Featured

ຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການສຶກສາຢູ່ເມືອງປາກອູ ເມື່ອວັນທີ 19 ພຶດສະພາ 2025 ທີ່ໂຮງຮຽນ ມສ ເມືອງປາກອູ

ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະທີມງານຈາກພະແນກສຶກສາທິການ ແລະ ກິລາແຂວງ, ພະນັກງານ, ຄູ-ອາຈານ, ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

 500203238 1257672406360565 3359295229059528161 n 1  500747234 1257672773027195 3874560605386297384 n


            ທ່ານ ຄຳກອງ ກິດຕິຄຸນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກອູ ໄດ້ກ່າວລາຍງານວ່າ: ທົ່ວເມືອງປາກອູ ມີພະນັກງານ ຄູ-ອາຈານໃນຂົງເຂດສຶກສາທິການ ແລະ ກິລາ ທັງໝົດ 403 ຄົນ, ຍິງ 240 ຄົນ, ໃນນັ້ນລັດຖະກອນທັງໝົດ 383 ຄົນ, ຍິງ 224 ຄົນ, ພະນັກງານບໍລິຫານ 35 ຄົນ, ຍິງ 15 ຄົນ, ອາສາສະໝັກ 20 ຄົນ, ຍິງ 16 ຄົນ, ມີຫ້ອງລ້ຽງເດັກ 2 ຫ້ອງ ເອກະຊົນ 1 ,ໂຮງຮຽນອະນຸບານ ລັດ 11 ແຫ່ງ 29 ຫ້ອງ, ມີນັກຮຽນ 645 ນ້ອງ, ເອກະຊົນ ມີນັກຮຽນ 68 ນ້ອງ, ໂຮງຮຽນປະຖົມລັດ 53 ແຫ່ງ, ມີປະຖົມສົມບູນ 43 ແຫ່ງ, ມູນ 10 ແຫ່ງ, ມີຫ້ອງດ່ຽວ 159 ຫ້ອງ ແລະ ຫ້ອງຄວບ 75 ຫ້ອງ ມີນັກຮຽນລວມ ທັງໝົດ 3698 ນ້ອງ,ໂຮງຮຽນປະຖົມເອກະຊົນ 1 ແຫ່ງ 5 ຫ້ອງຮຽນ ມີນັກຮຽນ 62 ນ້ອງ, ໂຮງຮຽນມັດທະຍົມຕົ້ນ 4 ແຫ່ງ ແລະ ມັດທະຍົມສົມບູນ 3 ແຫ່ງ ມີນັກຮຽນລວມທັງໝົດ 1816 ນ້ອງ, ຜ່ານການເກັບກຳຂໍ້ມູນສະຖິຕິການສຶກສາໃນທົ່ວເມືອງ ແລະ ການຄິດໄລ່ບັນດາອັດຕາກ່ຽວກັບວຽກງານການສຶກສາປະຈຳສົກຮຽນ 2024-2025 ສາມາດຈັດຕັ້ງປະຕິບັດ 12 ຄາດໝາຍຂອງ ເມືອງປາກອູໄດ້ເປັນຕົ້ນ: ຄາດໝາຍທີ່ບັນລຸມີ 5 ຄາດໝາຍຄື: ອັດຕາເຂົ້າຮຽນໃໜ່ລວມ ປ.5 ປະຕິບັດໄດ້ 98.9 %, ສົກຮຽນຜ່ານມາ 96.89 % ແຜນ 98% ຫຼື່ນ 0.9 %, ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ປະຕິບັດໄດ້ 93.6 % ສົກຮຽນຜ່ານມາ 95.5 % ແຜນ 84 % ລື່ນແຜນ 9,6 %, ດັດສະນີຄວາມສະເໜີພາບ ຍິງ-ຊາຍ ( ອັດຕາເລື່ອນຊັ້ນ ປ.5 ຫາ ມ. 1 ) ປະຕິບັດໄດ້ 0,99 ສົກຮຽນຜ່ານມາ 0.99 ຄາດໝາຍ ລະຫວ່າງ 0,97-1,03 , ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼີ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກໍາການແຂ່ງຂັນກິລາປະຈໍາປີ, ກິລາບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 40.9 % ສົກຮຽນຜ່ານມາ 41% ຄາດໝາຍ 34 % ລື່ນແຜນ 6.9 %, ອັດຕາເຂົ້າຮຽນສຸດທິ ປ1 ປະຕິບັດໄດ 97.07 % ສົກຮຽນຜ່ານມາ 98,20% ແຜນ 96% ລື່ນ ແຜນ 1,07 % ແລະ ຄາດໝາຍທີ່ມີຄວາມຄຶບໜ້າ 2 ຄາດໝາຍຄື: ອັດຕາປະລະການຮຽນຂອງຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 17.7 % ສົກຮຽນຜ່ານມາ 19,40 % ຄາດໝາຍ 6 % ຫຼຸດຄາດໝາຍ 11.7%, ອັດຕາການເລື່ອນຊັ້ນ ປ.5 ຂື້ນ ມ.1 ທຽບໃສ່ນັກຮຽນຕົ້ນປີ ປ.5 ປະຕິບັດໄດ້ 78.81 % ສົກຮຽນຜ່ານມາ 73.80 % ຄາດໝາຍ 88,00% ຫຼຸດແຜນ 9.19%, ຂະນະທີຄາດໝາຍທີ່ຍັງບໍ່ບັນລຸ ມີ 5 ຄາດໝາຍ: ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ຮັບການບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 0 ຄົນ ສົກຮຽນແລ້ວ 65 ຄົນ ຍີງ 26 ແຜນ 30 ຄົນ /ປີ ຫຼຸດແຜນ 30 ຄົນ, ອັດຕາປະລະການຮຽນຂອງນັກຮຽນ ປ.1 ປະຕິບັດໄດ້ 8.9 % ສົກຮຽນຜ່ານມາ 5.3 % ແຜນ 2 % ຫຼຸດແຜນ 7.9 %, ອັດຕາເຂົ້າຮຽນໃໜ່ລວມ ມ. 4 ປະຕິບັດໄດ້ 40.70 % ສົກຮຽນຜ່ານມາ 39.4 % ແຜນ 65 % ຫຼຸດແຜນ 24,3 %, ອັດຕາຈົບຊັ້ນປະຖົມ ( ອັດຕາເລື່ອນຂັ້ນ- ຈົບຊັ້ນປະຖົມ) ປະຕິບັດໄດ້ 94.40 % ສົກຮຽນຜ່ານມາ 94.50 % ແຜນ 96 % ຫຼຸດແຜນ 1.4 %, ອັດຕາປະລະຂອງນັກຮຽນຊັ້ນປະຖົມ ປະຕິບັດໄດ້ 4.60 % ສົກຮຽນຜ່ານມາ 4.00 % ແຜນ 1.50 % ຫຼຸດແຜນ 3.1 %. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄຳເຫັນຕໍ່ກັບບັນດາຄໍາຖາມເຈາະຈີ້ມໂດຍສະເພາະບັນຫາການປະລະ, ການຂາດແຄນຄູ, ຄຸນນະພາບການສຶກສາ ແລະ ປະກົດການຫຍໍ້ທໍ້ຕ່າງໆ ພ້ອມດຽວກັນນີ້ຍັງໄດ້ຮ່ວມກັນຊອກຫາວິທີທາງໃນການແກ້ໄຂເພື່ອເຮັດໃຫ້ວຽກງານການສຶກສາບັນລຸມີຜົນສໍາເລັດຕາມວຽກງານຈຸດສຸມ ແລະ ບັນດາຄາດໝາຍທີ່ຂະແໜງການສຶກສາທິການ ແລະ ກິລາໄດ້ກຳນົດໄວ້.

500224568 1257672713027201 4655791391653994276 n 500227034 1257672909693848 5042024337345300476 n


            ໂອກາດນີ້, ທ່ານ ປອ ນາງ ບົວລອຍ ອິດທິພອນ ໄດ້ຮຽກຮ້ອງໃຫ້ ຜູ້ບໍລິຫານການສຶກສາ, ຄູອາຈານ ຕະຫຼອດເຖິງພໍ່ແມ່ຜູ້ປົກຄອງນັກຮຽນຈົ່ງໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ຍັງເປັນສິ່ງທ້າຍທາຍໂດຍໃຫ້ຕິດພັນກັບ 3 ຂໍ້ແຂ່ງຂັນ, 5 ຫຼັກມູນຂອງການສຶກສາ, ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຂະແໜງການສຶກສາ ພ້ອມກັນສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ, ຄູຕ້ອງປະຕິບັດຕາມຈັນຍາບັນຂອງຄູ, ຊຸກຍູ້ສົ່ງເສີມພະນັກງານຄູໃຫ້ມີການພັດທະນາຕົນເອງຢູ່ສະເໝີ ພ້ອມທັງສືບຕໍ່ໃກ້ສິດຕິດແທດກັບພໍ່ແມ່ປະຊາຊົນໃນການລະດົມໃຫ້ເຂົາເຈົ້າສົ່ງລູກຫຼານໃຫ້ໄດ້ເຂົ້າຮຽນຕາມເກນອາຍຸ, ຖືເອົາວຽກງານການສຶກສາການເມືອງແນວຄິດໃຫ້ຄູອາຈານໄດ້ຢ່າງທົ່ວເຖິງ ແລະ ເລິກເຊິ່ງ. ໂອກາດດຽວກັນນີ້ ທ່ານພ້ອມດ້ວຍທິມງານຍັງໄດ້ສືບຕໍ່ລົງຕິດຕາມຊຸກຍູ້ການສອບເສັງເລື່ອນຂັ້ນທີ່ໂຮງຮຽນ ມ.ຕົ້ນ ນາສະຫວ່າງ ຕື່ມອີກ.

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •