Featured

ສສກ ແລະ ສະຫະພາບເອີຣົບ ປຶກສາຫາລືວຽກງານໃນຂົງເຂດການສຶກສາ

a776d979-76b7-4de9-b478-409c2c3af946-768x512.jpg

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສະຫະພາບເອີຣົບ ພົບປະຫາລືສືບຕໍ່ຮ່ວມມືໃນຂົງເຂດຕ່າງໆຂອງຂະແໜງການສຶກສາ ທີ່ເຫັນວ່າຄວນສືບຕໍ່ຮ່ວມມື ແລະ ຊຸກຍູ້ໃຫ້ໄດ້ຮັບການພັດທະນາໃຫ້ສູງຂຶ້ນ ເປັນຕົ້ນແມ່ນ ວຽກງານອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການຄົ້ນຄວ້າວິທະຍາສາດ, ການພັດທະນາຄູ, ຫຼັກສູດການຮຽນການສອນ ຕະຫຼອດຮອດການສົ່ງເສີມການຮ່ວມມືລະຫວ່າງພັກ-ລັດໃຫ້ພັດທະນາຂຶ້ນເທື່ອລະກ້າວ.

ໃນວັນທີ 16 ຕຸລາ 2025 ທີ່ສໍານັກງານກະຊວງວສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຫົວໜ້າກົມ ແລະ ຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ.

ການພົບປະດັ່ງກ່າວ, ແມ່ນເພື່ອສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບມອບໝາຍໃຫ້ດຳລົງຕໍາແໜງ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຄົນໃໝ່ ພ້ອມທັງຖືໂອກາດດັ່ງກ່າວປຶກສາຫາລືເຖິງຂົງເຂດການຮ່ວມມືລະຫວ່າງ ສະຫະພາບເອີຣົບ ແລະ ສປປ ລາວ ໂດຍສະເພາະແມ່ນໃນຂົງເຂດການສຶກສາ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ກ່າວຕ້ອນຮັບທ່ານ ທູດສະຫະພາບເອີຣົບ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ ແລະ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນ ແລະ ການຊ່ວຍເຫຼືອຢ່າງຕັ້ງໜ້າ ຂອງ ສະຫະພາບເອີຣົບ ຕໍ່ຂະແໜງການສຶກສາ ຊຶ່ງລວມມີການຊ່ວຍເຫຼືອດ້ານວິຊາການ ແລະ ດ້ານງົບປະມານ ທີ່ຖືເປັນການປະກອບທີ່ສຳຄັນ ໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.

ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະການພັດທະນາການສຶກສາຮ່ສມກັນ ໂດຍສະເພາະ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຍົກໃຫ້ເຫັນທິດທາງຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ກໍຄື ແຜນການປະຕິຮູບລະບົບການສຶກສາ ຂອງ ສປປ ລາວ ໃນໄລຍະອັນໃກ້ນີ້. ຈາກນັ້ນ, ທັງສອງຝ່າຍຍັງໄດ້ຍົກໃຫ້ເຫັນເຖິງຂົງເຂດຕ່າງໆໃນຂະແໜງການສຶກສາ ທີ່ເຫັນວ່າຄວນສືບຕໍ່ຮ່ວມມື ແລະ ຊຸກຍູ້ໃຫ້ໄດ້ຮັບການພັດທະນາໃຫ້ສູງຂຶ້ນ ເປັນຕົ້ນແມ່ນວຽກງານອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການຄົ້ນຄວ້າວິທະຍາສາດ,  ການພັດທະນາຄູ, ຫຼັກສູດການຮຽນການສອນ ຕະຫຼອດຮອດການສົ່ງເສີມການຮ່ວມມື ລະຫວ່າງພາກລັດ, ນັກຄົ້ນຄວ້າ-ວິໄຈ ແລະ ຜູ້ປະກອບການ ເພື່ອພັດທະນາເສດຖະກິດຂອງປະເທດ ແລະ ຊຸກຍູ້ການມີສ່ວນຮ່ວມຂອງຊຸມຊົນ ແລະ ສັງຄົມຢູ່ໃນການພັດທະນາວຽກງານການສຶກສາ ແລະ ກິລາ.

ຂ່າວໂດຍ: ບົວລະພາ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •