Featured

ກະຊວງ ສສກ ປຶກສາຫາລື ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ

 

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດກອງປະຊຸມຂຶ້ນ ໃນຕອນແລງວັນທີ 12 ມັງກອນ 2025 ເພື່ອປຶກສາຫາລື ແລະ ຄົ້ນຄວ້າ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີ ກະຊວງ ສສກ ຊຶ່ງມີບັນດາຫົວໜ້າກົມ, ສະຖາບັນ, ມະຫາວິທະຍາ ໄລແຫ່ງຊາດ ແລະ ສູນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານຮອງລັດຖະ ມົນຕີ ໄດ້ແຈ້ງຕໍ່ກອງປະຊຸມໃຫ້ຊາບ ກ່ຽວກັບແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ເລກທີ 2483/ຄຈສພ ລົງວັນທີ 26 ທັນວາ 2025 ກ່ຽວກັບ ທິດທາງການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງການສຶກສາ ແລະ ກິລາ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງກະທັດຮັດ, ປັບປຸງພາລະບົດບາດ ໜ້າທີ່, ຂອບເຂດສິດ ໄປຕາມທິດກະຊວງໜຶ່ງ, ກົມໜຶ່ງ, ພະແນກການໜຶ່ງ ຄຸ້ມຄອງຫຼາຍວຽກ ຫຼາຍຂະແໜງການ ພ້ອມທັງແບ່ງຂັ້ນຄຸ້ມຄອງ, ແບ່ງສິດ-ຄວາມຮັບ ຜິດຊອບໃຫ້ລະອຽດຈະແຈ້ງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ປັບປຸງສັບຊ້ອນບຸກຄະລາກອນຄືນໃໝ່ ໃຫ້ເໝາະສົມກັບສະພາບຕົວຈິງ, ປັບປຸງກົນໄກ ລະບອບນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະນຳ, ຮາກຖານພັກ, ກົມກອງ, ພະແນກ ແລະ ພະແນກການຢູ່ທ້ອງຖິ່ນ.
ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກໍໄດ້ເນັ້ນໜັກໃຫ້ບັນດາກົມກອງ, ສະຖາບັນ, ສູນ ແລະ ມະຫາວິທະຍາໄລແຫ່ງຊາດ ຈົ່ງໄດ້ນຳເອົາເນື້ອໃນຈິດໃຈຂອງແຈ້ງການ ຂອງຄະນະຈັດຕັ້ງສູນພາງພັກ ສະບັບດັ່ງກ່າວ ເພື່ອໄປຈັດຕັ້ງຜັນຂະຫຍາຍ ແລະ ຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ເພື່ອຮັບປະກັນໃຫ້ແກ່ການປັບປຸງ ກົງຈັກການຈັດຕັ້ງໃໝ່ຂອງກະຊວງ ໃນຄັັ້ງນີ້.

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •