ສລດ ປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026 ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານດີເດັ່ນ

 

​ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2026 ຢູ່ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ຫຼັກ 8, ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026 ພ້ອມທັງຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຢ່າງສົມກຽດ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໂດຍມີ ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ ສສກ, ທັງເປັນເລຂາໜ່ວຍພັກຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ສລດ, ແຂກຖືກເຊີນ ແລະ ສະມາຊິກພັກ-ພະນັກງານ ພາຍໃນສູນເຂົ້າຮ່ວມຢ່າງພ້ອມພຽງ.

​ໃນກອງປະຊຸມ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ໄດ້ລາຍງານສະພາບລວມ ແລະ ຜົນງານທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ. ຈາກນັ້ນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ໄດ້ຜ່ານບົດລາຍງານຜົນງານແຕ່ລະດ້ານ ໂດຍ ສະຫາຍ ນາງ ອາທິລະກາ ສີສຸພັນ, ປະທານແມ່ຍິງຮາກຖານ ສລດ ໄດ້ຜ່ານຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ "3 ດີ"; ສະຫາຍ ນາງ ບຸນມາລີ ຈັນບຸນມີ, ເລຂາຊາວໜຸ່ມຮາກຖານ ສລດ ຜ່ານຜົນງານວຽກງານ "4 ບຸກ" ແລະ ສະຫາຍ ນາງ ທຸມມະລີ ບຸນຈະເລີນ, ປະທານກຳມະບານຮາກຖານ ສລດ ຜ່ານຜົນງານວຽກງານ "5 ເປັນເຈົ້າ" ປະຈຳປີ 2026.

​ຜ່ານການນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດ ຂອງຄະນະພັກຮາກຖານ ບວກກັບຄວາມທຸ້ມເທສະຕິປັນຍາ, ເຫື່ອແຮງ ຂອງສະມາຊິກພັກ ແລະ ພະນັກງານທຸກສະຫາຍ ເຮັດໃຫ້ 3 ອົງການຈັດຕັ້ງມະຫາຊົນ ສລດ ສາມາດປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານພັດທະນາຜູ້ປະກອບການ ແລະ ພາລະກິດປົກປັກຮັກສາ, ສ້າງສາປະເທດຊາດ ຕະຫຼອດໄລຍະຜ່ານມາ ເຮັດໃຫ້ຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນບັນລຸ 100% ໃນທຸກໆປີ.

​ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ຍັງໄດ້ມີການຜ່ານລັດຖະດຳລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃນໂອກາດນີ້, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 50 ປີ ໃຫ້ແກ່ພະນັກງານ-ສະມາຊິກພັກ ທີ່ມີຜົນງານດີເດັ່ນ ຈຳນວນ 6 ສະຫາຍ (ຍິງ 4 ສະຫາຍ) ຈາກຈຳນວນພະນັກງານທັງໝົດ 15 ສະຫາຍ.

​ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ໃຫ້ຄຳໂອ້ລົມ ແລະ ທິດຊີ້ນຳອັນເລິກເຊິ່ງ ໂດຍໄດ້ເນັ້ນໜັກໃຫ້ສະມາຊິກພັກ ແລະ ພະນັກງານທຸກສະຫາຍ ເອົາໃຈໃສ່ 4 ວຽກງານຈຸດສຸມ ຄື:

​ສຶກສາອົບຮົມໃຫ້ສະມາຊິກພັກ ແລະ ພະນັກງານ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ຕັ້ງໜ້າປະຕິບັດແນວທາງຂອງພັກ-ລັດ; ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ສສກ ແລະ ຂັ້ນເທິງ ໃຫ້ປະກົດຜົນເປັນຮູບປະທຳ; ສືບຕໍ່ເຊື່ອມຊຶມມູນເຊື້ອອັນສະຫງ່າລາສີຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ, ສ້າງຄວາມສາມັກຄີໃຫ້ໜຽວແໜ້ນ ແລະ ອຸທິດກຳລັງແຮງເຂົ້າໃນການສ້າງສາພັດທະນາ; ສືບຕໍ່ຮັກສາຄຸນນະພາບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ໃຫ້ບັນລຸ 100% ຢ່າງຕໍ່ເນື່ອງ, ຟົດຟື້ນ ແລະ ມີປະສິດທິພາບ.

​ພາບ ແລະ ຂ່າວ: ສົງການ ພັນແພງດີ

760403185_2558234591358963_1302916350837623655_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ມີຈຸດປະສົງຂໍລົງປະກາດເຊີນຜູ້ ສົນໃຈ ເພື່ອດໍາເນີນການສົມທຽບລາຄາການຈັດພິມປຶ້ມຈໍານວນ 1 ລາຍການ ສະໜອງ ໃຫ້ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ. ພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA).  ໃນວັນທີ 6 ສິງຫາ -9 ກັນຍາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່::
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ