ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳສະເໜີການຄົ້ນຄວ້າໃນເວທີສາກົນຄັ້ງນີ້ ໂດຍທ່ານໄດ້ກ່າວວ່າ: “ການສຶກສາຄັ້ງນີ້ ແມ່ນເປັນເຄື່ອງມືສຳຄັນໃນການປັບປຸງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູຂອງພວກເຮົາ ໂດຍການກຳນົດວິທີການສອນທີ່ສົ່ງເສີມການຮຽນຮ່ວມຂອງນັກຮຽນ, ພວກເຮົາສາມາດແນະນຳວິທີການທີ່ໄດ້ຜົນນີ້ຢ່າງກວ້າງຂວາງ ເພື່ອໃຫ້ການສະໜັບສະໜູນຄູໃຫ້ດີຂຶ້ນ ເພື່ອການຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງນັກຮຽນ.”
ສະທ້ອນຄືນຄວາມຮູ້ສຶກນີ້, ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມມຸ່ງໝັ້ນຕໍ່ການສຶກສາຮຽນຮ່ວມ ເພາະວ່ານັກຮຽນທຸກຄົນສົມຄວນໄດ້ຮັບສະພາບແວດລ້ອມການຮຽນທີ່ເໝາະສົມ, ໄດ້ຮັບເຄົາລົບ ແລະ ການສະໜັບສະໜູນ ໂດຍການມີຄູ່ຮ່ວມພັດທະນາ ກະຊວງສຶກສາທິການແລະ ກິລາ, ການນຳສະເໜີການຄົ້ນຄວ້ານີ້ໃນລະດັບສາກົນ ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາ ໃນການແກ້ໄຂການອອກໂຮງຮຽນ ໂດຍການສົ່ງເສີມຄວາມຮູ້ສຶກຜູກພັນຂອງນັກຮຽນຕໍ່ກັບໂຮງຮຽນ.”
ຄະນະຜູ້ແທນໄດ້ນຳສະເໜີຂໍ້ມູນດ້ານປະລິມານ ແລະ ຄຸນນະພາບ ລວມທັງຜົນໄດ້ຮັບທີ່ສຳຄັນຈາກການສຶກສາຮຽນຮ່ວມ ໃນພາກນຳສະເໜີດ້ານວິຊາການ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ນຳພາວາລະກອງປະຊຸມແບບສ້າງສັນ ທີ່ມີຫົວຂໍ້ວ່າ: “ການຖັກແສ່ວວັດທະນະທຳລາວ ແລະ ມຸມມອງຄວາມສຳພັນຂອງຊົນເຜົ່າພື້ນເມືອງອົດສະຕຣາລີ ເພື່ອເຂົ້າໃຈຄວາມຮູ້ສຶກຜູກພັນ ແລະ ການມີສ່ວນຮ່ວມຂອງນັກຮຽນໃນໂຮງຮຽນ.” ພາກດັ່ງກ່າວໄດ້ເຊື້ອເຊີນຜູ້ເຂົ້າຮ່ວມ ຮ່ວມກັນສຳຫຼວດກ່ຽວກັບການບົ່ມບຳລຸງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ ແລະ ບົດບາດສຳຄັນຂອງຄວາມຮູ້ສຶກນີ້ ຕໍ່ການມີສ່ວນຮ່ວມ ແລະ ການຮຽນຮູ້ຜ່ານກິດຈະກຳທີ່ເປັນສັນຍາລັກ ທີ່ໄດ້ຮັບແຮງບັນດານໃຈຈາກພິທີບາສີສູ່ຂວັນຂອງ ສປປ ລາວ. ການແລກປ່ຽນໂດຍບອກເລົ່າປະສົບການຂອງຕົນເອງ ເພື່ອສຶກສາເຖິງຄວາມຫຼາກຫຼາຍດ້ານວັດທະນະທຳ, ເພື່ອເຂົ້າໃຈຄວາມປອດໄພ, ຄວາມສາມັກຄີ ແລະ ການໃຫ້ຄວາມສຳຄັນໃນການສຶກສາ. ບັນດາຕົວຢ່າງທີ່ໄດ້ບອກເລົ່າ ໄດ້ຖືກຈັດເຂົ້າໃນປະເພດຂອງປັດໄຈ ໂດຍນຳໃຊ້ “ຂອບໜ້າວຽກກ່ຽວກັບຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ”, ທີ່ເປັນວິທີການວິເຄາະແບບເປັນແບບສະເພາະ ແລະ ເປັນຂອບໜ້າວຽກທີ່ໃຊ້ໂດຍຜູ້ເຮັດວຽກໃນຂະແໜງການສຶກສາຂອງ ສປປ ລາວ ແລະ ຜູ້ໃຫ້ຄຳແນະນຳທໍາອິດຈາກປະເທດອົດສະຕຣາລີຜ່ານແຜນງານບີຄວາ.
ທ່ານ ເພັດມະນີ ສີລັດມີນາ ໄດ້ກ່າວວ່າ: “ໂດຍຜ່ານກອງປະຊຸມຄັ້ງນີ້, ພວກເຮົາກຳລັງຮ່ວມກັນສ້າງຄວາມເຂົ້າໃຈ ທີ່ຈະເສີມຂະຫຍາຍຄວາມເຂົ້າໃຈຂອງພວກເຮົາ ກ່ຽວກັບການຄວາມຮູ້ສຶກຜູກພັນຂອງນັກຮຽນໃນທຸກໆ ວັດທະນະທຳ ແລະ ຊ່ວຍກັນສ້າງໂຮງຮຽນທີ່ສົ່ງເສິມຮຽນຮ່ວມຫຼາຍຂຶ້ນ.” ທ່ານ ນາງ ວາເນັດຊາ ກໍ່ໄດ້ກ່າວຕື່ມວ່າ: “ການສົນທະນານີ້ ບໍ່ພຽງແຕ່ແບ່ງປັນຄວາມຮູ້ເທົ່ານັ້ນ ແຕ່ຍັງເສີມສ້າງການເຊື່ອມໂຢງວັດທະນະທຳທີ່ສຳຄັນ ຕໍ່ການສົ່ງເສີມການສຶກສາທີ່ສົ່ງເສີມການຮຽນຮ່ວມໃນທົ່ເຂດອິນໂດ-ປາຊີຟິກ.”
ການນຳສະເໜີໃນລະດັບສາກົນນີ້ ເນັ້ນໃຫ້ເຫັນເຖິງພະລັງຂອງການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການສ້າງຕົວຢ່າງທີ່ກ້າວໜ້າ, ແບ່ງປັນຍຸດທະສາດທີ່ມີປະສິດທິພາບນີ້ ໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສົ່ງເສີມການມີສ່ວນຮ່ວມຂອງນັກຮຽນ. ຍັງສ່ອງແສງໃຫ້ເຫັນວິທີທີ່ລະບົບການສຶກສາ ສາມາດສະໜັບສະໜູນນັກຮຽນທຸກຄົນໄດ້ດີກວ່າເກົ່າ ໂດຍການເຄົາລົບຕໍ່ວັດທະນະທຳ ແລະ ການສົ່ງເສີມການຮຽນຮ່ວມ.
ພາບ-ຂ່າວ: ແຜນງານບີຄວາ


