slot gampang bocor slot tahun tinggi
  • moes

ກອງປະຊຸມສຳມະນາ ການຕອບໂຕ້ກໍລະນີອຸປະຕິເຫດທາງລັງສີ ແລະ ນິວເຄຍ DEVELOP OF RESPONSES TO RADIOLOGICAL SECURITY INCIDENTS

3ກົມຄຸ້ມຄອງວິທະຍາສາດ, ສສກ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ການຕອບໂຕ້ກໍລະນີເກີດອຸປະຕິເຫດທາງລັງສີ ແລະ ນິວເຄຣຍ ໃນລະຫວ່າງ ວັນທີ 07-09 ມີນາ 2022, ທີ່ ໂຮງໂຮມຄຣາວພຣາຊາ ໂດຍການເປັນປະທາານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ເຊີ່ງມີຊ່ຽວຊານຈາກ ອົງການພະລັງງານແຫ່ງປະເທດຢີປຸ່ນ (JAEA) ແລະ ກົມພະລັງງານ, ສະຫະລັດອາເມລິກາ (US.DOE) และ ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກະຊວງປ້ອງກັນປະເທດ,

ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ,ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາ ແລະ ຂົນສົ່ງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງິນ ແລະ ກະຊວງສຶກສາທິການ ແລະ ກິລາ ເຊີ່ງກອງປະຊຸມສຳມະນາຄັ້ງນີ້ ແມ່ນດຳເນີນໄປດ້ວຍສອງຮູບແບບຄື: ປະຊຸມກັບທີ່ ແລະ ປະຊຸມອອນລາຍ.

          ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ແມ່ນເພື່ອຍົກລະດັບ ແລະ ເສີມສ້າງທັກສະຄວາມຮູ້-ຄວາມສາມາດ ດ້ານຄວາມປອດໄພ ແລະ ການປ້ອງກັນທາງດ້ານລັງສີ ແລະ ນິວເຄຍ ໃຫ້ແກ່ພະນັກງານທີ່ຮັບຜິດຊອບຂອງໜ່ວຍງານຄຸ້ມຄອງຄວາມປອດໄພລັງສີ, ກົມຄຸ້ມຄອງວິທະຍາສາດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ, ໂດຍເນັ້ນໜັກໃສ່ ຫຼັກການໃນການກະກຽມຄວາມພ້ອມຮັບມື ແລະ ແກ້ໄຂສະຖານະການໃນເບື້ອງຕົ້ນກໍລະນີເກີດອຸບັດເຫດທາງລັງສີ ເປັນຕົ້ນແມ່ນ ການລັກລອບຂົນສົ່ງວັດສະດຸລັງສີ ແລະ ການກໍ່ການຮ້າຍ. ນອກຈາກນີ້ ຍັງເພື່ອເປັນການຊຸກຍູ້ສົ່ງເສີມຂົງເຂດວຽກງານຄວາມປອດໄພລັງສີ ແລະ ນິວເຄຣຍ ໃຫ້ແຖດເໝາະກັບສະພາບການ ການຈັດຕັ້ງປະຕິບັດວຽກງານ, ພ້ອມທັງ ເປັນການສຶບຕໍ່ພົວພັນ-ຮ່ວມມື ກັບຄູ່ຮ່ວມພັດທະນາຈາກປະເທດຍີ່ປຸ່ນ ແລະ ອາເມລິກາ ທີ່ມີບົດຮຽນ ແລະ ປະສົບການ ໃນຂົງເຂດວຽກງານດັ່ງກ່າວ.

5

ໃນກອງປະຊຸມສຳມະນາ ທ່ານ ປອ. ສຸລິອຸດົງ ສຸນດາລາ, ຮອງລັດຖະມົນຕີ, ສສກ, ທ່ານ Yosuke NAOI ອຳນວຍການ, ສູນສະໜັບສະໜູນແບບເຊື່ອມສານບໍ່ຂະຫຍາຍຂີປະນາວຸດນິວເຄຣຍ ແລະ ຄວາມໝັ້ນຄົງຂອງນິວເຄຣຍ, ອົງການພະລັງງານປະລຳມະນູນແຫ່ງປະ ເທດຢີ່ປຸ່ນ (ISCN/JAEA), ທ່ານ Art Atkins ຜູ້ຊ່ວຍຮອງຜູ້ບໍລິຫານສຳລັບການຄຸ້ມຄອງຄວາມປອດໄພແຫ່ງຊາດ, ສະຫະລັດອາເມລິກາ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍໄດ້ເວົ້າເຖິງຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນຂອງກອງປະຊຸມສຳມະນາໃນຄັ້ງນີ້, ພ້ອມທັງ ເນັ້ນໜັກໃສ່ ການເສີມສ້າງທັກສະຄວາມຮູ້-ຄວາມສາມາດ ດ້ານຄວາມປອດໄພ ແລະ ການປ້ອງກັນທາງດ້ານລັງສີ ໃຫ້ແກ່ພະນັກງານໃນຂົງເຂດວຽກງານລັງສີ-ນິວເຄຣຍ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ.

4

ພ້ອມກັນນັ້ນ, ຍັງໄດ້ຮັບຟັງການບັນຍາຍຈາກຊ່ຽວຊຽນຕ່າງໜ້າຈາກຫ້ອງການຄວາມໝັ້ນຄົງດ້ານລັງສີ, ກົມພະລັງງານ, ສະລະລັດອາເມລິກາ ແລະ ອົງການພະລັງງານປະລຳມະນູນແຫ່ງປະເທດຢີ່ປຸ່ນ ແລະ ຕ່າງໜ້າຈາກພະແນກຄວາມປອດໄພລັງສີ-ນິວເຄຼຍ, ກົມຄຸ້ມຄອງວິທະຍາສດ ສປປ ລາວ ກ່ຽວກັບການກວດຫາ ແລະ ການປະເມີນການແຈ້ງເຕືອນ ຂອງລະບົບຮັກສາຄວາມປອດໄພ ໃນກໍລະນີເກີດເຫດຕ່າງໆ ແລະ ໄດ້ການຈຳລອງເຫດການຕົວຈິງໃຫ້ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາເຫັນ ໃນກໍລະນີມີການລັກລອບເອົາລັງສີໄປໃຊ້ໃນທາງທີ່ຜິດກົດໝາຍ;

ກອງປະຊຸມຄັ້ງນີ້ໄດ້ບັນລຸຕາມຈຸດປະສົງທີ່ໄດ້ກຳນົດໄວ້ ແລະ ໄດ້ປິດລົງ ໃນເວລາ 16:30.

 

ພາກສ່ວນ: ພະແນກຄວາມປອດໄພລັງສີ ແລະ ນິວເຄຣຍ, ກົມຄຸ້ມຄອງວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ

Print Email