ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ, ນຳສະເໜີຜົນສຳເລັດຂອງສື່ການຮຽນ-ການສອນພາສາລາວ  ທີ່ ມະຫາວິທະຍາໄລ ອອກສະຟອດ, ສະຫະລາຊະອານາຈັກອັງກິດ.

 

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ໄດ້ນຳສະເໜີຜົນສຳເລັດຂອງ “ສື່ການຮຽນ-ການສອນຝຶກເວົ້າພາສາລາວ” ໃນກອງປະຊຸມ What Works Hub for Global Education Conference 2026 ທີ່ ມະຫາວິທະຍາໄລ ອອກສະຟອດ (Oxford University), ສະຫະຣາຊະອານາຈັກ ອັງກິດ ໃນລະຫວ່າງວັນທີ 15–16 ກັນຍາ 2026 ທີ່ຜ່ານມານີ້.

​ການນຳສະເໜີໃນຄັ້ງນີ້ ເປັນການບອກເລົ່າບົດຮຽນ ແລະ ປະສົບການສຳຄັນຂອງ ສປປ ລາວ ໃນການນຳເອົາຫຼັກຖານ ແລະ ຜົນການວິໄຈຕົວຈິງຈາກຫ້ອງຮຽນ ມາພັດທະນາເປັນນະວັດຕະກຳດ້ານການຮຽນຮູ້ ແລະ ຂະຫຍາຍຜົນສູ່ລະດັບຊາດ. ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນຈາກການທົດລອງໃນ 7 ເມືອງ ໃນໄລຍະປີ 2019–2021, ກ່ອນຈະຂະຫຍາຍພື້ນທີ່ທົດລອງເປັນ 21 ເມືອງ ໃນສົກຮຽນ 2023–2024. ຈາກຜົນການທົດລອງ, ການປະເມີນ ແລະ ການປັບປຸງຢ່າງຕໍ່ເນື່ອງ, ບົດຮຽນຝຶກເວົ້າພາສາລາວ ໄດ້ຖືກນຳເຂົ້າໃນການຮຽນການສອນເສີມ ສຳລັບວິຊາພາສາລາວ ໃນຫຼັກສູດແຫ່ງຊາດຢ່າງເປັນຮູບປະທຳ.

​ສື່ການຮຽນການສອນດັ່ງກ່າວ ເນັ້ນພັດທະນາທັກສະການຟັງ ແລະ ການເວົ້າພາສາລາວ ສຳລັບນັກຮຽນຊັ້ນປະຖົມສຶກສາປີທີ 1 (ປ.1) ໂດຍສະເພາະແມ່ນນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນພາສາແມ່ (ພາສາທຳອິດ) ແລະ ນັກຮຽນທີ່ມີຄວາມຫຍຸ້ງຍາກ ຫຼື ຮຽນອ່ອນດ້ານພາສາລາວ. ຊຸດສື່ປະກອບມີ: ຄູ່ມືຄູ, ປຶ້ມແບບຮຽນ, ຊຸດເກມການສຶກສາ, ຕຸກກະຕາເຈ້ຍ ແລະ ບັດຄຳສັບ ໂດຍນຳໃຊ້ວິທີການຮຽນ-ການສອນ ທີ່ເນັ້ນນັກຮຽນເປັນໃຈກາງ.

​ທ່ານ ປອ ວົງເພັດ ອຸດົມລິດ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: "ຜົນງານນີ້ແມ່ນຕົວຢ່າງອັນປະເສີດ ຂອງການນຳເອົາບັນຫາຕົວຈິງຈາກຫ້ອງຮຽນ ມາພັດທະນາເປັນວິທີແກ້ໄຂໃນລະດັບຊາດ ຜ່ານການນຳໃຊ້ຫຼັກຖານທາງວິທະຍາສາດ ໂດຍໄດ້ຮັບການຮ່ວມມືຢ່າງໃກ້ຊິດຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ທີ່ໄດ້ຜ່ານການຈັດຕັ້ງປະຕິບັດ ແລະ ປັບປຸງຢ່າງເປັນລະບົບ ຕາມຫຼັກວິທະຍາສາດການສຶກສາ."

​ດ້ານ ທ່ານ ປອ ນາງ ແກ້ວມະນີ ທອງປະເສີດ, ຮອງຜູ້ອຳນວຍການສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ເນັ້ນຕື່ມວ່າ: "ການນຳສະເໜີ ຢູ່ ມະຫາວິທະຍາໄລ ອອກສະຟອດ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການເຜີຍແຜ່ໂຄງການຝຶກເວົ້າພາສາລາວເທົ່ານັ້ນ, ແຕ່ເປັນການບອກເລົ່າບົດຮຽນຂອງ ສປປ ລາວ ຕໍ່ວົງການການສຶກສາສາກົນ ວ່າການທົດລອງທີ່ອີງໃສ່ຫຼັກຖານ ມານຳພາ, ມີການຮ່ວມມື, ການປະເມີນ ແລະ ການປັບປຸງຢ່າງຕໍ່ເນື່ອງ ນັ້ນ ສາມາດກ້າວໄປສູ່ການກຳນົດນະໂຍບາຍ ແລະ ການນຳໃຊ້ຕົວຈິງໃນລະດັບຊາດໄດ້."

​ໃນຂະນະດຽວກັນ, ທ່ານ ໄມໂຄ ຄາຣີ (Michael Currie), ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ທັງເປັນຜູ້ຊີ້ນຳແຜນງານບີຄວາ ໄດ້ກ່າວວ່າ: "ສະຖານທູດອົດສະຕຣາລີ ມີຄວາມພູມໃຈເປັນຢ່າງຍິ່ງ ທີ່ໄດ້ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາສື່ການຮຽນການສອນຝຶກເວົ້າພາສາລາວ. ຜົນສຳເລັດນີ້ ສະທ້ອນໃຫ້ເຫັນຄຸນຄ່າຂອງການຮ່ວມມື ໃນການສ້າງຜົນງານທີ່ຍືນຍົງ ແລະ ນຳໄປໃຊ້ໄດ້ຈິງ. ສື່ນີ້ຈະຊ່ວຍສ້າງພື້ນຖານດ້ານພາສາ ແລະ ການຮູ້ໜັງສືໃຫ້ແກ່ເດັກຕັ້ງແຕ່ໄວເລີ່ມຮຽນ, ເຊິ່ງເປັນພື້ນຖານສຳຄັນຕໍ່ການຮຽນຮູ້ໃນທຸກວິຊາ. ພ້ອມນີ້ ຍັງເປັນບົດຮຽນທີ່ສາມາດນຳໄປແບ່ງປັນໃນລະດັບສາກົນ ແລະ ເປັນການລົງທຶນທີ່ວາງພື້ນຖານສຳຄັນ ໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາ ສປປ ລາວ ໃນໄລຍະຍາວ."

​ການເຂົ້າຮ່ວມກອງປະຊຸມສາກົນຄັ້ງນີ້ ຍັງເປັນໂອກາດສຳຄັນຂອງຄະນະຜູ້ແທນລາວ ໃນການແລກປ່ຽນ ແລະ ຮຽນຮູ້ຜົນການວິໄຈ, ການທົດລອງ ແລະ ປະສົບການດ້ານການປະຕິຮູບການສຶກສາຈາກຫຼາຍປະເທດ. ບົດຮຽນເຫຼົ່ານີ້ ຈະນຳມາເປັນຂໍ້ມູນ ແລະ ແນວຄິດສຳຄັນ ເພື່ອປັບໃຊ້ໃນການຄົ້ນຄວ້າ, ການພັດທະນາຫຼັກສູດ ການທົດລອງນະວັດຕະກຳ ແລະ ການຍົກສູງຄຸນນະພາບການຮຽນຮູ້ໃນ ສປປ ລາວ; ໂດຍສະເພາະແມ່ນການປັບປຸງໂຄງສ້າງຫຼັກສູດສາຍສາມັນສຶກສາ ຈາກ 5+4+3 ມາເປັນ 6+3+3 ຂອງກະຊວງສຶກສາທິການ ແລະ ກິລາ ທີ່ກຳລັງດຳເນີນການຢູ່ໃນປະຈຸບັນ. ນອກຈາກນີ້, ຍັງເປັນການເປີດກວ້າງເຄືອຂ່າຍການຮ່ວມມື ແລະ ແລກປ່ຽນວິຊາການກັບນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກນານາປະເທດ ເພື່ອນຳເອົາບົດຮຽນທີ່ເໝາະສົມມາປັບໃຊ້ໃຫ້ສອດຄ່ອງກັບບໍລິບົດຂອງລາວໃນອະນາຄົດ.

4edfa002-8f44-4b6b-9262-118529e4c9bb.jpg60958db3-6006-4237-84d9-001e6d9d6dda.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ