ເຊກອງ ຫາລືກຽມຄວາມພ້ອມ ເປັນເຈົ້າພາບມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 8 ໃນປີ 2027

 

ໃນວັນທີ 13 ພຶດສະພາ 2026 ທີ່ຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ 1 ເພື່ອຊຸກຍູ້ການກະກຽມຄວາມພ້ອມໃນການເປັນເຈົ້າພາບງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 8 ເຊິ່ງຈະຈັດຂຶ້ນໃນປີ 2027, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກຳມະການລະດັບຊາດ ແລະ ຜູ້ຕາງໜ້າຈາກແຂວງໃກ້ຄຽງ.
ໃນພິທີ, ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງເຊກອງ ລາຍງານວ່າ: ພາຍຫຼັງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໄດ້ມອບທຸງງານມະຫາກຳກິລານັກຮຽນໃຫ້ແຂວງເຊກອງ ສືບຕໍ່ເປັນເຈົ້າພາບ ຈັດຕັ້ງປະຕິບັດ ຄັ້ງທີ 8 ໃນປີ 2027; ຈາກນັ້ນ ກໍໄດ້ຂໍທິດຊີ້ນຳຈາກການນຳແຂວງ ແລະ ປະສານສົມສົມກັບພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນວາງແຜນກະກຽມຄວາມພ້ອມຮອບດ້ານ ເຊິ່ງມາຮອດປະຈຸບັນ ໄດ້ສຳເລັດອອກຂໍ້ຕົກລົງ ຂອງເຈົ້າແຂວງ ສະບັບເລກທີ 366/ຊກ, ລົງວັນທີ 23 ຕຸລາ 2024 ວ່າດ້ວຍຮັບຮອງເອົາໄຟຟ້າພະລັງງານລົມ ຫຼື ກັງຫັນລົມ ເປັນສັນຍາລັກໂລໂກ້, ປາຫວ່າຄຳ ເປັນສັນຍາລັກສັດນຳໂຊກ, ອອກຂໍ້ຕົກລົງ ເລກທີ 31/ຊກ, ລົງວັນທີ 12 ມີນາ 2025 ວ່າດ້ວຍຮັບຮອງເອົາຈຳນວນ 13 ປະເພດກິລາ ບັນຈຸເຂົ້າໃນການແຂ່ງຂັນ, ຊິງຫຼຽນລາງວັນ ທັງໝົດ 456 ຫຼຽນ; ໃນນັ້ນ, ມີ 135 ຫຼຽນຄຳ, 135 ຫຼຽນເງິນ, 186 ຫຼຽນທອງ, 135 ລາຍການແຂ່ງຂັນ ໂດຍແຂວງຫນຶ່ງ ສາມາດສົ່ງຄະນະຄູຝຶກ ແລະ ນັກກິລາໄດ້ສູງສຸດ 394 ທ່ານ, ສຳເລັດຈັດກອງປະຊຸມ ຮ່ວມກັບກົມກິລາມວນຊົນ, ພາລະ ແລະ ສິລະປະສຶກສາ ຄັ້ງທີ 1 ເຊິ່ງໄດ້ກຳນົດກໜ້າວຽກຈະຕ້ອງປະຕິບັດ 5 ຈຸດສຸມ, ຄັ້ງທີ 2 ໄດ້ກຳນົດໂຄງປະກອບບຸກຄະລາກອນ, ຄະນະຮັບຜິດຊອບລະດັບຊາດ ແລະງົບປະມານນຳໃຊ້ຢ່າງລະອຽດ, ວຽກງານການກໍ່ສ້າງພື້ນຖານໂຄງລ່າງ ລວມ 26 ກິດຈະກຳ, ກຳນົດຈຸດການແຂ່ງຂັນກິລາແຕ່ລະປະເພດ, ກຳນົດເປົ້າໝາຍ, ສູນພັກເຊົານັກກິລາ ຈາກບັນດາແຂວງ ທີ່ຈະເຂົ້າຮ່ວມ ມີ 17 ສູນ, ກະກຽມສະຖານທີ່ຮອງຮັບການນຳ, ແຂກ ແລະ ມວນຊົນທົ່ວໄປ.
ສຳລັບງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 8 ທີ່ແຂວງເຊກອງ ຈະເປັນເຈົ້າພາບ ໃນປີ 2027 ຈະມີ 13 ປະເພດກິລາແຂ່ງຂັນ ຄື: ກິລາແລ່ນ-ລານ 38 ລາຍການ, ກິລາບານເຕະ 2 ລາຍການ, ບານສົ່ງໃນຮົ່ມ ແລະ ຫາດຊາຍ 4 ລາຍການ, ບານບ້ວງ 4 ລາຍການ, ເປຕັງ 9 ລາຍການ, ກະຕໍ້ 6 ລາຍການ, ຫນ້າເກັກ 12 ລາຍການ, ໝາກເສິກ 9 ລາຍການ, ປິ່ງປ່ອງ 7 ລາຍການ, ດອກປີກໄກ່ 6 ລາຍການ, ໝາກແລ້ 12 ລາຍການ, ເທັກຄວັນໂດ 21 ລາຍການ ແລະ ກິລາດຶງເຊືອກ 5 ລາຍການ.
ໂອກາດນີ້, ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ມີທິດຊີ້ນຳຫຼາຍບັນຫາ ໂດຍເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຫນ້າວຽກທີ່ຍັງຄົງຄ້າງໃຫ້ສຳເລັດທັນການ, ປະສານສົມທົບກັນຢ່າງກົມກຽວແຕ່ສູນກາງ ກໍຄືກະຊວງສຶກສາທິການ ແລະ ກິລາ ເພື່ອຂໍທິດຊີ້ນໍາໃນການກະກຽມແຜນວຽກຕ່າງໆໃນດ້ານກິລາ,ປະສານສົມທົບແໜ້ນກັບເຈົ້າໜ້າທີ່ ໃນການວາງແຜນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມປອດໄພນັບແຕ່ມື້ເລີ່ມແຂ່ງຂັນ ຈົນຮອດມື້ສໍາເລັດ; ພ້ອມນີ້ ກໍເອົາໃຈໃສ່ສະຫຼຸບລາຍງານ, ປຶກສາຫາລື, ຖອດຖອນບົດຮຽນໃນແຕ່ລະອະນຸ ເປັນໄລຍະ ເພື່ອເຮັດໃຫ້ການກະກຽມຈັດງານມະຫາກຳກິລານັກຮຽນທົ່ວປະເທດ ຄັ້ງທີ 8 ໄດ້ຮັບຜົນສຳເລັດດ້ວຍດີ.
695885433_122130271701228259_3608451216405328204_n.jpg697979950_122130271443228259_6465293511828767046_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.