ໃນວັນທີ 21 ເມສາ 2025 ທີ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ,
ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງພະບາງ, ກອງປະຕິບັດງານກໍ່ສ້າງຮາກຖານ, ເຂດຈຸດສຸມ, ກອງຮ້ອຍທະຫານຊາຍແດນ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການວິທະຍາໄລຄູຫຼວງພະບາງ ແລະ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການຂາດແຄນຄູສອນ ແລະ ຄວາມແກ່ນາຍ ແລະ ພົນທະຫານ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ, ຄົ້ນຄວ້າເກັບກຳສະຖິຕິຄູອາສາສະໝັກທີ່ບໍ່ທັນໄດ້ເຂົ້າເປັນລັດຖະກອນ, ປືກສາຫາລືສະຖານທີ່ການເປີດຊຸດອົບຮົມວິຊາຄູ ແລະ ການຂຶ້ນແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ.


ໂອກາດນີ້, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ແຕ່ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ຂອງຂັ້ນເທິງຢ່າງເຖິງຖອງ, ສືບຕໍ່ຮີບຮ້ອນເກັບກຳຂໍ້ມູນ, ສະຖິຕິທີ່ກ່ຽວພັນ ແລ້ວສັງລວມລາຍງານ ແລະ ສະໜອງຂໍ້ມູນຕໍ່ຂັ້ນເທິງ ເພື່ອພ້ອມກັນຄົ້ນຄວ້າແກ້ໄຂໃຫ້ສ່ອດຄ່ອງ ແລະ ທັນການ.
ພາຍຫຼັງສຳເລັດກອງປະຊຸມ, ຄະນະໄດ້ເຄື່ອນໄຫວກວດກາສະຖານທີ່ພັກເຊົ່າ ແລະ ອາຄານ ທີ່ຈະໃຊ້ໃນການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຕື່ມອີກ.

ໂດຍ: ຈິດ ເພັດພູທອງ
