ປະກາດແຕ່ງຕັ້ງ ຮອງອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ ຜູ້ໃໝ່ 2 ທ່ານ

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີປະກາດແຕ່ງຕັ້ງສອງທ່ານເປັນຮອງອະທິການບໍດີ ມຂ ຄົນໃໝ່ ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງປະຊຸມຂອງ (ມຂ) ວິທະຍາເຂດໜອງຜື, ໂດຍການເຂົ້າຮ່ວມຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

slide1       
     ໃນພິທີ, ທ່ານ ຮສ ຄູນ ສັກບົວວົງ ອະທິການບໍດີ ມຂ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ (ດ້ານການຮຽນ-ການສອນ) ພາຍໃນ ມຂ ໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 239/ນຍ, ລົງວັນທີ 3 ເມສາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ເພັດສະໝອນ ຂັດຕິຍະວົງ ເປັນຮອງອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 240/ນຍ, ລົງວັນທີ 3 ເມສາ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ສິດທິໄຊ ໄຊຍະວົງ ເປັນຮອງອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ. ຈາກນັ້ນກໍໄດ້ມອບດຳລັດແຕ່ງຕັ້ງທັງສອງສະບັບໃຫ້ກັບຮອງອະທິການບໍດີ ມຂ ຢ່າງເປັນທາງການ.

492070300 1230389515755521 8880650083638004210 n

492260081 1230389369088869 4090628538055145022 ne

 

 

 

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040