ຊາວໜຸ່ມ ສສກ ປິດຊຸດຝຶກອົບຮົມອາສາສະໝັກຊາວໜຸ່ມຕະລຸມບອນ ບຳລຸງນັກຮຽນເຂດຫ່າງໄກສອກຫຼີກ ແລະ ນຳນ້ອງຄືນສູ່ໂຮງຮຽນ ປະຈຳປີ 2026

 

ພິທີປິດຊຸດຝຶກອົບຮົມອາສາສະໝັກຊາວໜຸ່ມຕະລຸມບອນ ບຳລຸງນັກຮຽນເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາທິການ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ ປະຈຳປີ 2026 ໄດ້ຈັດຂຶ້ນເມື່ອວັນທີ 1 ມໍລະກົດ 2026 ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຕຶກໃໝ່), ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະວົງ ປັນຍາສິລິ ເລຂາທິການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສກ, ສະຫາຍ ນາງ ແສງຈັນ ອ່ອນນິດາ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງຫົວໜ້າກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ສສກ ແລະ ຊາວໜຸ່ມຕະລຸມບອນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ຮອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ “ອາສາສະໝັກຕະລຸມບອນ ບຳລຸງນັກຮຽນຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການ ສຶກສາທິການ ແລະ ກິລາ ແລະ ນໍານ້ອງຄືນສູ່ໂຮງຮຽນ” ປະຈໍາປີ 2026, ເຊິ່ງການຝຶກອົບຮົມແມ່ນດໍາເນີນເປັນເວລາ 03 ວັນ 29 ມິຖຸນາ-1 ກໍລະກົດ 2026, ມີຄູຝຶກ ຈາກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈໍານວນ 06 ທ່ານ ໂດຍແມ່ນອາຈານທີ່ມີວິຊາສະເພາະດ້ານ ພາສາລາວ, ຄະນິດສາດ ແລະ ວິຊາວິທະຍາສາດ, ສຳລັບ ຫຼັກສູດການສອນ ໄລຍະສັ້ນ ວິຊາ ພາສາລາວ ຊັ້ນປະຖົມສຶກສາ ປີທີ 3, 4, 5, ໂດຍຊັ້ນປະຖົມສຶກສາ ປີທີ 3 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 05 ບົດ/40h, ຊັ້ນປະຖົມສຶກສາ ປີທີ 4 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 06 ບົດ/28h, ຊັ້ນປະຖົມສຶກສາ ປີທີ 5 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 96 ບົດ/25 (ພ້ອມດ້ວຍຄູ່ມື ກິດຈະກຳການຮຽນ-ການສອນ 06 ອາທິດ); ຫຼັກສູດການສອນ ໄລຍະສັ້ນ ວິຊາ ຄະນິດສາດ ຊັ້ນປະຖົມສຶກສາ ປີທີ 3,4,5 ໂດຍຊັ້ນປະຖົມສຶກສາ ປີທີ 3 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 12 ບົດ/36h, ຊັ້ນປະຖົມສຶກສາ ປີທີ 4 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 16 ບົດ/40h, ຊັ້ນປະຖົມສຶກສາ ປີທີ 5 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 13 ບົດ/40h (ພ້ອມດ້ວຍຄູ່ມື ກິດຈະກຳການຮຽນ-ການສອນ 10h/ ອາທິດ) ແລະ ຫຼັກສູດການສອນ ໄລຍະສັ້ນ ວິຊາ ວິທະຍາສາດ-ສິ່ງແວດລ້ອມ ປີທີ 3,4,5 ໂດຍຊັ້ນປະຖົມສຶກສາ ປີທີ 3 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 17 ບົດ/25h, ຊັ້ນປະຖົມສຶກສາ ປີທີ 4 ຄັດຈ້ອນຈາກບົດຮຽນໃນຫຼັກສູດຂອງສາຍສາມັກສຶກສາ ປະກອບປີ 16 ບົດ/22h.

ຜ່ານການປະເມີນຜົນການຝຶກອົບຮົມເຫັນວ່າ ອາສາສະໝັກມີຄວາມເອົາໃຈໃສ່ ແລະ ຕັ້ງໃຈຄົ້ນຄວ້າ, ສາມາດກຳໄດ້ບົດຮຽນຈາກຫຼັກສູດໃໝ່ໄດ້ສະເລ່ຍເຖິງ 70 ສ່ວນຮ້ອຍ, ຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍບາງດ້ານ ເປັນຕົ້ນແມ່ນ ອາສາສະໝັກປະມານ 30 ສ່ວນຮ້ອຍ ຍັງຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການກຽມຄວາມພ້ອມດ້ານເຕັກນິກການສອນໃຫ້ເໝາະສົມກັບທ້ອງຖິ່ນ ເນື່ອງຈາກຮູບແບບການສອນ ແລະ ສື່ການສອນໃນປັດຈຸບັນແມ່ນອີງໃສ່ຫຼັກສູດໃໝ່ (ເລີ່ມໃຊ້ແຕ່ປີ 2017) ແຕ່ອາສາສະໝັກບາງສ່ວນມີປະສົບການ ແລະ ເຄີຍຮຽນແບບເກົ່າ ຈຶ່ງອາດຈະພົບຄວາມຢ້ານກົວດ້ານການສອນເລັກນ້ອຍ. ເຖິງຢ່າງໃດກໍດີ, ໂດຍພາບລວມແລ້ວ ຖືວ່າບັນດາອາສາສະໝັກມີຄວາມພ້ອມໃນລະດັບດີ ດ້ານວິຊາສະເພາະ ແລະ ໄດ້ຝຶກທັກສະເພີ່ມເຕີມໃນໄລຍະກ່ອນລົງປະຕິບັດງານຕົວຈິງ ຢູ່ 8 ເມືອງ, 8 ແຂວງ ທີ່ເປັນເຂດຫ່າງໄກສອກຫຼີກ ເພື່ອເມືອງ ລ່ອງ, ແຂວງ ຫຼວງນໍ້າທາ.

ການດຳເນີນການຝຶກອົບຮົມເປັນເວລາ 3 ວັນ (ແຕ່ວັນທີ 29 ມິຖຸນາ ຫາ 1 ກໍລະກົດ 2026), ສໍາລັບ 8 ແຂວງທີ່ອາສາສະໝັກຊາວໜຸ່ມຕະລຸມບອນ ຈະລົງໄປໃນຄັ້ງນີ ປະກອບມີ ເມືອງລອງ ແຂວງຫຼວງນໍ້າທາ, ເມືອງ ສົບເບົ່າ ແຂວງ ຫົວພັນ, ເມືອງ ຜ່າໄຊ ແຂວງ ຊຽງຂວາງ, ເມືອງ ນໍ້າບາກ ແຂວງ ຫຼວງພະບາງ, ເມືອງ ນາກາຍ ແຂວງ ຄໍາມ່ວນ, ເມືອງ ພີນ ແຂວງ ສະຫວັນນະເຂດ, ເມືອງ ຕະໂອ້ຍ ແຂວງ ສາລະວັນ ແລະ ເມືອງ ໂຂງ ແຂວງ ຈໍາປາສັກ ເພື່ອຊ່ວຍເຫຼືອບຳລຸງ ແລະ ນຳພານ້ອງໆນັກຮຽນກັບຄືນສູ່ຮົ້ວໂຮງຮຽນຢ່າງມີຄຸນນະພາບຕໍ່ໄປ, ໂດຍຈະເລີ່ມລົງປະຕິບັດ ວັນທີ 10 ກໍລະກົດ ຫາ ວັນທີ 20 ສິງຫາ 2026.

ພາບ-ຂ່າວ:ບົວລະພາ

735969953_2359330031263260_1533037723644951213_n.jpg735576878_4320582271421159_7086086168962564225_n.jpg732831578_1534463435094737_4060591769342103138_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.