ລັດຖະບານ ຈະເລີ່ມໃຊ້ລະບົບການສຶກສາໃໝ່ "6+3+3" ປ.6 ໃນສົກປີ 2028-2029

 

ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບົດລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026. ໃນນັ້ນ, ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນໜຶ່ງໃນຂົງເຂດຈຸດສຸມ ທີ່ໄດ້ມີການຫັນປ່ຽນ ແລະ ປະຕິຮູບໂຄງສ້າງໃນຫຼາຍດ້ານ ເພື່ອແນໃສ່ຍົກລະດັບຄຸນນະພາບການຮຽນ-ການສອນໃຫ້ທັນສະໄໝ.

ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ ເຊິ່ງມີລາຍອຽດດັ່ງນີ້: ຊັ້ນປະຖົມສຶກສາ ປ.1 ຫາ ປ.6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປ.5); ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.1 ຫາ ມ.3 ຫຼຸດລົງ 1 ປີ (ຈາກເດີມມີຮອດ ມ.4); ຊັ້ນມັດທະຍົມສຶກສາຕອນປາຍ ມ.4 ຫາ ມ.6 ຄືເກົ່າ ມີ 3 ປີ).740400629_1597600898659460_5831342232454696853_n.jpg

ຄຽງຄູ່ກັນນັ້ນ, ໄດ້ມີການພັດທະນາປຶ້ມແບບຮຽນ, ຄູ່ມືຄູ ຕາມທິດທັນສະໄໝ; ນອກຈາກນີ້, ຍັງໄດ້ມີການປະຕິຮູບສະຖາບັນການສ້າງຄູ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ກະກຽມສ້າງຕັ້ງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ-ຣັດເຊຍ; ໄດ້ແກ້ໄຂບັນຫາຄູອາສາສະໝັກ ສໍາເລັດໂດຍພື້ນຖານ ດ້ວຍການບັນຈຸໂກຕາຫຼັກສູດເຂົ້າໃນຕຳແໜ່ງລັດຖະກອນ ແລະ ບັນຈຸໂກຕາທົດແທນຕາມຈຳນວນທີ່ສູນເສຍ.

ຜ່ານການຈັດສອບເສັງນັກຮຽນເກັ່ງ ແລະ ສອບເສັງຈົບຊັ້ນ ມ.4 ແລະ ມ.7 ທົ່ວປະເທດ, ໃນ 6 ເດືອນຕົ້ນປີ ເຫັນວ່າຕົວຊີ້ບອກຂອງຂະແໜງສຶກສາ ແລະ ກິລາ ເຊິ່ງມີທັງໝົດ 13 ຕົວຊີ້ບອກ ສາມາດບັນລຸຄາດໝາຍ ແລະ ມີຄວາມຄືບໜ້າດີ 4 ຕົວຊີ້ບອກ ຄື: ອັດຕາເຂົ້າ ໃໝ່ສຸດທິຊັ້ນ ປ.1 ໃນຊັ້ນປະຖົມສຶກສາ, ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ແລະ ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ເພີ່ມຂຶ້ນ, ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ຫຼຸດລົງ, ແຕ່ກໍຍັງມີ 3 ຕົວຊີ້ບອກ ທີ່ບໍ່ສາມາດບັນລຸໄດ້ ສາເຫດຍ້ອນສະພາບຄວາມຍາກລຳບາກດ້ານເສດຖະກິດ-ການເງິນ, ໄພເງິນເຟີ້ ແລະ ບັນຫາສະພາບແວດລ້ອມອື່ນໆ ແລະ ມີ 6 ຕົວຊີ້ບອກທີ່ກຳລັງປະຕິບັດ ແລະ ຄາດວ່າຈະຖອນຄືນໝໍ້ໃນທ້າຍໄຕມາດທີ 3.

ນອກນັ້ນ, ດ້ານວຽກງານກິລາ ໄດ້ສົ່ງເສີມການຝຶກແອບ ແລະ ສົ່ງຕົວແທນນັກກິລາ ເຂົ້າຮ່ວມແຂ່ງຂັນກິລາໃນພາກພື້ນ ແລະ ສາກົນ ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໂດຍສະເພາະແມ່ນນັກກິລາບານເຕະຮຸ່ນເຍົາວະຊົນ.

ເພື່ອສືບຕໍ່ພັດທະນາຂົງເຂດດັ່ງກ່າວ, ລັດຖະບານ ໄດ້ກຳນົດທິດທາງຈຸດສຸມທີ່ຕ້ອງເລັ່ງຈັດຕັ້ງປະຕິບັດ ຄື: ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອປັບປຸງລະບົບການສຶກສາສາມັນ 6+3+3 ໃຫ້ສຳເລັດທັນນໍາໃຊ້ໃນສົກປີ 2028-2029; ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ, ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ.

ຂ່າວ: ຂ່າວ ປະຊາຊົນ ເສດຖະກິດ-ສັງຄົມ ພາກໃຕ້739965765_972878722373945_5739096095298163670_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ມີຈຸດປະສົງຂໍລົງປະກາດເຊີນຜູ້ ສົນໃຈ ເພື່ອດໍາເນີນການສົມທຽບລາຄາການຈັດພິມປຶ້ມຈໍານວນ 1 ລາຍການ ສະໜອງ ໃຫ້ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ. ພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA).  ໃນວັນທີ 6 ສິງຫາ -9 ກັນຍາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່::
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ