Featured
ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ເປີດສາກຂຶ້ນແລ້ວ
 ໃນຕອນບ່າຍຂອງວັນທີ 16 ພະຈິກ 2025 ທີ່ສູນບູໂດລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບໍ່ ສີປະເສີດ, ຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຮອງປະທານສະຫະພັນ, ຄະນະສະຫະພັນຈາກທຸກພາກສ່ວນ, ຄະນະກໍາມະການຕັດສິນ, ຄູຝຶກ, ນັກກິລາ ແລະ ກອງຊົມກອງເຊຍເຂົ້າຮ່ວມຄວາມເປັນໜຶ່ງຂອງນັກກິລາຢູໂດ ແລະ ຄວາມສາມັກຄີ, ມິດຕະພາບທີ່ດີ ລະຫວ່າງແຂວງ ກັບບັນດາກະຊວງ ແລະ ເປັນການຮັດແໜ້ນຄວາມມີນໍ້າໃຈຂອງນັກກິລາ ເພື່ອພ້ອມກັນພັດທະນາກິລາຢູໂດໃຫ້ກ້າວໜ້າໄປສູ່ລະດັບພາກພື້ນ ແລະ ສາກົນກິລາຢູໂດ ແຂ່ງຂັນ 2 ປະເພດຄື : ປະເພດຟ້ອນກະຕະ ແລະ ປະເພດຕໍ່ສູ້ . ປະເພດຕໍ່ສູ້ຊາຍ ແຂ່ງຂັນ 12 ຮູ່ນນໍ້າໜັກ ແລະ ປະເພດຕໍ່ສູ້ຍິງ ແຂ່ງຂັນ 10 ຮຸ່ນນໍ້າໜັກ. ສໍາລັບປະເພດຟ້ອນ ກະຕະ ປະກອບມີ ນາເງ່ໂນ ກະຕະ ( ຊາຍ ) ແລະ ຈູ່ໂນ ກະຕະ ( ຍິງ ). ນອກນັ້ນ ຍັງມີແຂ່ງຂັນປະເພດຕໍ່ສູ້ປະເພດທີມຍິງ-ຊາຍ ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 110 ຄົນ, ຍິງ 46 ຄົນ ທີ່ມາຈາກ 6 ແຂວງ ແລະ 1 ກະຊວງ, ມີການຊີງໄຊ 25 ຫຼຽນຄໍາ ແລະ ຈະທໍາການແຂ່ງຂັນກັນລະຫວ່າງວັນທີ 16-18 ພະຈິກ 2025ນີ້ ສູນບູໂດ ລາວ-ຍີ່ປຸ່ນ
 

 

 
 
 
 
 
ພາບ-ຂ່າວໂດຍ ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •