊຽນ ແລະ ບັນດາປະເທດໃຫ້ທຶນ-ອຸປະກອນ. ພ້ອມນັ້ນ, ວຽກງານການຈັດຕັ້ງ, ລະບຽບວິໄນ ແລະ ວຽກງານພັກ ເຮັດວຽກຕ້ອງມີວິໄນ, ຜູ້ບໍລິຫານຕ້ອງມອບວຽກ ແລະ ສະຫຼຸບລາຍງານເປັນ ຖ້າຂາດຄວາມຮັບຜິດຊອບ ຫຼື ເຮັດບໍ່ໄດ້ ແມ່ນຕ້ອງຫຼີກທາງໃຫ້ຜູ້ອື່ນເຮັດ ແລະ ວຽກງານພັກ ເລັ່ງເຮັດແຜນສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ແລະ ເສີມສ້າງຄວາມສາມັກຄີພາຍໃຫ້ແໜ້ນແຟ້ນ.

ໂອກາດດຽວກັນນັ້ນ, ທ່ານ ປອ ຈັນທະວົງ ປັນຍາສິຣິ ໄດ້ຂຶ້ນກ່າວຮັບຄໍາໂອວາດ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄວາມໄວ້ວາງໃຈຂອງຂັ້ນເທິງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍຄວາມສາມັກຄີ, ຜັນຂະຫຍາຍຄຳຊີ້ນຳເປັນແຜນງານຕົວຈິງ ເພື່ອຍົກລະດັບຄຸນນະພາບການຮຽນ-ການສອນ ແລະ ການພັດທະນາກິລາ-ກາຍຍະກຳໃຫ້ໄດ້ມາດຕະຖານ.

ໃນຕອນທ້າຍຂອງພິທີ, ຄະນະນຳ, ແຂກຜູ້ມີກຽດ ແລະ ພະນັກງານ-ຄູອາຈານ ໄດ້ຮ່ວມກັນປູກຕົ້ນໄມ້ ແລະ ຖ່າຍຮູບເປັນທີ່ລະນຶກຢູ່ທີ່ ສູນວິທະຍາສາດການກິລາ ເພື່ອບັນທຶກເຫດການປະຫວັດສາດອັນສຳຄັນຂອງສະຖາບັນ.

ພາບ-ຂ່າວ: ບົວລະພາ

773603598_1383569460545563_4689337512917015268_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ມີຈຸດປະສົງຂໍລົງປະກາດເຊີນຜູ້ ສົນໃຈ ເພື່ອດໍາເນີນການສົມທຽບລາຄາການຈັດພິມປຶ້ມຈໍານວນ 1 ລາຍການ ສະໜອງ ໃຫ້ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ. ພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA).  ໃນວັນທີ 6 ສິງຫາ -9 ກັນຍາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່::
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ