ປະກາດການແຕ່ງຕັ້ງຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງພິມສຶກສາ

 

ພິທີປະກາດການແຕ່ງຕັ້ງພະນັກງານດໍາລົງຕຳແໜ່ງບໍລິຫານ ຂັ້ນຮອງຜູ້ອຳນວຍການບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ໄດ້ມີຂຶ້ນໃນວັນທີ 18 ກັນຍາ 2026 ທີ່ຫ້ອງປະຊຸມບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີຮອງຫົວໜ້າຫ້ອງການ, ຄະນະສະພາບໍລິຫານບໍລິສັດລັດ ວິສາຫະກິດ ໂຮງພິມສຶກສາ, ຜູ້ອຳນວຍການບໍລິສັດລັດ ວິສາຫະກິດໂຮງພິມສຶກສາ, ບໍລິສັດລັດ ວິສາຫະກິດ ອຸປະກອນການສຶກສາ ຕະຫຼອດຮອດແຂກຖືກເຊີນ ແລະ ພະນັກງານ ວິຊາການພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ເລີດສົມບັດ ລັດຖະຟ້າສະຫວ່າງ ຮອງຫົວໜ້າຫ້ອງການຄະນະປະຕິຮູບ ລັດວິສາຫະກິດ ໄດ້ຜ່ານຂໍ້ຕົກລົງ ເລກທີ 073/ຄປລກ, ລົງວັນທີ 31 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງຮອງຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ຕົກລົງແຕ່ງຕັ້ງ ທ່ານ ບົວທອນ ສົມວິຈິດ ເປັນຮອງຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ.

ໂອກາດດັ່ງກ່າວ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ກໍໄດ້ກ່າວມີຄຳເຫັນວ່າ: ການປັບປຸງກົງຈັກ ແລະ ບຸກຄະລາກອນ ແມ່ນເພື່ອໃຫ້ວຽກງານດຳເນີນໄປຢ່າງເປັນລະບົບ, ໃຫ້ສອດຄ່ອງຕາມລະບຽບຫຼັກການ, ມີການໝູນວຽນ ແລະ ປ່ຽນແທນຕາມຄວາມເໝາະສົມ. ສໍາລັບບຸກຄະລາກອນ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແມ່ນໄດ້ຜ່ານຂະບວນການປະຊາທິປະໄຕຢ່າງຄົບຖ້ວນ, ເມື່ອຄະນະພັກ, ຄະນະນຳ ໄດ້ມອບຄວາມໄວ້ວາງໃຈໃຫ້ແລ້ວ, ທ່ານທີ່ໄດ້ຮັບຕໍາແໜ່ງໃໝ່ ຈົ່ງຕັ້ງອົກຕັ້ງໃຈປະຕິບັດໜ້າທີ່ໃຫ້ມີຜົນງານ, ເປັນແບບຢ່າງນຳພາໝູ່ຄະນະ, ປົກປັກຮັກສາ ແລະ ເຮັດໃຫ້ອົງການຈັດຕັ້ງມີຄວາມເຂັ້ມແຂງ, ເພີ່ມພູນຄູນສ້າງ ແລະ ຍົກສູງຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນ. ພ້ອມດຽວກັນນັ້ນ, ກໍໃຫ້ຜູ້ບໍລິຫານໃໝ່ ຮ່ວມມືກັບຄະນະພັກ-ຄະນະນຳ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານໃຫ້ມີປະສິດທິພາບ ພ້ອມກັນ ພັດທະນາ ວິສາຫະກິດ ຮ່ວມກັນຈັດຕັ້ງຄົ້ນຄວ້າປະຕິບັດວຽກງານ ເພື່ອເຮັດໃຫ້ວິສາຫະກິດມີຄວາມເຂັ້ມແຂງ ແລະ ພັດທະນາຂຶ້ນ; ຍົກສູງ ຄວາມຮູ້, ຄວາມສາມາດ ແລະ ເຕັກນິກ; ສືບຕໍ່ສົ່ງເສີມການເຄື່ອນໄຫວໃຫ້ເຂັ້ມແຂງ, ຍົກສູງຄວາມຮູ້, ຄວາມສາມາດ ດ້ານເຕັກນິກ ແລະ ເຕັກໂນໂລຊີການພິມ; ຮັກສາມູນເຊື້ອຄວາມສາມັກຄີເປັນພື້ນຖານ ແລະ ການເຮັດວຽກເປັນຄະນະ, ປະຕິບັດລະບົບຫົວໜ້າດຽວ, ລະບົບປະຊຸມສ່ອງແສງ ລາຍງານ ເປັນປົກກະຕິ; ມີການຕັກເຕືອນ ແລະ ກໍ່ສ້າງເຊິ່ງກັນ ແລະ ກັນ ແນໃສເຮັດໃຫ້ວຽກງານບັນລຸຕາມເປົ້າໝາຍ ແລະ ແຜນການທີ່ວາງໄວ້.

ຂ່າວໂດຍ: ບົວລະພາ790626354_1632810788435779_4788384870642045538_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ