ກົມຈັດຕັ້ງ ສສກ ປະເມີນຄືນການຈັດຕັ້ງປະຕິບັດບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍ, ແຜນການສ້າງ ແລະ ປັບປຸງນິຕິກໍາ ແລະ ຮ່າງຄໍາແນະນໍາກ່ຽວກກັບ ການແບ່ງຂັ້ນຄຸ້ມຄອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ ປີ 2026-2027

 

ໃນວັນທີ 29 ກັນຍາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປະເມີນຄືນການຈັດຕັ້ງປະຕິບັດບັນດາ ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ແຜນການສ້າງ ແລະ ປັບປຸງນິຕິກໍາ ປີ 2026-2027 ແລະ ຮ່າງຄໍາແນະນໍາກ່ຽວກກັບ ການແບ່ງຂັ້ນຄຸ້ມຄອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຫ້ອງການກະຊວງ, ກົມ, ສະຖາບັນ, ສໍານັກພິມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ແມ່ນເພື່ອກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍ ພ້ອມທັງລາຍງານການຕີລາຄາການຈັດຕັ້ງປະຕິບັດໃນໄລຍະຜ່ານມາຂອງບັນດາກົມວິຊາການພານໃນສໍານັກກະຊວງສຶກສາທິການ ແລະ ກິລາ; ລາຍງານການສັງລວມແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ສົກປີ 2026-2027 ຂອງກະຊວງສຶກສາທິການ ແລະ ກິລາ ແລະ ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບການສ້າງ ຮ່າງຄໍາແນະນໍາສ້າງກ່ຽວກັບການແບ່ງຂັ້ນຄຸ້ມຄອງວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ສະບັບປັບປຸງ.

ໂອກາດນີ້, ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງເລຂາທິການ ຮ່ວມກັບ ຄະນະຮັບຜິດຊອບ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງນິຕິກຳ ຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງບ່ອນອີງດ້ານກົດໝາຍໃຫ້ມີຄວາມໜັກແໜ້ນ, ເຖິງວ່າຈະມີນິຕິກຳເພີ່ມຂຶ້ນ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ຍັງມີບາງສິ່ງທ້າທາຍທີ່ຕ້ອງແກ້ໄຂ ເປັນຕົ້ນແມ່ນ ຄວາມຊ້ຳຊ້ອນ ນິຕິກຳບາງສະບັບຍັງມີເນື້ອໃນຊ້ຳກັນ, ບໍ່ທັນກວມວິໄສ ຫຼື ຂັດກັບກົດໝາຍ, ຄວາມແທດເໝາະ ການສ້າງນິຕິກຳບາງຢ່າງຍັງສ້າງຕາມແຜນ ຫຼື ຕາມການຊ່ວຍເຫຼືອ ໂດຍບໍ່ໄດ້ຄຳນຶງເຖິງຄວາມຕ້ອງການ ແລະ ຄວາມເໝາະສົມໃນການນຳໃຊ້ຕົວຈິງ. ທິດທາງ ແລະ ວິທີແກ້ໄຂໃນຕໍ່ໜ້າ ເນັ້ນຄຸນນະພາບ ການສ້າງນິຕິກຳຕ້ອງລະອຽດ, ຊັດເຈນ ແລະ ຕອບໂຈດການແກ້ໄຂບັນຫາຕົວຈິງ, ການໂຮມນິຕິກຳ ຄະນະຮັບຜິດຊອບ ຈະທົບທວນ ແລະ ຮວມນິຕິກຳທີ່ມີເນື້ອໃນຄ້າຍຄືກັນ ຫຼື ຊ້ຳຊ້ອນກັນເຂົ້ານຳກັນ, ທົບທວນການແບ່ງຂັ້ນຄຸ້ມຄອງ ກຳນົດພາລະບົດບາດການແບ່ງຂັ້ນຄຸ້ມຄອງ (ກະຊວງ, ແຂວງ, ເມືອງ) ໃຫ້ຈະແຈ້ງ ໃນການຮັບຜິດຊອບ ແລະ ເກັບຮັກສາຂໍ້ມູນວິຊາການໃຫ້ລະອຽດ.

ພາບ-ຂ່າວ: ບົວລະພາ828281466_28758705293765959_4282099364041848850_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ