ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອລ້າ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ ສຸມໃສ່ສ້າງຊັບພະຍາກອນມະນຸດໃຫ້ຄຸນນະພາບສູງ

 

ໃນວັນທີ 14 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ສະຫວັນ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 60 ລ້ານກວ່າຢວນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.

ໃນພິທີ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ຄຳພອນ ຫົວໜ້າຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ແລະ ທ່ານ ນາງ ຫຼີຊີເຈີ່ນ ທີ່ປຶກສາດ້ານເສດຖະກິດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້ ກໍຍັງມີຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດການນຳຂັ້ນຕ່າງໆ, ຕົວແທນຈາກ ກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນ ຈຳກັດ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ກ່າວປາໄສວ່າ: ໂຮງຮຽນ ມສ ສະຫວັນ ສ້າງຕັ້ງຂຶ້ນແຕ່ປີ 1960 ເຊິ່ງມີປະຫວັດຍາວນານ ແຕ່ປັດຈຸບັນສະພາບອາຄານແມ່ນໄດ້ຊຸດໂຊມລົງຫຼາຍ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກລະດັບຄຸນນະພາບການສຶກສາ ລັດຖະບານ ສປ ຈີນ ຈຶ່ງໄດ້ມອບທຶນຊ່ວຍເຫຼືອລ້າເພື່ອນຳມາຈັດຕັ້ງປະຕິບັດໜ້າວຽກຫຼັກຄື: ການທຸບມ້າງອາຄານເກົ່າ, ການກໍ່ສ້າງອາຄານໃໝ່, ການສະໜອງອຸປະກອນການຮຽນ-ການສອນ ແລະ ການຝຶກອົບຮົມການນຳໃຊ້ອຸປະກອນໃຫ້ແກ່ຄູ-ອາຈານ.

ສຳລັບພາບລວມຂອງໂຄງການກໍ່ສ້າງໃໝ່ນີ້ ແມ່ນກວມເອົາເນື້ອທີ່ປະມານ 10.000 ຕາແມັດ, ມີເນື້ອທີ່ອາຄານທັງໝົດ 6.095 ຕາແມັດ ເຊິ່ງປະກອບມີ ອາຄານສິດສອນ ແລະ ຫໍກິລາໃນຮົ່ມ, ອາຄານສຳນັກງານ, ປ້ອມຍາມ ແລະ ພື້ນຖານໂຄງລ່າງດ້ານນອກ ເຊິ່ງລາຍລະອຽດແຕ່ລະພາກສ່ວນມີດັ່ງນີ້ ອາຄານສິດສອນ: ປະກອບມີ ຫ້ອງຮຽນທົ່ວໄປ, ຫ້ອງທົດລອງຟີຊິກສາດ, ເຄມີສາດ ແລະ ຊີວະສາດ, ຫ້ອງຮຽນວິທະຍາສາດ-ສັງຄົມ, ຫ້ອງຮຽນຮູບແບບທັນສະໄໝ, ຫ້ອງອ່ານໜັງສື, ຫ້ອງປະຖົມພະຍາບານ, ຫ້ອງຄອມພິວເຕີ, ຫ້ອງຄວບຄຸມໄຟ ແລະ ຫ້ອງສູບນໍ້າພາຍໃນ; ຫໍກິລາໃນຮົ່ມ: ເປັນສະໜາມຝຶກຊ້ອມບານບ້ວງ ແລະ ບານສົ່ງ ເຊິ່ງປະກອບມີ ເວທີ, ຫ້ອງຄວບຄຸມ, ຫ້ອງເກັບມ້ຽນອຸປະກອນ ແລະ ຖັງດັບເພີງ; ອາຄານສຳນັກງານ: ປະກອບມີ ຫ້ອງການຜູ້ອຳນວຍການ, ຫ້ອງການ ແລະ ຫ້ອງປະຊຸມ.

ໂຄງການນີ້ຈະໃຊ້ໄລຍະເວລາການກໍ່ສ້າງ 14 ເດືອນ ໂດຍການຮັບເໝົາກໍ່ສ້າງຂອງ ກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນ ຈຳກັດ.

ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອ ພ້ອມທັງເນັ້ນໜັກວ່າ: ໂຄງການນີ້ບໍ່ແມ່ນພຽງແຕ່ການກໍ່ສ້າງດ້ານວັດຖຸອາຄານເທົ່ານັ້ນ, ແຕ່ມັນແມ່ນໝາກຜົນອັນຈົບງາມຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການຮ່ວມມືເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ຢ່າງແທ້ຈິງ. ທຶນຊ່ວຍເຫຼືອລ້າຄັ້ງນີ້ ຈະເປັນທຶນຮອນອັນມະຫາສານໃນການຫັນປ່ຽນໂສມໜ້າ ແລະ ຍົກລະດັບພື້ນຖານໂຄງລ່າງຂອງ ມສ ສະຫວັນ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ເອື້ອອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນໄດ້ຢ່າງເຕັມຮູບແບບ.

ຂະນະດຽວກັນ, ທ່ານ ນາງ ຫຼີຊີເຈີ່ນ ກໍໄດ້ກ່າວວ່າ: ໂຄງການຊ່ວຍເຫຼືອລ້າຄັ້ງນີ້ ແມ່ນຈັດຕັ້ງປະຕິບັດຕາມ ແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ລາວ-ຈີນ (2024-2028) ແລະ ເປັນບາດກ້າວສຳຄັນຂອງ ໂຄງການກໍ່ສ້າງໂຮງຮຽນ 10 ແຫ່ງ ທີ່ຈີນຊ່ວຍເຫຼືອລາວ. ຝ່າຍຈີນຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ເພື່ອຊຸກຍູ້ການກໍ່ສ້າງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນສ້າງໂຄງການດັ່ງກ່າວໃຫ້ກາຍເປັນອະນຸສາວະລີແຫ່ງຍຸກສະໄໝ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢ່າງມີຊີວິດຊີວາ.

ໃນຕອນທ້າຍຂອງພິທີ, ຄະນະປະທານ ພ້ອມດ້ວຍຄະນະນຳຂັ້ນຕ່າງໆ ແລະ ແຂກທີ່ຖືກເຊີນທຸກພາກສ່ວນ ກໍໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມທັງຊວ້ານດິນ ເພື່ອວາງສີລາລຶກເປີດໂຄງການຍົກລະດັບ ແລະ ປັບປຸງກໍ່ສ້າງອາຄານຮຽນ ມສ ສະຫວັນ ຢ່າງເປັນທາງການ

ພາບ-ຂ່າວ: ພານຸມາດ (ສກຂ ສະຫວັນນະເຂດ774088140_1537617267498999_1142810703271058399_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ມີຈຸດປະສົງຂໍລົງປະກາດເຊີນຜູ້ ສົນໃຈ ເພື່ອດໍາເນີນການສົມທຽບລາຄາການຈັດພິມປຶ້ມຈໍານວນ 1 ລາຍການ ສະໜອງ ໃຫ້ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ. ພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA).  ໃນວັນທີ 6 ສິງຫາ -9 ກັນຍາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່::
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ