ຮອງລັດຖະມົນຕີ ສສກ ເນັ້ນຄະນະນັກກິລາເອົາໃຈໃສ່ລະບຽບວິໄນ ກ່ອນຮ່ວມງານເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ

 

ເມື່ອວັນທີ 22 ພຶດສະພາ 2026 ທີ່ຫ້ອງປະຊຸມ 312 ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ກົມກິລາລະດັບສູງ ໄດ້ມີການຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງການໂອ້ລົມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານກິລາ-ກາຍຍະກຳ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ ແລະ ເມືອງນາໂກຢາ ປະເທດຍີ່ປຸ່ນ.
ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກໍໄດ້ກ່າວລາຍງານການກະກຽມຄວາມພ້ອມໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ໃນເທື່ອນີ້ ມີທັງໝົດ 17 ປະເພດກິລາ ເຊິ່ງໄດ້ແບ່ງອອກເປັນ 2 ປະເພດ ຄື: ປະເພດກິລາທີ່ໃຊ້ງົບປະມານຂອງລັດ ປະກອບມີ ກິລາວູຊູ, ກະຕໍ້, ຢູໂດ, ມວຍສາກົນ, ເທຄວັນໂດ, ແລ່ນ-ລານ, ລອຍນ້ຳ, ກາຣາເຕໂດ ແລະ ຈູຈິດຊູ. ສ່ວນ ປະເພດກິລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ປະກອບມີ ກິລາອີ-ສະປອດ, ຍິມນາສະຕິກ, ຊັອບເທັນນິດ, ເບັດບອນ, ປິ່ງປ່ອງ, ດອກປີກໄກ່, ເທັກບອນ ແລະ ຟັນດາບ. ນອກຈາກນັ້ນ ໃນປັດຈຸບັນແມ່ນໄດ້ສຳເລັດການລົງທະບຽນປະເທດກິລາ ແລະ ລາຍຊື່ຜູ້ເຂົ້າຮ່ວມເປັນທີ່ຮຽບຮ້ອຍ. ພອ້ມກັນນີ້ ທ່ານຫົວໜ້າກົມກິລາລະດັບສູງ ກໍໄດ້ຕອບຄຳຖາມເຈາະຈີ້ມຂອງບັນດາຜູ້ຕາງໜ້າສະຫະພັນກິລາແຫ່ງຊາດ ໄດ້ສອບຖາມທຸກຢ່າງ ເພື່ອໃຫ້ຫາຍຂໍ້ສົງໃສ ແລະ ຫາວິທີແກ້ໄຂໃນຕໍ່ໜ້າ.
ໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ເນັ້ນໜັກໃຫ້ຜູ້ຮັບຜິດຊອບທັງ 17 ສະຫະພັນກິລາແຫ່ງຊາດ ເອົາໃຈໃສ່ລະບຽບວິໄນຮອບດ້ານ ທັງເລື່ອງລະບຽບວິໄນໃນການຝຶກຊ້ອມ ແລະ ໃນການແຂ່ງຂັນ ມີຄວາມເປັນລະບຽບ ແລະ ເນັ້ນໃຫ້ຖືກຕ້ອງຫຼັກການຕາມກະຕິກາສາກົນ, ຢ່າຖືເບົາ, ຢ່າປະໝາດຄູ່ຕໍ່ສູ້ ໃນໄລຍະການແຂ່ງຂັນ ເພາະພວກເຮົາເຄີຍມີປະສົບການມາແລ້ວ ແລະ ເຮັດໃຫ້ນັກກິລາພວກເຮົາ ບໍ່ສາມາດຍາດຫຼຽນມາໄດ້ ແລະ ສຸດທ້າຍນີ້ ທ່ານຍັງອວຍພອນຄະນະຮັບຜິດຊອບ ລວມເຖິງນັກກິລາທຸກປະເພດກິລາ ປະສົບຜົນສຳເລັດ ແລະ ຍາດຫຼຽນຄຳ ກັບມາສູ່ປະເທດຊາດ.
ສຳລັບການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ນີ້ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ 4 ຕຸລາ 2026 ໂດຍມີບັນດາປະເທດອາຊີເຂົ້າຮ່ວມທັງໝົດ 45 ປະເທດ. ເຊິ່ງໃນງານມະຫາກຳກິລາເອຊຽນເກມ ຄັ້ງທີ 19 ປີ 2023 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ 23 ກັນຍາ ຫາ 8 ຕຸລາ 2023 ສປປ ລາວ ແມ່ນສົ່ງເຂົ້າຮ່ວມທັງໝົດ 16 ປະເພດກິລາ ຍາດໄດ້ທັງໝົດ 3 ຫຼຽນທອງ ຈາກກິລາກະຕໍ້ ຖືກຈັດຢູ່ອັນດັບທີ 35 ຂອງອັນດັບຫຼຽນຄຳ ແລະ ຈັດຢູ່ໃນອັນດັບທີ 30 ຂອງປະເພດຫຼຽນລວມ ໃນ 45 ປະເທດເຂົ້າຮ່ວມ ແລະ ມີ 7 ປະເທດທີ່ບໍ່ໄດ້ຫຼຽນ.
 
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ