ທີ່ຕັ້ງ ແລະ ພາລະບົດບາດ:

ກະຊວງສຶກສາທິການ ແລະ ກິລາ ຂຽນເປັນຕົວອັກສອນຫຍໍ້ວ່າ “ສສກ” ແມ່ນກົງຈັກການຈັດຕັ້ງໜຶ່ງ ຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກກ່ຽວກັບ ວຽກງານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ວຽກງານກິລາ-ກາຍຍະກຳ ໃນຂອບເຂດທົ່ວປະເທດ, ເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ຕາມສາມລັກສະນະ ແລະ ຫ້າຫຼັກມູນ ຂອງການສຶກສາ ແຫ່ງຊາດ.


ໜ້າທີ່ຂອງກະຊວງສຶກສາທິການ ແລະ ກິລາ:

1. ປະຕິບັດລັດຖະທຳມະນູນ, ກົດໝາຍແລະມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດດໍາລັດແລະມະຕິຂອງລັດຖະບານ;
2. ຄົ້ນຄວ້າ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງ ຂອງ ລັດຖະບານກ່ຽວກັບ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ;
3. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ຂອງຂະແໜງການສຶກສາທິການ ແລະ ກິລາ;
4. ກໍານົດຂອບ ວຸດທິການສຶກສາແຫ່ງຊາດ ແລະ ມາດຕະຖານຄຸນນະພາບການສຶກສາທຸກຊັ້ນ ແລະ ທຸກ ສາຍ ໃຫ້ເທົ່າທຽມກັບມາດຕະຖານ ຂອງພາກພື້ນ ແລະ ສາກົນ;
5. ໂຄສະນາ, ເຜີຍແຜ່ນະໂຍບາຍ, ກົດໝາຍ, ນິຕິກຳລຸ່ມກົດໝາຍ, ແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ;
6. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ການສຶກສາກ່ອນໄວຮຽນ ເພື່ອໃຫ້ເດັກໄດ້ຮັບການເບິ່ງແຍງດູແລ ທາງດ້ານ ໂພຊະນາການ ແລະ ສຸຂະພາບ ໃຫ້ມີການຂະຫຍາຍຕົວ ທາງດ້ານຮ່າງກາຍ ແລະ ມັນສະໝອງ ເພື່ອກຽມ ຄວາມພ້ອມເຂົ້າຮຽນໃນຊັ້ນປະຖົມສຶກສາ;
7. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ການສຶກສາສາຍສາມັນ ເພື່ອພັດທະນາຜູ້ຮຽນ ໃຫ້ມີການຂະຫຍາຍຕົວ ຮອບດ້ານ ທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ, ມີຄວາມຮູ້ພື້ນຖານ ທາງດ້ານວິທະຍາສາດທຳມະຊາດ ສັງຄົມ ແລະ ວິຊາຊີບ;
8. ຊີ້ນຳ, ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງວຽກງານ ການລົບລ້າງຄວາມບໍ່ຮູ້ໜັງສື, ການບຳລຸງຍົກລະດັບ ເພື່ອປະຕິບັດແຜນການສຶກສາພາກບັງຄັບ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ກຸ່ມເປົ້າໝາຍ ຂອງ ການສຶກສານອກໂຮງຮຽນ ພ້ອມທັງສົ່ງເສີມການຮຽນຮູ້ຕະຫຼອດຊີວິດ;
9. ຊີ້ນຳ, ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງ ວຽກງານອາຊີວະສຶກສາ ເພື່ອສ້າງ ແລະ ພັດທະນາຜູ້ຮຽນ ໃຫ້ມີ ວິຊາຊີບ, ວິຊາສະເພາະ ແລະ ເປັນນັກວິຊາການ ແນໃສ່ຕອບສະໜອງຄວາມຕ້ອງການ ຂອງຕະຫຼາດແຮງງານ;
10. ຊີ້ນໍາ, ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງ ວຽກງານການສຶກສາຊັ້ນສູງ ເພື່ອຄຸ້ມຄອງການຮຽນ-ການສອນ, ການທົດລອງ, ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ, ການພັດທະນາເຕັກໂນໂລຊີ, ນະວັດຕະກຳ ແລະ ຊັບສິນທາງປັນຍາ, ການກໍ່ສ້າງນັກວິຊາການ, ນັກຊ່ຽວຊານລະດັບສູງ, ນັກຄົ້ນຄວ້າ, ນັກວິທະຍາສາດ ແນໃສ່ຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ;
11. ຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມ ວຽກງານພະລະ ແລະ ສິລະປະສຶກສາ ໃນໂຮງຮຽນ ແລະ ກິລາ-ກາຍະກຳ 01 ມວນຊົນ ໃຫ້ທົ່ວປວງຊົນມີຄວາມສົນໃຈໃນການຝຶກແອບ ແລະ ອອກກຳລັງກາຍ ໂດຍຕິດພັນກັບການ ດໍາລົງຊີວິດ, ສ້າງຄວາມສາມັກຄີ ແລະ ຄວາມມ່ວນຊື່ນ ເພື່ອເສີມສ້າງສຸຂະພາບ ທາງດ້ານຮ່າງກາຍ ແລະ ຈິດໃຈ ໃຫ້ແຂງແຮງ;
12. ຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມ ວຽກງານກິລາ-ກາຍຍະກຳລະດັບສູງ ໃນການສ້າງ ແລະ ພັດທະນານັກກິລາ ອາຊີບ ເພື່ອເຂົ້າຮ່ວມແຂ່ງຂັນໃນພາກພື້ນ ແລະ ສາກົນ;
13. ຄຸ້ມຄອງບັນດາ ມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ, ສູນ, ໂຮງຮຽນ ແລະ ສະໜາມກິລາ ຕາມລະບຽບການ;
14. ຊຸກຍູ້, ສົ່ງເສີມ, ປະສານງານ, ຕິດຕາມ ແລະ ປະເມີນຜົນ ວຽກງານກໍ່ສ້າງ, ພັດທະນາຄູ ແລະ ບຸກຄະລາກອນ ຂອງຂະແໜງການສຶກສາທິການ ແລະ ກິລາ ແລະ ການພັດທະນາຊັບພະຍາກອນມະນຸດ ຂອງ ບັນດາຂະແໜງການຕ່າງໆ ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
15. ສ້າງ ແລະ ພັດທະນາ ຫຼັກສູດ, ອຸປະກອນ, ສື່ການຮຽນ-ການສອນ ແລະ ສິ່ງອໍານວຍຄວາມສະດວກ ຕ່າງໆ ເພື່ອຮັບໃຊ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ;
16. ຄົ້ນຄວ້າ, ວິໄຈ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ການສຶກສາ ແລະ ກິລາ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງການພັດທະນາການສຶກສາ ແລະ ກິລາແຫ່ງຊາດ, ພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະ;
17. ຊຸກຍູ້, ສົ່ງເສີມ, ຄົ້ນຄວ້າ ແລະ ພັດທະນາຫຼັກສູດ ກ່ຽວກັບວຽກງານການບໍລິຫານ-ຄຸ້ມຄອງ ແລະ ຝຶກອົບຮົມ ໃຫ້ແກ່ຜູ້ບໍລິຫານ ພາຍໃນຂະແໜງການສຶກສາທິການ ແລະ ກິລາ ແລະ ຂະແໜງການອື່ນ ທັງພາກ ລັດ ແລະ ເອກະຊົນ ພ້ອມທັງ ຕິດຕາມ ແລະ ປະເມີນຜົນ ໃນແຕ່ລະໄລຍະ;
18. ສ້າງ ແລະ ປັບປຸງ ກົງຈັກການຈັດຕັ້ງ, ກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ກຳນົດ ຕຳແໜ່ງງານ ຂອງພະນັກງານ-ລັດຖະກອນ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງ;
19. ຄຸ້ມຄອງ, ສ້າງແຜນ ບຳລຸງ, ກໍ່ສ້າງ, ບັນຈຸ, ສັບຊ້ອນ, ຕິດຕາມ ແລະ ປະເມີນຜົນງານ ຂອງພະນັກງານ-ລັດຖະກອນ ລວມທັງການສົ່ງເສີມບົດບາດ ຍິງ-ຊາຍ, ການປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ວິໄນ ຕໍ່ພະນັກງານ-ລັດຖະກອນ ຂອງຂະແໜງການສຶກສາທິການ ແລະ ກິລາ ຕາມລະບຽບການທີ່ກຳນົດໄວ້;
20. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານທາງລັດຖະການ ພ້ອມທັງຂື້ນແຜນງົບປະມານ, ສະຫຼຸບ ແລະ ລາຍງານ ເປັນແຕ່ລະໄລຍະ;
21. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ, ຢັ້ງຢືນຜົນງານ, ຫົວຄິດປະດິດສ້າງ ແລະ ພອນສະຫວັນ ຂອງນັກຮຽນຮູ້-ປັນຍາຊົນ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າ ທາງດ້ານວິທະຍາສາດ ແລະ ຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ແລະ ລັງສີ-ນິວເຄຼຍ ຕາມກົດໝາຍ ແລະ ລະບຽບການ. ພ້ອມທັງ ໂຄສະນາເຜີຍແຜ່, ສ້າງຈິດສໍານຶກ ແລະ ສ້າງຄວາມສົນໃຈ ໃຫ້ແກ່ສັງຄົມ ເຫັນໄດ້ເຖິງຄວາມສໍາຄັນ ຂອງວຽກງານວິທະຍາສາດ ແລະ ຄວາມ ປອດໄພດ້ານເຕັກໂນໂລຊີຊີວະພາບ ແລະ ລັງສີ-ນິວເຄຼຍ;
22. ຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ກອງທຶນຄົ້ນຄວ້າພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ສັງລວມ ແລະ ຄັດເລືອກຫົວຂໍ້ການຄົ້ນຄວ້າ ວິທະຍາສາດ ໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ ພ້ອມທັງ ເປັນຈຸດປະສານງານ ຂອງ ສປປ ລາວ ໃນຂົງເຂດວຽກງານການຄົ້ນຄວ້າວິທະຍາສາດ ກັບພາກພື້ນ ແລະ ສາກົນ;
23. ຄົ້ນຄວ້າ ສ້າງ ແລະ ພັດທະນາ ຫຼັກສູດ, ສື່ການຮຽນ-ການສອນ, ຄົ້ນຄວ້າ ນະໂຍບາຍ ແລະ ຫຼັກການໃນການນໍາໃຊ້ຫຼັກພາສາລາວ, ຄົ້ນຄວ້າ-ວິໄຈ ວິທະຍາສາດ ໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ, ໃຫ້ບໍລິການທາງດ້ານວິຊາການ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບວຽກງານວິທະຍາສາດ ແລະ ນະວັດຕະກຳ. ພ້ອມທັງ ຈັດຕັ້ງການຝຶກອົບຮົມ ໃຫ້ແກ່ພະນັກງານ-ລັດຖະກອນ, ນັກຄົ້ນຄວ້າ ແລະ ນັກວິຊາການ ໃຫ້ມີຄວາມຮູ້ ແລະ ຄວາມສາມາດ ສະເພາະດ້ານ;
24. ພົວພັນ, ຮ່ວມມື, ປະສານງານ ແລະ ແລກປ່ຽນບົດຮຽນ ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາ;
25. ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ, ກວດການ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ກົດໝາຍ, ນິຕິກຳລຸ່ມກົດໝາຍ, ແຜນຍຸດທະສາດ, ແຜນງານ, ແຜນການ, ໂຄງການ ແລະ ບັນດາກິດຈະກຳ ຂອງກະຊວງ ສຶກສາທິການ ແລະ ກິລາ;
26. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງລັດຖະບານ.


ຂອບເຂດສິດ ຂອງກະຊວງສຶກສາທິການ ແລະ ກິລາ:

1. ສະເໜີລັດຖະບານພິຈາລະນາຮັບຮອງ ນະໂຍບາຍ, ແຜນຍຸດທະສາດ, ດຳລັດ, ໂຄງການ ແລະ ແຜນ ພັດທະນາ ຂອງຂະແໜງການສຶກສາທິການ ແລະ ກິລາ;
2. ສະເໜີລັດຖະບານພິຈາລະນາຮັບຮອງ ການປັບປຸງກົງຈັກການຈັດຕັ້ງ, ການກໍານົດຕຳແໜ່ງງານ, ການ ບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນ ຂອງຂະແໜງການສຶກສາທິການ ແລະ ກິລາ;
3. ສະເໜີລັດຖະບານພິຈາລະນາ ອະນຸມັດ ການຈັດຕັ້ງການແຂ່ງຂັນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ລະດັບຊາດ, ພາກພື້ນ ແລະ ສາກົນ;
4. ສະເໜີ ແຜນງົບປະມານ, ສ້າງແຜນລາຍຮັບ-ລາຍຈ່າຍ ແລະ ດັດແກ້ງົບປະມານ ຂອງກະຊວງສຶກສາທິການ ແລະ ກິລາ;
5. ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານຂະແໜງການສຶກສາທິການ ແລະ ກິລາ, ພ້ອມທັງສົ່ງ ໂຈະ, ຍົກເລີກ ແລະ ລົບລ້າງ ນິຕິກຳ ທີ່ຂັດກັບ ກົດໝາຍ ແລະ ລະບຽບການ;
6. ອະນຸມັດ ແລະ ຮັບຮອງ ຫຼັກສູດການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ ລະດັບຕ່າງໆ ຕາມ ກົດໝາຍ ແລະ ລະບຽບການ ທີ່ກຳນົດ;
7. ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ອະນຸມັດ ກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ານການ ສຶກສາ, ວິທະຍາສາດ ແລະ ກິລາ ບົນພື້ນຖານກົດໝາຍ, ຂໍ້ກຳນົດ ແລະ ລະບຽບການ ທີ່ລັດຖະບານປະກາດໃຊ້ ໃນແຕ່ລະໄລຍະ;
8. ອະນຸມັດຈັດການແຂ່ງຂັນດ້ານ ວິທະຍາສາດ, ວິຊາການ, ການຄົ້ນຄວ້າ-ວິໄຈ, ເຕັກໂນໂລຊີ, ນະວັດຕະກຳ ແລະ ອື່ນໆ ກ່ຽວກັບການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນປະເທດ;
9. ອະນຸມັດ ກົງຈັກການຈັດຕັ້ງ, ກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ ພ້ອມທັງ ບັນຈຸ, ສັບຊ່ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ພະນັກງານ-ລັດຖະກອນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ນັບແຕ່ ຂັ້ນສູນກາງ ລົງຮອດທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງ;
10. ອອກໃບອະນຸຍາດທາງດ້ານວິຊາການ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບ ວຽກງານວິທະຍາສາດ ແລະ ນະວັດຕະກຳ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ;
11. ອອກໜັງສືຢັ້ງຢືນ, ມອບນາມມະຍົດ, ໃບຍ້ອງຍໍ ແລະ ໃຫ້ບຳເນັດລາງວັນແກ່ ບຸກຄົນ, ນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຄົ້ນຄວ້າ ແລະພັດທະນາວິທະຍາສາດ ແລະ ນະວັດຕະກຳ ຕາມລະບຽບການ ທີ່ກຳນົດ;
12. ຊີ້ນໍາ, ຄຸ້ມຄອງຕາມສາຍຕັ້ງ ທາງດ້ານ ເຕັກນິກ ແລະ ວິຊາການ ໂດຍມີການແບ່ງຂັ້ນຄຸ້ມຄອງ, ແບ່ງ ຄວາມຮັບຜິດຊອບ ແລະ ສິດຕົກລົງບັນຫາ ໃຫ້ອົງການປົກຄອງທ້ອງຖິ່ນຢ່າງລະອຽດ;
13. ຮຽກໂຮມ ພະນັກງານນໍາພາ-ຄຸ້ມຄອງ ແລະ ນັກວິຊາການ ຂອງຂະແໜງການສຶກສາທິການ ແລະ ກິລາ ເຂົ້າຮ່ວມປະຊຸມ ຫຼື ລາຍງານສ່ອງແສງວຽກງານເປັນແຕ່ລະໄລຍະ;
14. ອະນຸມັດໃຫ້ ຫ້ອງການ, ບັນດາກົມ, ສະຖາບັນ, ສູນ ຈັດກອງປະຊຸມ ຫຼື ຝຶກອົບຮົມ ຫຼື ສຳມະນາ ທາງວິຊາການ;
15. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ງົບປະມານ ໃນຂະແໜງການສຶກສາທິການ ແລະ ກິລາ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ;
16. ພົວພັນ, ຮ່ວມມື, ເຊັນສັນຍາ, ອະນຸສັນຍາ, ຮັບເອົາການຊ່ວຍເຫຼືອ, ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແລະ ວຽກງານອື່ນໆ ຕາມການມອບ ໝາຍ ຫຼື ຕາມການຕົກລົງ ຂອງລັດຖະບານ ບົນພື້ນຖານກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້;
17. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງ ລັດຖະບານ.

ການແບ່ງຄວາມຮັບຜິດຊອບ ຂອງລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາຍລະອຽດ ດັ່ງນີ້:

1.1 ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີ

ມີໜ້າທີ່ຮັບຜິດຊອບລວມໂດຍກົງ ແລະ ຮອບດ້ານຕໍ່ສູນກາງພັກ ແລະ ລັດຖະບານ ກ່ຽວກັບວຽກ ງານ ພັດທະນາຊັບພະຍາກອນມະນຸດ, ວຽກງານສຶກສາ, ວິທະຍາສາດ ແລະ ວຽກງານກິລາ-ກາຍຍະກຳ ຂອງຊາດ, ຊີ້ນໍາວຽກງານການເມືອງ-ແນວຄິດ, ການປັບປຸງ ແລະ ການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ຕາມແນວທາງນະໂຍບາຍ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ. ມີໜ້າທີ່ ຕາງໜ້າໃຫ້ຄະນະລັດຖະມົນຕີ ລາຍງານຜົນສໍາເລັດ, ຂໍ້ຄົງຄ້າງ ແຜນພັດທະນາຊັບພະຍາກອນ ມະນຸດ ແລະ ແຜນ ພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ແຕ່ລະໄລຍະຕໍ່ສູນກາງພັກ ແລະ ລັດຖະບານ.
ກ. ຊີ້ນໍາໂດຍກົງພາກສ່ວນຕ່າງໆ ລຸ່ມນີ້:
    1) ກົມຈັດຕັ້ງ ແລະ ພະນັກງານ;
    2) ກົມການເງິນ;
    3) ກົມແຜນການ;
    4) ກົມກວດກາ;
    5) ກົມການສຶກສາຊັ້ນສູງ.

ຂ. ຮັບຜິດຊອບວຽກງານສະເພາະກິດລະດັບຊາດ ດັ່ງນີ້:
    1) ປະທານຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ;
    2) ຮອງປະທານ ສະພາວິທະຍາສາດແຫ່ງຊາດ;
    3) ປະທານຄະນະກຳມະການ ໂອແລມປິກແຫ່ງຊາດ;
    4) ປະທານຄະນະກຳມະການ ເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ;
    5) ປະທານຄະນະກຳມາທິການແຫ່ງຊາດ ເພື່ອອົງການອຸຍແນສໂກ;
    6) ປະທານສະພາບໍລິຫານ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ;
    7) ປະທານກອງທຶນ ສະຫວັດດີການຄູແຫ່ງຊາດ;
    8) ປະທານກອງທຶນ ກິລາ-ກາຍຍະກຳ;
    9) ປະທານກອງທຶນ ພັດທະນາອາຊີວະສຶກສາ;
   10) ຮອງປະທານຄະນະກຳມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ;
    1) ປະທານສະພາທີ່ປຶກສາ ການສຶກສາຊັ້ນສູງແຫ່ງຊາດ;
   12) ປະທານສະພາທີ່ປຶກສາ ອາຊີວະສຶກສາ ແລະ ພັດທະນາສີມືແຮງງານ;
   13) ປະທານຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກະຊວງສຶກສາທິການ ແລະ ກິລາ;
   14) ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ).

1.2 ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ

ມີໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຊ່ວຍລັດຖະມົນຕີຊີ້ນໍາຂົງເຂດ ການພັດທະນາ
ຊັບພະຍາກອນມະນຸດ, ການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂອງຊາດ, ເປັນຜູ້ ຮັບຜິດຊອບຊີ້ນໍາວຽກງານກິລາ-ກາຍຍະກຳ, ວຽກງານບໍລິຫານຫ້ອງການ ແລະ ວິຊາການອື່ນໆ ຕາມການ ມອບໝາຍຂອງລັດຖະ ມົນຕີ ແລະ ມີສິດຮຽກໂຮມປະຊຸມ ແລະ ສ່ອງແສງລາຍງານ ພາກສ່ວນທີ່ຕົນເອງ
ຊີ້ນຳ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ກ. ຊີ້ນໍາໂດຍກົງພາກສ່ວນຕ່າງໆ ລຸ່ມນີ້:
       1) ຫ້ອງການກະຊວງ;
       2) ກົມຮ່ວມມືກັບຕ່າງປະເທດ;
       3) ກົມກິລາລະດັບສູງ;
       4) ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ;
       5) ກົມກິດຈະການນັກສຶກສາ;
       6) ສະຖາບັນກິລາ-ກາຍຍະກຳ;
       7) ສູນເຕັກໂນໂລຊີຂ່າວສານ ແລະ ສື່ສານສໍາລັບການສຶກສາ ແລະ ກິລາ;
       8) ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້;
       9) ຫ້ອງການຄຸ້ມຄອງສະໜາມກິລາແຫ່ງຊາດ (ຫຼັກ 16);
     10) ວິທະຍາໄລພະລະສຶກສາ;
     11) ວິທະຍາໄລສິລະປະສຶກສາ.
ຂ. ຮັບຜິດຊອບວຽກງານສະເພາະກິດລະດັບຊາດ ດັ່ງນີ້:
       1) ຮອງປະທານ ກອງທຶນກິລາ-ກາຍຍະກຳ;
       2) ຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມຢາສູບແຫ່ງຊາດ;
       3) ຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ;
       4) ຄະນະກຳມະການແຫ່ງຊາດ ວ່າດ້ວຍສິດທິມະນຸດ;
       5) ຄະນະກຳມະການ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ;
       6) ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ);
       7) ຄະນະກຳມະການ ແຫ່ງຊາດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ລະດັບຊາດ;
       8) ຄະນະກຳມະການ ວຽກງານສານຕ້ອງຫ້າມໃນກິລາ;
       9) ຄະນະກຳມະການ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂັ້ນສູນກາງ;    10) ຄະນະກຳມະການ ເອດສ໌ ແຫ່ງຊາດ;
       11) ຄະນະກຳມະການ ຮ່ວມມືລາວ-ຈີນ;
       12) ຄະນະກຳມະການ ຮ່ວມມືລາວ-ໄທ;
       13) ຄະນະກຳມະການ ຄວາມປອດໄພຕາມທ້ອງຖະໜົນ;
       14) ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງລັດຖະມົນຕີ.

1.3 ທ່ານ ປອ. ສໍາລານ ພັນຄະວົງ, ຮອງລັດຖະມົນຕີ

ມີໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງ ຊ່ວຍລັດຖະມົນຕີຊີ້ນຳຂົງເຂດ ການພັດທະນາ
ຊັບພະຍາກອນມະນຸດ, ການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂອງຊາດ, ເປັນຜູ້ ຮັບຜິດຊອບຊີ້ນໍາວຽກງານຄົ້ນຄວ້າວິທະຍາສາດ ແລະ ວິຊາການອື່ນໆ ຕາມການມອບໝາຍ ຂອງ ລັດຖະມົນຕີ ແລະ ມີສິດຮຽກໂຮມປະຊຸມ ແລະ ສ່ອງແສງລາຍງານ ພາກສ່ວນທີ່ຕົນເອງຊີ້ນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ;
ກ. ຊີ້ນໍາໂດຍກົງພາກສ່ວນຕ່າງໆ ລຸ່ມນີ້:
       1) ກົມອະຊີວະສຶກສາ;
       2) ກົມຄຸ້ມຄອງວິທະຍາສາດ;
       3) ຫ້ອງການສະພາວິທະຍາສາດແຫ່ງຊາດ;
       4) ກົມປະກັນຄຸນນະພາບການສຶກສາ;
       5) ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ;
       6) ສຳນັກພິມສຶກສາ ແລະ ກິລາ;
       7) ຫ້ອງການກຳມາທິການສຶກສາສົງສູນກາງ;
       8) ວິທະຍາໄລສົງ ອົງຕື້;
       9) ບໍລິສັດລັດວິສາຫະກິດໂຮງພິມສຶກສາ;
       10) ບໍລິສັດລັດວິສາຫະກິດຜະລິດ ແລະ ສະໜອງອຸປະກອນການສຶກສາ;
       11) ວິທະຍາໄລເຕັກນິກລາວ-ເຢຍລະມັນ;
       12) ວິທະຍາໄລເຕັກນິກ ປາກປ່າສັກ;
       13) ວິທະຍາໄລເຕັກນິກ ສັບພະວິຊາ;
       14) ວິທະຍາໄລເຕັກນິກ ກະສິກຳດົງຄໍາຊ້າງ;
       15) ວິທະຍາໄລເຕັກນິກ ວິຊາຊີບການລົດໄຟ
ຂ. ຮັບຜິດຊອບວຽກງານສະເພາະກິດລະດັບຊາດ ດັ່ງນີ້:
       1) ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ;
       2) ຮອງປະທານສະພາບໍລິຫານ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ;
       3) ຮອງປະທານ ຄະນະໂຄງການຊັບສິນມະນຸດຂອງ ສປປ ລາວ;
       4) ຮອງປະທານ ກອງທຶນພັດທະນາອາຊີວະສຶກສາ;
       5) ຄະນະກຳມະການ ສູນກາງແນວລາວສ້າງຊາດ;
       6) ຄະນະກຳມະການ ຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າແລະ ຄ່າບໍລິການ;
       7) ຄະນະກຳມະການ ປະສານງານລະດັບຊາດວຽກງານປະຊາກອນ ແລະ ການພັດທະນາ;
       8) ປະທານຄະນະກຳມະການ ແຜນການ ແລະ ການເງິນ ຂອງກະຊວງ ສສກ;
       9) ປະທານຄະນະກຳມະການ ຈັດສັນ, ບັນຈຸ ແລະ ສັບຊ້ອນຄູ;
       10) ຄະນະກຳມະການ ຮ່ວມມືລາວ-ຫວຽດນາມ;
       11) ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງລັດຖະມົນຕີ.

1.4 ທ່ານ ປອ. ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີ

ມີໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງ ຊ່ວຍລັດຖະມົນຕີຊີ້ນໍາຂົງເຂດການພັດທະນາ ຊັບພະຍາກອນມະນຸດ, ການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂອງຊາດ, ເປັນຜູ້ ຮັບຜິດຊອບຊີ້ນໍາວຽການການສຶກສາ ແລະ ວິຊາການອື່ນໆ ຕາມການມອບໝາຍ ຂອງລັດຖະມົນຕີ ແລະ ມີສິດຮຽກໂຮມປະຊຸມ ແລະ ສ່ອງແສງລາຍງານພາກສ່ວນ ທີ່ຕົນເອງຊີ້ນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ກ. ຊີ້ນໍາໂດຍກົງພາກສ່ວນຕ່າງໆ ລຸ່ມນີ້:
       1) ກົມການສຶກສາກ່ອນໄວຮຽນ;
       2) ກົມສາມັນສຶກສາ;
       3) ກົມການສຶກສານອກໂຮງຮຽນ;
       4) ກົມສ້າງຄູ;
       5) ສະຖາບັນພັດທະນາການບໍລິຫານການສຶກສາ;
       6) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ;
       7) ສະຖາບັນພັດທະນາອາຊີວະສຶກສາ;
       8) ວິທະຍາໄລຄູດົງຄໍາຊ້າງ;
       9) ສູນພັດທະນາການສຶກສານອກໂຮງຮຽນ;
       10) ສູນຜູ້ປະກອບກິດຈະການລາວ-ອິນເດຍ;
       11) ໂຮງຮຽນອະນຸບານສຶກສາ.
ຂ. ຮັບຜິດຊອບວຽກງານສະເພາະກິດລະດັບຊາດ ດັ່ງນີ້:
       1) ຮອງປະທານສະພາ ການສຶກສາຊັ້ນສູງແຫ່ງຊາດ;
       2) ຮອງປະທານກຳມະການແຫ່ງຊາດ ຂອງໂຄງການບ້ານຊ່ວຍເຫຼືອເດັກ SOS;
       3) ຮອງປະທານຄະນະກຳມະການ ເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ;
       4) ຄະນະກຳມາທິການຄວບຄຸມໄພພິບັດລະດັບຊາດ ທັງເປັນປະທານຄະນະກຳມາການຄຸ້ມຄອງໄພພິບັດ ກະ ຊວງສຶກສາທິການ ແລະ ກິລາ;
       5) ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແຫ່ງຊາດ, ທັງເປັນປະທານ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງກະຊວງ ສສກ;
       6) ຮອງຫົວໜ້າຄະນະຮັບຜິດຊອບ ຈັດງານບຸນມະໂຫລານປື້ມ ແລະ ສົ່ງເສີມການອ່ານແຫ່ງຊາດ;
       7) ຄະນະກຳມະການ ເພື່ອຄົນພິການ ຂັ້ນສູນກາງ;
       8) ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການແຫ່ງຊາດ;
       9) ຄະນະກຳມະການ ວຽກງານສະຖິຕິແຫ່ງຊາດ;
       10) ຄະນະກຳມະການ ສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ;
       11) ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງລັດຖະມົນຕີ.

                ພາລະບົດບາດຂອງບັນດາກົມ
  1. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ
  2. ຫ້ອງການກະຊວງສຶກສາທິການ ແລະ ກິລາ
  3. ກົມຈັດຕັ້ງ ແລະ ພະນັກງານ
  4. ຂອງກົມກວດກາ
  5. ກົມການເງິນ
  6. ກົມແຜນການ
  7. ກົມຮ່ວມມືກັບຕ່າງປະເທດ
  8. ກົມນິຕິກຳ ແລະ ປະກັນຄຸນນະພາບການສຶກສາ
  9. ກົມການສຶກສາກ່ອນໄວຮຽນ
  10. ກົມສາມັນສຶກສາ
  11. ກົມອາຊີວະສຶກສາ
  12. ກົມການສຶກສາຊັ້ນສູງ
  13. ກົມການສຶກສານອກໂຮງຮຽນ
  14. ກົມສ້າງຄູ
  15. ກົມກິດຈະການນັກສຶກສາ
  16. ກົມກິລາມວນຊົນ ພະລະ ແລະ ສີລະປະສຶກສາ
  17. ກົມກິລາລະດັບສູງ
  18. ກົມຄຸ້ມຄອງວິທະຍາສາດ
  19. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
  20. ຫ້ອງການສະພາວິທະຍາສາດແຫ່ງຊາດ
  21. ສະຖາບັນພັດທະນາການບໍລິຫານການສຶກສາ
  22. ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ
  23. ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານ ການສຶກສາ ແລະ ກິລາ
  24. ສູນສົ່ງເສີມການຮ່ຽນຮ່ວມ
  25. ສະໜາມກິລາຫຼັກ 16
  26. ວິທະຍາໄລພາລະສຶກສາ
  27. ວິທະຍາໄລຄູ

ທີ່ຕັ້ງ ແລະ ພາລະບົດບາດ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂຽນດ້ວຍຕົວອັກສອນຫຍໍ້ “ ຫກ ” ເປັນກົງຈັກບໍລິຫານ ໃນໂຄງປະກອບການຈັດຕັ້ງຂອງ ກະຊວງສຶກສາທິການ ແລະ ກິລາ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະມົນຕີ ໃນການຄຸ້ມຄອງ-ບໍລິຫານຫ້ອງການ, ວຽກງານປະຊາສໍາພັນ, ເລຂານຸການ, ພິທີການ, ຄົ້ນຄວ້າ-ສັງລວມ, ການເງິນ, ຄຸ້ມຄອງຊັບສິນ, ວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ການສົ່ງເສີມ ການລົງທຶນພາກເອກະຊົນ, ການຕິດຕາມ, ກວດກາ ແລະ ປະເມີນຜົນພາຍໃນຫ້ອງການ, ອໍານວຍຄວາມ ສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະນໍາກະຊວງ ແລະ ພາກສ່ວນຕ່າງໆ ໃນສໍານັກກະຊວງ 1 ສຶກສາທິການ ແລະ ກິລາ ແລະ ເປັນໃຈກາງພົວພັນປະສານງານຢູ່ພາຍໃນ ແລະ ນອກຂະແໜງການສຶກສາ ທິການ ແລະ ກິລາ.


ໜ້າທີ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງ ພັກ, ກົດໝາຍຂອງລັດ, ທິດທາງແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກີລາ ເພື່ອສ້າງເປັນແຜນພັດທະນາວຽກງານຂອງຫ້ອງການກະຊວງໃນແຕ່ລະໄລຍະ;
2. ຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງບໍລິຫານຂອງຫ້ອງການ;
3. ຊຸກຍູ້ ແລະ ສົ່ງເສີມ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕາມການແບ່ງຂັ້ນຄຸ້ມຄອງ;
4. ຄົ້ນຄວ້າ ແລະ ສະເໜີຂັ້ນເທິງເພື່ອປະຕິບັດນະໂຍບາຍ, ສະຫວັດດີການ, ການຍ້ອງຍໍ ແລະ ການປະຕິ ບັດວີໄນໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການ;
5. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາ ມະຕິ, ຄໍາສັ່ງ, ດຳລັດ ຂອງລັດຖະບານ, ມະຕິກອງປະ ຊຸມລັດຖະມົນຕີ ແລະ ຮອງລັດຖະມົນຕີປະຈຳອາທິດ ແລະ ກອງປະຊຸມຄະນະນໍາບໍລິຫານລັດລະດັບ ກະຊວງປະຈໍາເດືອນ;
6. ສັງລວມສະພາບການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ແຜນວຽກຈຸດສຸມປະຈໍາເດືອນຂອງບັນດາຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກິລາ, ສູນ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ເພື່ອລາຍງານຕໍ່ຄະນະນໍາກະຊວງ ແລະ ພາກສ່ວນກ່ຽວຂ້ອງ;
7. ຄຸ້ມຄອງລະບົບເອກະສານຂາເຂົ້າ, ຂາອອກ, ກວດກາ, ກັ່ນຕອງ, ການຈໍລະຈອນເອກະສານພາຍໃນ ແລະ ພາຍນອກຂອງຂະແໜງການສຶກສາທິການ ແລະ ກິລາ, ເກັບຮັກສາສໍານວນເອກະສານ, ຄຸ້ມຄອງ ຕາປະທັບຂອງກະຊວງ ແລະ ຫ້ອງການກະຊວງ;
8. ເກັບກຳສະພາບ, ສັງລວມບັນຫາທີ່ໄດ້ຜ່ານໂທລະສັບສາຍດ່ວນຈາກສະພາແຫ່ງຊາດ, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ແລະ ສາຍດ່ວນຂອງກະຊວງສຶກສາທິການ ແລະ ກິລາ ເພື່ອລາຍງານ ຂໍ ທິດຊີ້ນໍາຈາກລັດຖະມົນຕີ ເປັນປົກກະຕິ;
9. ຈັດຕັ້ງປະຕິບັດວຽກງານເລຂານຸການ-ພິທີການ ແລະ ຕິດຕາມຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບາາມຂອາຫ້ອາປະຂມ. ຫ້ອາເຮັດວຽກການນໍາ ແລະ ສຳນັກາານກະຂວາສຶກສາທິການແລະ ກິລາ;
10. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດລະບົບການຄຸ້ມຄອງບໍລິຫານຫ້ອງການຕາມ ທິດຫັນເປັນທັນສະໄໝ ພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ;
11. ໂຄສະນາປະຊາສໍາພັນຂໍ້ມູນຂ່າວສານການເຄື່ອນໄຫວຂອງຫ້ອງການ ແລະ ຄະນະນໍາກະຊວງສຶກສາ ທິການ ແລະ ກິລາ;
12. ຂຶ້ນແຜນ, ຄຸ້ມຄອງ, ຈັດສັນ, ຕິດຕາມ, ກວດກາ, ຊຸກຍູ້ການນໍາໃຊ້ ແລະ ສະຫຼຸບລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ ແລະ ກອງທຶນສະຫວັດດີການຄູຂອງສຳນັກກະຊວງສຶກສາທິການ ແລະ ກິລາ ໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ;
13. ຄຸ້ມຄອງຊັບສົມບັດ, ການກໍ່ສ້າງ, ສ້ອມແປງ, ອາຄານ, ສະຖານທີ່, ທີ່ດິນ, ສະໜາມກິລາ, ພາຫະນະ, ອຸປະກອນຮັບໃຊ້ ແລະ ອຳນວຍຄວາມສະດວກດ້ານຕ່າງໆພາຍໃນສໍານັກກະຊວງ;
14. ວາງແຜນ ແລະ ຈັດຕັ້ງປະຕິບັດ ວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ແມ່-ເດັກ ໃນ ຂະແໜງການສຶກສາທິການ ແລະ ກິລາ;
15. ວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານສາມສ້າງໃນຂະແໜງສຶກສາທິການ ແລະ ກິລາ;
16. ວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ໃນຂະແໜງສຶກສາທິການ ແລະ ກິລາ;
17. ເປັນໃຈກາງໃນການສົ່ງເສີມການລົງທຶນພາກເອກະຊົນ ໃນຂະແໜງການສຶກສາທິການ ແລະ ກິລາ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມທັງ ຄຸ້ມຄອງສະມາຄົມການສຶກສາພາກເອກະຊົນ;
18 . ສ້າງຖານຂໍ້ມູນການຄຸ້ມຄອງບໍລິຫານ ຂອງວຽກງານຕ່າງໆຂອງຫ້ອງການ ໂດຍອີງໃສ່ມາດຕະຖານ
ການຄຸ້ມຄອງຂໍ້ມູນຂະແໜງການສຶກສາທິການ ແລະ ກິລາ;
19. ພົວພັນ ແລະ ປະສານງານກັບຫ້ອງການ, ກົມ, ອົງການທຽບເທົ່າກົມ, ສະຖາບັນ, ສູນ, ອົງການຈັດຕັ້ງ
ສາກົນ ແລະ ອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ ຕາມພາລະບົດບາດ;
20. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານ ຂອງຕົນ ໃຫ້ຂັ້ນເທິງ ເປັນປົກກະຕິ;
21. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີ.


ຂອບເຂດສິດ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ມີຂອບເຂດສິດດັ່ງນີ້:
1. ສະເໜີແຜນການ ແລະ ແຜນງົບປະມານ ເພື່ອພັດທະນາວຽກງານທີ່ຕົນຮັບຜິດຊອບຕໍ່ລັດຖະມົນຕີ;
2. ສະເໜີລັດຖະມົນຕີ ພິຈາລະນາ, ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກຳ ກ່ຽວກັບວຽກງານ ຄຸ້ມຄອງບໍລິຫານຫ້ອງການ ທີ່ບໍ່ສອດຄ່ອງ;
3. ສະເໜີຕໍ່ລັດຖະມົນຕີ ພິຈາລະນາ, ອະນຸມັດ, ສ້າງຕັ້ງ ຫຼື ຍົກເລີກ ພະແນກພາຍໃນຂອງຫ້ອງການ;
4. ສະເໜີລັດຖະມົນຕີ ບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ, ປົດຕໍ່າແໜ່ງ, ຍ້ອງຍໍ ແລະ ປະຕິບັດວິໄນ ພະນັກງານ-ລັດຖະກອນຂອງຫ້ອງການ ຕາມກົດໝາຍ ແລະ ລະບຽບການ;
5. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫຼືອປະເພດຕ່າງໆຕາມການ ອະນຸມັດຂອງລັດຖະມົນຕີ;
6. ປະຕິບັດໂຄງການຊ່ວຍເຫຼືອລ້າ, ກູ້ຢືມ, ໂຄງການຮ່ວມມືກັບຕ່າງປະທດ ແລະ ອົງການຈັດຕັ້ງສາກົນ ຕາມການອະນຸມັດຂອງລັດຖະມົນຕີ;
7. ສະເໜີລັດຖະມົນຕີ ປົກປ້ອງ, ຄຸ້ມຄອງບຸກຄະລາກອນ, ຊັບສິນ, ລິຂະສິດທາງດ້ານການສຶກສາ, ວິທະຍາສາດ ແລະ ກິລາ;
8. ເຊັນໜັງສືແຈ້ງການ, ໜັງສືສະເໜີ, ບັດເຊີນ, ໃບກິດສໍາພັນ, ເອກະສານການເງິນ, ສັນຍາ ແລະ ເຊັນ ຢັ້ງຢືນເອກະສານຕ່າງໆ ໃຫ້ບັນດາຫ້ອງການ, ກົມ, ສະຖາບັນ, ສູນ, ການຈັດຕັ້ງທີ່ຂຶ້ນກັບກະຊວງສຶກ ສາທິການ ແລະ ກິລາ ຕາມພາລະບົດບາດ, ໜ້າທີ່ ແລະ ຕາມການມອບໝາຍຂອງລັດຖະມົນຕີ;
9. ພົວພັນ, ປະສານງານ, ເຂົ້າຮ່ວມກອງປະຊຸມ, ພົບປະເຈລະຈາກັບພາກສ່ວນຕ່າງໆຕາມການມອບໝາຍ ຂອງຄະນະນໍາກະຊວງ;
10. ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີ.


ຫຼັກການ ແລະ ແບບແຜນວິທີເຮັດວຽກ

 ຫຼັກການ
ຫ້ອງການກະຊວງສຶກສາທິການ ແລະ ກິລາ ເຄື່ອນໄຫວວຽກງານຕາມຫຼັກການດັ່ງນີ້:
1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະກ່ຽວກັບບັນຫາລວມຂອງຫ້ອງການ;
2. ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ເສີມຂະຫຍາຍຫົວຄິດປະດິດ ສ້າງ ຂອງພະນັກງານ, ລັດຖະກອນ ທຸກລະດັບ; 3. ທຸກການເຄື່ອນໄຫວ ຂອງຫ້ອງການກະຊວງ ແມ່ນອີງໃສ່ກົດໝາຍ, ລະບຽບການ, ຫຼັກການລວມ
ຂອງພັກ, ລັດຖະບານ, ນໍາເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ແລະ ນໍາເອົາ ແຜນການປະຈຳປີ, ແຜນ 5 ປີ ຂອງກະຊວງ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.
ແບບແຜນວິທີເຮັດວຽກ
ຫ້ອງການກະຊວງ ມີແບບແຜນວິທີເຮັດວຽກ ດັ່ງນີ້:
1. ເຮັດວຽກມີແບບແຜນ, ແຜນງານ ແລະ ໂຄງການລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ເປົ້າ ໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດ ວຽກງານຫ້ອງການກະຊວງ ໃຫ້ໄດ້ຮັບຜົນດີ;
2. ເຮັດວຽກມີການຕິດຕາມ, ກວດກາ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້ ແລະ ຜົນ ເສຍ;
3. ປະຕິບັດລະບອບປະຊຸມ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ແລະ ປະຕິບັດ ລະບອບລາຍງານ ໃຫ້ຂັ້ນເທິງ ແລະ ລັດຖະບານເປັນປົກກະຕິ.